ຫວຽດນາມ-ລາວເພີ່ມທະວີການຮ່ວມມືດ້ານວັດທະນະທຳ-ທ່ອງທ່ຽວ

ຫວຽດນາມ-ລາວເພີ່ມທະວີການຮ່ວມມືດ້ານວັດທະນະທຳ-ທ່ອງທ່ຽວ - ảnh 1
ທ່ານ ບົວ​ເງິນ ຊາ​ພູ​ວົງ ຕ້ອນຮັບ ​ທ່ານ ຮ່ວາງ​ດື໋ກ​​ເຮົ້າ

(vovworld) - ວັນ​ທີ 29/7, ຢູ່​ສຳນັກງານ​ກະຊວງ​ຖະ​ແຫຼ​ງຂ່າວ, ວັດທະນະ​ທຳ ​ແລະ ການທ່ອງທ່ຽວ ລາວ, ທ່ານ ບົວ​ເງິນ ຊາ​ພູ​ວົງ .ລັດຖະມົນ​ຕີ​ຊ່ວຍ​ວ່າການ​ກະຊວງຖະ​ແຫຼ​ງຂ່າວ,​ ວັດ​ທະນະ​ທຳ ​ແລະ ການທ່ອງທ່ຽວ ລາວ ​ໄດ້​ໃຫ້ການ​ຕ້ອນຮັບ​ຄະນະ​ຜູ້​ແທນ ກະຊວງ​ວັດທະນະທຳ, ກິລາ ​​ແລະ ການທ່ອງທ່ຽວ ຫວຽດນາມ ​ໂດຍ​ທ່ານ ຮ່ວາງ​ດື໋ກ​​ເຮົ້າ, ຫົວໜ້າ​ກົມ​ວັດທະນະທຳ - ຊົນ​ເຜົ່າ​ນຳ​ໜ້າ, ​ເນື່ອງ​ໃນ​ໂອກາດ​ມາ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່ ລາວ ​ໃນ​ລະຫວ່າງ​ວັນ​ທີ 22 – 29/7.

              ທີ່​ການ​ຕ້ອນຮັບ, ທ່ານ​ ບົວ​ເງິນ ຊາ​ພູ​ວົງ ຕີ​ລາຄາ​ສູງ​ການ​ຢ້ຽຢາມ ​ແລະ ​ເຮັດ​ວຽກ​ຂອງ​ຄະນະ​ຜູ້​ແທນ​ກະຊວງ​ວັດທະນະທຳ, ກິລາ ​ແລະ ການທ່ອງທ່ຽວ ຫວຽດນາມ, ​ໃນ​ນັ້ນ ຕີ​ລາຄາ​ສູງ​ການ​ພົບ​ປະ​ແລກປ່ຽນ​ໃນ​ຂົງ​ເຂດ​ສິລະ​ປະ, ວັດທະນະທຳ ​ແລະ ການທ່ອງ​ທ່ຽວບັນດາ​ແຂວງ​​ຊາຍ​ແດນ ຫວຽດນາມ - ລາວ. ການ​ຢ້ຽມຢາມ​ກໍ​ແນ​ໃສ່​ປະກອບສ່ວນ​ທີ່ສຳຄັນ​ເຂົ້າ​ໃນ​ການ​ເສີມ​ຂະຫຍາຍ​ສາຍ​ພົວພັນ​ມິດຕະພາບ​ແບບ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ​ລະຫວ່າງ 2 ພັກ, 2 ລັດ ຫວຽດນາມ - ລາວ ​ໃຫ້​ສວຍ​ສົດ​ງົດ​ງາມ

              ສ່ວນ​ທ່ານ ຮ່ວາງ​ດື໋ກ​​ເຮົ້າ ມຸ່ງ​ຫວັງ​ວ່າ: ​ໃນ​ໄລຍະ​ມາ​ເຖິງ, ການ​ພົວພັນ​ຮ່ວມ​ມື​ທີ່​ເປັນ​ມູນ​ເຊື້ອ​ລະຫວ່າງ 2 ກະຊວງ​ຈະ​ມີ​ບາດກ້າວ​ພັດທະນາ​ໃໝ່, ​ເຂົ້າ​ສູ່​ລວງ​ເລິກ​ ນຳມາ​ເຊິ່ງປະສິດທິ​ຜົນ​ຢ່າງ​ແທດ​ຈິງ​ກ່ວາ​ອີກ.

ມີ​ບິ່ງ, ນັກ​ຂ່າວ VOV ປະຈຳ ລາວ

ຂ່າວ/ບົດ​ອື່ນ