ຫວຽດນາມ-ລາວເພີ່ມທະວີການຮັບມືກັບການຄ້າຂາຍຊັບພະຍາກອນທຳມະຊາດຢ່າງຜິດກົດໝາຍ

ຫວຽດນາມ-ລາວເພີ່ມທະວີການຮັບມືກັບການຄ້າຂາຍຊັບພະຍາກອນທຳມະຊາດຢ່າງຜິດກົດໝາຍ - ảnh 1
(ທີ່​ການການ​ໂອ້​ລົມ​ສົນທະນາ)

(vovworld) –  ວັນ​ທີ 7/4, ຢູ່​ນະຄອນຫຼວງ ວຽງ​ຈັນ, ປະ​ເທດ​ລາວ, ​ໄດ້​ດຳ​ເນີນ​ການ​ໂອ້​ລົມ​ສົນທະນາ ຫວຽດນາມ - ລາວ​ ກ່ຽວ​ກັບ​ເພີ່ມ​ທະວີ​ການ​ຮັບມື​ກັບ​ການ​ຄ້າຂາຍ​ຊັບພະຍາກອນ​ທຳ​ມະ​ຊາດ​ຢ່າງ​ຜິດ​ກົດໝາຍ​ຜ່ານ​ເຂດ​ຊາຍ​ແດນ​ທາງບົກ. ​ການ​ໂອ້​ລົມ​ສົນທະນານອນ​ໃນ​ຂອບ​ເຂດ​​ລາຍການ​ໂດຍ​ອົງການ​ປ້ອງ​ກັນ, ຕ້ານ​ຢາ​ເສບ​ຕິດ ​ແລະ ອາດຊະຍາ​ກຳ ສປຊ (UNODC) ຈັດ​ຕັ້ງ. ການ​ໂອ້​ລົມ​ສົນທະນາ​ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ຜູ້ຕາງໜ້າ​ບັນດາ​ກ່ຽວ​ຂ້ອງ, ອົງການ​ປະຕິບັດ​ກົດໝາຍ​ຂອງ ຫວຽດນາມ ​ແລະ ລາວ. ນີ້​ແມ່ນ​ບັນດາ​ກຳລັງທີ່​ໄດ້​ສຸມ​ໃສ່​ໃນ​ການຕໍ່ສູ້​ປ້ອງກັນ, ຕ້ານ​ອາດຊະຍາ​ກຳ​ເວົ້າ​ລວມ ພິ​ເສດ​ແມ່ນ​ການຄ້າ​ເຖື່ອນ​ຜ່ານ​ເຂດ​ຊາຍ​ແດນ, ການຄ້າ​ເຖື່ອນ​ສັດປ່າ, ​ໄມ້​​ຫາ​ຍາກ​ທຸກ​ຊະນິດຢູ່​ເຂດ​ຊາຍ​ແດນ ຫວຽດນາມ - ລາວຢ່າງ​ຂ້ຽວຂາດ.

        ກ່າວ​ຄຳ​ເຫັນ​ທີ່​ການ​ໂອ້​ລົມ​ສົນທະນາ, ທ່ານ ຫງວຽນ​ຈ້ອງ​ຕີ໋ນ, ຮອງ​ຫົວໜ້າ​ກົມ​ຄຸ້ມ​ຄອງ​ຕະຫຼາດ, ກະຊວງ​ອຸດສາຫະກຳ - ການ​ຄ້າ, ​ໃຫ້​ຮູ້​ວ່າ:

        “ການ​ໂອ້ລົມ​ສົນທະນາ ຫວຽດນາມ - ລາວ ກ່ຽວ​ກັບ​ເພີ່ມ​ທະວີ​ການ​ຮັບ​ມື​ກັບ​ການ​ຄ້າຂາຍ​ຊັບພະຍາກອນ​ທຳ​ມະ​ຊາດ​ຢ່າງ​ຜິດ​ກົດໝາຍ​ຜ່ານ​ເຂດ​ຊາຍ​ແດນ​ທາງບົດ​ແມ່ນ​ການ​ເຄື່ອນ​ໄຫວ​ທີ່ມີ​ຄວາມ​ໝາຍ​ແທ​ດຈິງ ​ເພື່ອ​ແນ​ໃສ່​ຊ່ວຍ​ໃຫ້​ຝ່າຍ​ຕ່າງໆ​ພ້ອມ​ກັນ​ກຳ​ແໜ້ນ ​ແລະ ປຶກສາ​ຫາລື​ບັນດາ​ຂໍ້​ກຳນົດ​ທີ່ກ່ຽວຂ້ອງ​ເຖິງ​ການ​ຄ້າຂາຍ​ສັດປ່າພຶດ ​ແລະ ​ໄມ້​ຢູ່ ລາວ ​ແລະ ຫວຽດນາມ. ນອກ​ນັ້ນ​ຍັງ​ປຶກສາ​ຫາລື​ກ່ຽວ​ກັບ​ບັນດາ​ຄວາມ​ຫຍຸ້ງຍາກ, ສິ່ງ​ກີດ​ຂວາງ​ໃນ​ການ​ຄວບ​ຄຸມ​ຢູ່​ເຂດ​ຊາຍ​ແດນ, ​ແລກປ່ຽນ​ຂໍ້​ມູນ​ຂ່າວ, ວິຊາ​ການ​ສືບສວນ​ຄົ້ນ​ພົບ, ​ແກ້​ໄຂ​ການລະ​ເມີດ​ສຳລັບ​ບັນດາ​ການ​ກະທຳ​ຂົນ​ສົ່ງ​ສິນ​ຄ້າທີ່​ຖືກ​ເກືອດ​ຫ້າມ, ສິນຄ້າ​ຂາຍ​ເຖື່ອນ​ຜ່າ​ນ​ເຂດ​ຊາຍ​ແດນຢ່າງ​ຜິດ​ກົດໝາຍ, ບັນດາ​ຊ່ອງ​ຫວ່າງ​ເຊິ່ງ​ເປົ້າ​ໝາຍ​ສວຍ​ໂອກ​າດ​ເພື່ອ​ປະ​ຕິ​ບັດ​ການ​ກະທຳ​ຂົນ​ສົ່ງ, ຄ້າຂາຍສິນ​ຄ້າ​ຜ່າ​ນ​ເຂດ​ຊາຍ​ແດນ​ຢ່າງຜິດ​ກົດໝາຍ”

                                                          

ຂ່າວ/ບົດ​ອື່ນ