ຫວຽດນາມ-ລາວ-ກຳປູ ເຈຍຮ່ວມມືກັນດ້ານ ການປ້ອງກັນ,ຕ້ານ ພະຍາດຕິດແປດ


ຫວຽດນາມ-ລາວ-ກຳປູ ເຈຍຮ່ວມມືກັນດ້ານ ການປ້ອງກັນ,ຕ້ານ ພະຍາດຕິດແປດ - ảnh 1

(ພາບ: http://dantri.com.vn )

(vovworld)- ​ ​ວັນ​ທີ 4/12, ຢູ່​ນະຄອນ​ດ່າ​ນັງ, ກະຊວງ​ສາທາລະນະ​ສຸກ​ສາມ​ປະ​ເທດ ຫວຽດນາມ-​ລາວ-​ກຳປູ​ເຈຍ ​ໄດ້​ຈັດ​ກອງ​ປະຊຸມ​ສຳ​ມະ​ນາ “​ແບ່ງປັນ​ຂໍ້​ມູນ​ຂ່າວ ​ແລະ ບົດຮຽນ​ໃນ​ການປ້ອງ​ກັນ, ຕ້ານ​ພະຍາດ​ຕິດ​ແປດ ຜ່ານ​ເຂດ​ຊາຍ​ແດນ​ລະຫວ່າງສາມ​ປະ​ເທດ“. ບັນດາ​ຜູ້​ແທນ​ເອກະ​ພາບ​ໂຄງການ​ສົມທົບ​ກັນ​ດຳ​ເນີນ​ງານ ​ເພື່ອ​ປ້ອງ​ກັນ, ຕ້ານ​ພະຍາດ​ຕິດ​ແປດ, ​ໂດຍ​ສະ​ເພາ​ແມ່ນ​ໂລກ​ອີ​ໂບລາ ຜ່ານ​ເຂດ​ຊາຍ​ແດນ. ຕາມ​ນັ້ນ​ແລ້ວ, ​ເອກະ​ພາບ​ກັບ​ຂໍ້​ສະ​ເໜີ​ລະຫວ່າງ​ກະຊວງ​ສາທາລະນະ​ສຸກ​ສາມ​ປະ​ເທດ​ກ່ຽວ​ກັບ​ການ​​ແລກ​ປ່ຽນຂໍ້​ມູນ​ຂ່າວ​ສະພາບ​ໂລກລະບາດ​ຜ່ານ​ອີ​ແມວ; ​ເພີ່ມ​ທະວີ​ການ​ໜູນ​ຊ່ວຍ​ເພື່ອ​ຍົກ​ສູງ​ຄວາມ​ສາມາດ​ໃຫ້​ແກ່​ລະບົບ​ກວດກາ​ຢູ່​ດ່ານ​ຂອງ​ແຕ່ລະ​ປະ​ເທດ ​ໃຫ້​ເຄື​ອ່ນ​ໄຫວ​ຢ່າງ​ມີ​ປະສິດທິ​ຜົນ; ຈັດການ​ປະຊຸມ​ຜັດ​ປ່ຽນ​ເພື່ອ​ຕີ​ລາຄາ​ຄວາມ​ຄືບ​ໜ້າ​ປະຕິບັດ​ສັນຍາ./.

ຂ່າວ/ບົດ​ອື່ນ