ຫວຽດນາມຢືນຢັນຫຼັກໝັ້ນກ່າວປະນາມທຸກການເຄື່ອນໄຫວນຳໃຊ້ອາວຸດເຄມີ

(VOVWORLD) -ກ່າວຄຳເຫັນທີ່ກອງປະຊຸມສຳຫຼວດກວດຄືນສົນທິສັນຍາເກືອດຫ້າມອາວຸດເຄມີ (CWC) ຄັ້ງທີ 4, ທີ່ພວມດຳເນີນຢູ່ La Haye, ປະເທດໂຮນລັງ

ຫວຽດນາມຢືນຢັນຫຼັກໝັ້ນກ່າວປະນາມທຸກການເຄື່ອນໄຫວນຳໃຊ້ອາວຸດເຄມີ - ảnh 1ທ່ານນາງເອກອັກຄະລັດຖະທູດ ໂງທິຮ່ວາ, ກ່າວຄຳເຫັນທີ່ກອງປະຊຸມ

(ພາບ: baoquocte.vn)

ທ່ານນາງເອກອັກຄະລັດຖະທູດ ໂງທິຮ່ວາ, ຜູ້ຕາງໜ້າຫວຽດນາມ ປະຈຳອົງການເກືອດຫ້າມອາວຸດເຄມີ (OPCW) ໄດ້ຊີ້ແຈ້ງຫຼັກໝັ້ນຂອງຫວຽດນາມ ກ່ຽວກັບການກ່າວປະນາມທຸກການກະທຳນຳໃຊ້ອາວຸດເຄມີ, ເຖິງວ່າຂອງຜູ້ໃດ, ຢູ່ແຫ່ງໃດ ແລະ ບໍ່ວ່າໃນເຫດຜົນໃດກໍ່ຕາມ, ພ້ອມທັງສະໜັບສະໜູນການລົບລ້າງຢ່າງຮອບດ້ານ, ສາມາດພິສູດໄດ້ອາວຸດເຄມີ ແລະ ປະຕິບັດທຸກເສົາຄ້ຳຂອງ CWC ຢ່າງພາວະວິໄສ ແລະ ມີຄວາມດຸ່ນດ່ຽງ. ທ່ານນາງເອກອັກຄະລັດຖະທູດ ໂງທິຮ່ວາ ຢືນຢັນວ່າ, ຫວຽດນາມ ຍາມໃດ ກໍ່ໃຫ້ຄຳໝັ້ນສັນຍາປະຕິບັດບັນດາພັນທະຕາມ CWC ຢ່າງຄົບຖ້ວນ ແລະ ຕັດສິນໃຈເພີ່ມທະວີການຮ່ວມມືກັບ OPCW ຢ່າງມີປະສິດທິຜົນ.

        ກອງປະຊຸມ CWC ຄັ້ງທີ 4 ໄດ້ໄຂຂຶ້ນແຕ່ວັນທີ 21 ພະຈິກ ດ້ວຍການເຂົ້າຮ່ວມຂອງ 160 ປະເທດສະມາຊິກ CWC, ບັນດາປະເທດສັງເກດການ ແລະ ບັນດາອົງການຈັດຕັ້ງສາກົນ. ທີ່ກອງປະຊຸມ, ທ່ານນາງເອກອັກຄະລັດຖະທູດ ໂງທິຮ່ວາ ກໍສະເໜີສ້າງຕັ້ງສູນພາກພື້ນອາຊຽນ ເພື່ອຍົກສູງກຳລັງຄວາມສາມາດໃນການປະຕິບັດ CWC ເມື່ອມີເງື່ອນໄຂ. ຄາດວ່າ, ກອງປະຊຸມຈະເຮັດວຽກໄປຮອດວັນທີ 30 ພະຈິກ.

ຕອບກັບ

ຂ່າວ/ບົດ​ອື່ນ