ຫວຽດນາມ,ລາວ,ກຳປູເຈຍເພີ່ມທະວີການຮ່ວມມືດ້ານປ້ອງກັນຊາດ,ປ້ອງກັນຄວາມສະຫງົບ

ຫວຽດນາມ,ລາວ,ກຳປູເຈຍເພີ່ມທະວີການຮ່ວມມືດ້ານປ້ອງກັນຊາດ,ປ້ອງກັນຄວາມສະຫງົບ - ảnh 1
ຫວຽດນາມ,ລາວ,ກຳປູເຈຍເພີ່ມທະວີການຮ່ວມມື
ດ້ານປ້ອງກັນຊາດ,ປ້ອງກັນຄວາມສະຫງົບ
(ພາບ: qdnd.vn)

(vovworld) - ​ກອງ​ປະ​ຊຸມ​ກຳ​ມາ​ທິ​ການ​ປ້ອງ​ກັນ​ຊາດ, ປ້ອງ​ກັນ​ຄວາມ​ສະ​ຫງົບ​ສະ​ພາ​ແຫ່ງ​ຊາດ​ຂອງ 3 ປະ​ເທດ​ຫວຽດ​ນາມ, ລາວ, ກຳ​ປູ​ເຈຍ ຖືກ​ໄຂ​ຂຶ້ນ​ໃນ​ຕອນ​ເຊົ້າ​ວັນ​ທີ 21/09 ຢູ່​ນະ​ຄອນ ຍາ​ຈ​າງ, ແຂວງ ແຄ໋ງ​ຮ່​ວາ. ກອງ​ປະ​ຊຸມ​ໄດ້​​ພັດ​ປ່ຽນ​ກັນ​ຈັດ​ຕັ້ງ​​ປະ​ຈຳ​ປີ​ຢູ່ 3 ປະ​ເທດຫວຽດ​ນາມ, ລາວ, ກຳ​ປູ​ເຈຍ. ທີ່ກອງ​ປະ​ຊຸມ​ປີນີ້, ບັນ​ດາ​ຝ່າຍ​ພ້ອມ​ກັ​ນ​ແລກ​ປ່ຽນ​ບົດ​ຮຽນໃນ​ການ​ຮ່ວມ​ມື, ຊຸກ​ຍູ​້​ລັດ​ຖະ​ບານ​ແຕ່​ລະ​ປະ​ເທດ​ໃນ​ການ​ປະ​ຕິ​ບັດ​ບັນ​ດາ​ຂໍ້​ຕົກ​ລົງສ້າງ​ເຂດ 3 ຫຼ່ຽມ​ພັດ​ທະ​ນາ ຫວຽດ​ນາມ, ລາວ, ກຳ​ປູ​ເຈຍ. ບັນ​ດາ​ອົງ​ການ​ມີ​ໜ້າ​ທີ່ໄດ້​ສົມ​ທົບ​ກັນ​ຍູ້​ແຮງ​ການ​ໂຄ​ສະ​ນາ, ຂົນ​ຂວາຍ​ພົນ​ລະ​ເມືອງ​ໃນ​ເຂດ​ກ່ຽວ​ກັບ​ການ​ປົກ​ປັກ​ຮັກ​ສາ​ອະ​ທິ​ປະ​ໄຕ, ຄວາມ​ສະ​ຫງົບ​ເຂດ​ຊາຍ​ແດນ. ປະ​ຊາ​ຊົນ​​ມີ​ສະ​ຕິລະ​ວັງ​ຕົວ ແລະ ແຈ້ງ​ໃຫ້​ບັນ​ດາ​ອົງ​ການ​ມີ​ໜ້າ​ທີ່ 3 ປະ​ເທດ​ຊາບ​ກ່ຽວ​ກັບ​ອົນ​ອຸ​ບາຍ​ກໍ່​ຄວາມແບ່ງ​ແຍກ​, ​ເ​ສັກ​ສັ້ນ​​ປ​ັ້ນ​ແຕ່ງ, ສະ​ກັດ​ກັ້ນ​ຢ່າງ​ທັນ​ກາງ, ເຮັດ​ໃຫ້​ກົນ​ອຸ​ບາຍ​ຫວັງ​ມ້າງ​​ເພ, ທຳ​ລາຍ​ຂອງ​ບັນ​ດາ​ກຳ​ລັງ​ປໍ​ລະ​ປັກ​ຖືກ​ປະ​ລາ​ໄຊ.

ຂ່າວ/ບົດ​ອື່ນ