ຫວຽດນາມ-ລາວ-ກຳປູເຈຍເພີ່ມທະວີການຮ່ວມມືປ້ອງກັນ,ຕ້ານຢາເສບຕິດ

ຫວຽດນາມ-ລາວ-ກຳປູເຈຍເພີ່ມທະວີການຮ່ວມມືປ້ອງກັນ,ຕ້ານຢາເສບຕິດ - ảnh 1
(ຫວຽດ​ນາມ-ລາ​ວ-ກຳ​ປູ​ເຈຍ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ປ້ອງ​ກັນ,ຕ້ານ​ຢາ​ເສບ​ຕິດ)

(vovworld) - ​ຕອນ​ເຊົ້າ​ວັນ​ທີ 09/12, ຢູ່​ນະ​ຄອນ​ໂຮ່​ຈິ​ມິນ, ກະ​ຊວງ​ຕຳ​ຫຼວດ​ໄດ້​ດຳ​ເນີນກອງ​ປະ​ຊຸມ​ຂັ້ນ​ລັດ​ຖະ​ມົນ​ຕີ​ລະ​ຫວ່າງ​ຫວຽດ​ນາມ - ກຳ​ປູ​ເຈຍ - ລາວ ກ່ຽວ​ກັບ​ການ​ຮ່ວມ​ມື, ຕ້ານ​ຢາ​ເສບ​ຕິດ​ຄັ້ງ​ທີ 15. ກອງ​ປະ​ຊຸມ​ໄດ້​ໃຫ້​ຂໍ້​ສັງ​ເກ​ດ​ວ່າ ​ສະ​ພາບ​ອາດ​ຊະ​ຍາ​ກຳ​ຢາ​ເສບ​ຕິດ​ໃນ​ພາກ​ພື້​ນ ນັບ​ມື​ນັບ​ມີ​ການ​ຜັນ​ແປ​ຢ່າງ​ສັບ​ສົນ, ຊອນ​ແ​ຝງ​ໄພ​ອັນ​ຕ​ະ​ລາຍ​ສຳ​ລັບ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ, ຄວາມ​ເປັນ​ລະ​ບຽບ​ຮ​ຽບ​ຮ້ອຍ​ທາງ​ສັງ​ຄົມ ແລະ ຄວາມ​ສະ​ຫງົບປອດ​ໄພ​ຢູ່​ເຂດ​ຊາຍ​ແດນ, ອາ​ຊີ​ຕາ​ເວັນ​ອອກ​ສ່ຽ​ງ​ໃຕ້. ບັນ​ດາ​ຝ່າຍກ​ໍ​​ຫັນ​ດີເປັນ​ເອ​ກະ​ພາບ​ນຳ​ກັນ​ວ່າ ຢາ​ເສບ​ຕິດ​ແມ່ນ​ບັນ​ຫາ​ສາ​ກົນ, ແຕ່​ລະ​ປະ​ເທດບໍ່​ສາ​ມາດ​ແກ້​ໄຂ​ໄດ້, ສະ​ນັ້ນ, ​ຫວຽດ​ນາມ - ກຳ​ປູ​ເຈຍ - ລາວ ຕ້ອງ​ເພີ່ມ​ທະ​ວ​ີ​ໃນ​ການ​ຮ່ວມ​ມື​ປ້ອງ​ກັນ, ຕ້ານ​ຢາ​ເສບ​ຕິດກວ່າ​ອີກ​. ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວູ​ດຶກ​ດາມ, ປະ​ທານ​ຄະ​ນະ​ກຳ​ມະ​ການ​ແຫ່ງ​ຊາດ​ກ່ຽວ​ກັບ​ການ​ປ້ອງ​ກັນ, ຕ້ານ AIDS ແລະ ປ້ອງ​ກັນ​ໄພ​​ຕ້ານຢາ​ເສບ​ຕິດ, ໂ​ສ​ເພ​ນີ ຫວຽດ​ນາມ ເນັ້ນ​ໜັກ​ວ່າ.

      “ຕ້ອງ​ເວົ້າ​ຕື່ມ​ອີກວ່າ, ບັນ​ດາ​ຜູ້​ຕິດ​ຢາ​ເສບ​ຕິດ​ສ່ວນ​ຫຼາຍ​ແມ່ນ​ເປົ້າ​ໝາຍ​ຂອງ​ບັນ​ດາ​ອາດ​ຊະ​ຍາ​ກຳ ແລະ ສ່ວນ​ຫຼາຍ​ເຂົາ​ເຈົ້າ​ແມ່ນ​ອາດ​ຊະ​ຍາ​ກອນ. ​ສະ​ນັ້ນ, ຮຽກ​ຮ້ອງ​ໃຫ້​ພວກ​ເຮົາ​ຕ້ອງມ​ີ​ມາດ​ຕະ​ການ​ແກ້​ໄຂ​ຢ່າງ​ຄົບ​ຊຸດ, ບໍ່​ພຽງ​ແຕ່​ຂອງ​ກຳ​ລັງ​​ຮັກ​ສາ​ກົດ​ໝາຍ​ເທົ່າ​ນັ້ນ, ຫາກ​ຍັງ​ມີ​ການ​ສົ​ມ​ທົບ​ຂອງ​​ຫຼາຍ​ຂະ​ແໜງ​ການ ແລະ ຂອງ​ທັງ​ປະ​ຊາ​ຄົມ. ຕໍ່​ໜ້າ​ສະ​ພາບການນັ້ນ, ​ຍິ່ງກວ່າ​ເວ​ລາ​ໃດ​ໝົດ, 3 ປະ​ເທດ​ຫວຽດ​ນາມ - ກຳ​ປູ​ເຈຍ - ລາວ ຄວ​ນສືບ​ຕໍ່​ຮ່ວມ​ມື​ກັນ​ຢ່າງ​ແໜ້ນ​ແຟ້ນກວ່າ​ອີກ.”

ຂ່າວ/ບົດ​ອື່ນ