ຫວຽດນາມ,ລາວ,ກຳປູເຈຍເພີ່ມທະວີການຮ່ວມມືໃນເຂດສາມຫຼ່ຽມພັດທະນາ

ຫວຽດນາມ,ລາວ,ກຳປູເຈຍເພີ່ມທະວີການຮ່ວມມືໃນເຂດສາມຫຼ່ຽມພັດທະນາ - ảnh 1
​ທ່ານ​ພົນ​ຕີ ຫງວຽນ​ກີ​ມຄວາ ຫົວໜ້າ​ຄະນະ​ກຳມາ​ທິການ
ປ້ອງ​ກັນຊາ​ດ ປ້ອງ​ກັນ​ຄວາມ​ສະຫງົບຂອງ​ສະພາ​ແຫ່ງ​ຊາດ
(ພາບ: TTXVN)

(vovworld) –​​​ ວັນ​ທີ 28/9, ຢູ່​ແຂວງ ຈຳປາ​ສັກ ປະ​ເທດ ລາວ, ດຳ​ເນີນ​ກອງ​ປະຊຸມ​ຮ່ວມ​ເທື່ອ​ທີ 2 ລະຫວ່າງ​ຄະນະ​ກຳມາ​ທິການ​ປ້ອງ​ກັນຊາ​ດ, ປ້ອງ​ກັນ​ຄວາມ​ສະຫງົບ 3 ປະ​ເທດ ກຳປູ​ເຈຍ, ລາວ ​ແລະ ຫວຽດນາມ ດ້ວຍ​ຫົວ​ຂໍ້ “ ​ເພີ່ມ​ທະວີ​ບົດບາດ ​ແລະ ຄວາມຮັບຜິດຊອບ​ໃນ​ການ​ກວດກາ​ລັດຖະສະພາ​ຂອງ​ຄະນະ​ກຳມາ​ທິການ​ຕ່າງໆ​ໃນ​ການ​ໜູນ​ຊ່ວຍ​ເຂດ​ສາມຫຼ່ຽມ​ພັດທະນາ ກຳປູ​ເຈຍ - ລາວ - ຫວຽດນາມ (CLV)”. ຄະນະ​ຜູ້​ແທນ ຫວຽດນາມ ​ໂດຍ​ທ່ານ​ພົນ​ຕີ ຫງວຽນ​ກີ​ມຄວາ ຫົວໜ້າ​ກຳມາ​ທິການ​ປ້ອງ​ກັນຊາ​ດ, ປ້ອງ​ກັນ​ຄວາມ​ສະຫງົບຂອງ​ສະພາ​ແຫ່ງ​ຊາດ ຫວຽດນາມ ນຳ​ໜ້າ. ກອງ​ປະຊຸມ​ໄດ້​ເຫັນ​ດີ​ສະໜັບສະໜູນ​ການ​ຮ່ວມ​ມື​ລະຫວ່າງ​ບັນດາ​ສະມາຊິກ​ສະພາ​ແຫ່ງ​ຊາດ​ຂອງ 3 ປະ​ເທດ ​ໃນ​ການ​​ແລກປ່ຽນ​ບົດຮຽນ ​ແລະ ຂໍ້​ມູນ​ຂ່າວ; ​ເຫັນ​ດີ​ເປັນ​ເອກະສັນ​ພ້ອມ​ກັນ​ຊຸກ​ຍູ້​ບັນດາ​ຂົງ​ເຂດ​ທີ່​ກ່ຽວຂ້ອງ ​ເພື່ອ​ແກ້​ໄຂ​ບັນດາ​ບັນຫາກ່ຽວຂ້ອງ​ເຖິງ​ຄວາມ​ສະຫງົບ, ຄວາມ​ເປັນ​ລະບຽບ​ຮຽບຮ້ອຍຢູ່​ເຂດ​ຊາຍ​ແດນ ​ໂດຍ​ຜ່ານທາງ​ການ​ທູດ. ສິ້ນ​ສຸດ​ກອງ​ປະຊຸມ, ບັນດາ​ຫົວໜ້າ​ຄະນະຜູ້​ແທນ​ຂອງ 3 ປະ​ເທດ​​ໄດ້ເຊັນ​ບົດ​ບັນທຶກ​ກອງ​ປະຊຸມ​ຮ່ວມ​ລະຫວ່າງ 3 ຄະນະ​ກຳມາ​ທິການ. ບົດ​ບັນ​ທຶກ​ນີ້​​ເລີ່​ມມີ​ຜົນ​ສັກສິດ​ພາຍຫລັງ​ໄດ້​ຮັບ​ການ​ລົງ​ນາມ.

 

ຂ່າວ/ບົດ​ອື່ນ