ຫວຽດນາມ-ລາວຊຸກຍູ້ການເຄື່ອນໄຫວຮ່ວມມືລົງທຶນເສດຖະກິດ

ຫວຽດນາມ-ລາວຊຸກຍູ້ການເຄື່ອນໄຫວຮ່ວມມືລົງທຶນເສດຖະກິດ - ảnh 1
ທ່ານ ຫງວຽນ​ຈີ໋ຢູ້ງ ແລະ ທ່ານ​ ສົມ​ສະຫວາດ ​ເລັ່ງສະຫວັດ
(ພາບ: Hoàng Chương/Vietnam+)

(vovworld) – ຕອນ​ບ່າຍ​ວັນ​ທີ 26/5, ຢູ່ ນະຄອນຫຼວງ ວຽງ​ຈັນ, ທ່ານ​ ສົມ​ສະຫວາດ ​ເລັ່ງສະຫວັດ, ຮອງ​ນາຍົກລັດຖະມົນຕີ, ປະທານ​ອະນຸກຳມະ​ການ​ຮ່ວມ​ມື ລາວ - ຫວຽດນາມ ​ໄດ້​ໃຫ້​ການ​ຕ້ອນຮັບ​ທ່ານ ຫງວຽນ​ຈີ໋ຢູ້ງ, ຮອງ​ລັດຖະມົນຕີ​ກະຊວງ​ແຜນການ, ການລົງທຶນ ຫວຽດນາມ, ຮອງ​ປະທານ​ອະນຸ​ກຳມະການ​ຮ່ວມ​ມື ຫວຽດນາມ - ລາວ, ທີ່​ພວມຢ້ຽມຢາມ ​ແລ​ະ ​ເຮັດ​ວຽກ​ຢູ່ ລາວ.

    ທ່ານ​ຮອງປະທານ​ອະນຸ​ກຳມະການ​ຮ່ວມ​ມື ຫວຽດນາມ - ລາວ ຫງວຽນ​ຈີ໋ຢູ້ງ ສະ​ແດງຄວາມ​​ເສົ້າສະ​ຫຼົດ​ໃຈຢ່າງ​ເລິກ​ເຊິ່ງຕໍ່​ພັກ, ລັດ, ລັດຖະບານ ລາວ ​ໃນ​ອຸບັດ​ຕິເຫດ​ເຮືອບິນ​ການທະຫານຕົກທີ່​ຜ່ານ​ມາ, ພ້ອມ​ທັງ​ຂໍ​ຂອບ​ອົບ​ຂອບ​ໃຈ​ລັດຖະບານ ລາວ ​ໄດ້​ເອົາ​ໃຈ​ໃສ່ ​ແລະ ສ້າງ​​ເງື່ອນ​ໄຂສະ​ດວກ​ແກ້ບັນດາ​ຂໍ້​ຕິດ​ຂັດ ​ແລະ ຄວາມ​ຫຍຸ້ງຍາກຢ່າງ​ທັນ​ການ, ​ເພື່ອ​ໃຫ້​ບັນດາ​ວິ​ສາ​ຫະກິດ ຫວຽດນາມ ​ຜັນ​ຂະຫຍາຍ​ບັນດາ​ໂຄງການ​ລົງທຶນ​ຢູ່ ລາວ ນັບ​ມື້​ນັບ​ມີ​ປະສິດທິ​ຜົນ. ທ່ານ ຫງວຽນ​ຈີ໋ຢູ້ງ ກໍ່​ຂໍ​ຂອບ​ອົບ​ຂອບ​ໃຈ​ລັດຖະບານ ລາວ​ ທີ່​ໄດ້​ເຫັນ​ດີ​ເຫັນ​ພ້ອມ​ຕໍ່ໃນ​ເນື້ອ​ໃນ​ຖະ​ແຫຼ​ງການ​ຮ່ວມ ສະຫະ​ສະມາຄົມບັນດາ​ປະ​ເທດ ອາ​ຊຽນ ສຳລັບບັນຫາ​ທະ​ເລ​ຕາ​ເວັນ​ອອກ ​ແລະ ​ໃຫ້​ຮູ້​ວ່າ: ຫວຽດນາມ ພວມ​ເດັດ​ດຽວ​ປະຕິບັດ​ຈຸດໝາຍ​ປົກ​ປັກ​ຮັກສາ​ອະທິປະ​ໄຕ ​ແລະ ຜືນ​ແຜ່ນດິນ​ອັນ​ຄົບ​ຖ້ວນ​ດ້ວຍ​ບັນ​ດາ​ມາດ​ຕະການ​ສັນຕິພາບ, ຖືກ​ກັບ​ກົດໝາຍ​ສາກົນ.

    ​ແລະ​ກໍ່​ໃນ​ວັນ​ດຽວ​ກັນ, ທ່ານ​ຮອງ​ປະທານ​ອະນຸ​ກຳມະການ​ຮ່ວມ​ມື ຫວຽດນາມ - ລາວ ຫງວຽນ​ຈີ໋ຢູ້ງ ​ໄດ້​ມີ​ການ​ພົບ​ປະ​ກັບ​ທ່ານ ທອງ​ລຸນ ສີ​ສຸ​ລິດ, ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ການ​ຕ່າງປະ​ເທດ​ລາວ.


ຂ່າວ/ບົດ​ອື່ນ