ຫວຽດນາມ-ລາວເພີ່ມທະວີການຮ່ວມມືໃນຂົງເຂດການກວດກາ


ຫວຽດນາມ-ລາວເພີ່ມທະວີການຮ່ວມມືໃນຂົງເຂດການກວດກາ - ảnh 1
ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຫງວຽນ​ຊວນ​ຟຸກ ແລະ ​ທ່ານ ບຸນປອນ ສັງ​ສົມ​ສັກ, ຮອງ​ຫົວໜ້າ​ອົງການ​ກວດກາລັດ​ຖະ​ບານລາວ

(vovworld) –ຕອນ​ບ່າຍ​ຂອງວັນ​ທີ 15/6,, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຫງວຽນ​ຊວນ​ຟຸກ ໄດ້​ໃຫ້​ການ​ຕ້ອນ​ຮັບ​ຄະ​ນະ​ຜູ້​ແທນ​ອົງ​ການກວດ​ກາ​ລັດ​ຖະ​ບານ​ລາວ​ໂດຍ​ທ່ານ ບຸນປອນ ສັງ​ສົມ​ສັກ, ຮອງ​ຫົວໜ້າ​ອົງການ​ກວດກາລັດ​ຖະ​ບານລາວ ​ເປັນ​ຫົວໜ້າ​ຄະນະ. ທີ່​ການ​ຕ້ອນ​ຮັບ, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຫງວຽນ​ຊວນ​ຟຸກ ຢືນ​ຢັນ​ວ່າ ລັດ​ຖະ​ບານ​ຫວຽດ​ນາມ ຖື​ເປັນ​ສຳ​ຄັນ​ວຽກ​ງານກວດ​ກາ, ແກ້​ໄຂ​ການ​ຮ້ອງ​ທຸກ, ຮ້ອງ​ຟ້ອງ ແລະ ການ​ປ້ອງ​ກັນ ແລະ ຕ​້ານ​ການ​ສໍ້​ລາດ​ບັງຫຼວງ. ລັດ​ຖະ​ບານ​ຫວຽດ​ນາມ ສົ່ງ​ເສີ​ມ ແລະ ສ້າງ​ເງື່ອນ​ໄຂ​ເພື່ອ​ໃຫ້ 2 ປະ​ເທດ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ດ້ານ​ການກວດ​ກາ, ແກ້​ໄຂ​ການ​ຮ້ອງ​ທຸກ, ຮ້ອງ​ຟ້ອງ ແລະ ການ​ປ້ອງ​ກັນ ແລະ ຕ​້ານ​ການ​ສໍ້​ລາດ​ບັງຫຼວງ. ລັດ​ຖະ​ບານ​ຫວຽດ​ນາມ ພ້ອມ​ແລ້ວສ້າງ​ເງື່ອນ​ໄຂເພື່ອ​ໃຫ້ ອົງ​ການກວດ​ກາ​ລັດ​ຖະ​ບານ​ຫວຽດ​ນາມ ຮັບ ແລະ ບຳ​ລຸງ​ສ້າງ​ໃຫ້​ພະ​ນັກ​ງານ ອົງ​ການກວດ​ກາ​ລັດ​ຖະ​ບານ​ລາວ​ຕາມ​ຄວາມ​ຕ້ອງ​ການ.


ກ່ອນ​ໜ້າ​ນັນ, ໃນ​ຕອນ​ເຊົາວັນ​ທີ 15/6, ຢູ່ ຮ່າ​ໂນ້ຍ, ຄະນະ​ຜູ້​ແທນ​ອົງການກວດກາ​ລັດຖະບານ ຫວຽດນາມ ​ໂດຍ​ທ່ານ​ ​ເລ​ຕ໋ຽນຮ່າວ, ຮອງຫົວໜ້າ​ອົງການ​ກວດກາລັດຖະບານ ຫວຽດນາມ ​ເປັນ​ຫົວໜ້າ​ຄະນະ ​ໄດ້ມີ​ການ​ເຈລະຈາ​ກັບ​ຄະນະ​ຜູ້​ແທນ​ຂັ້ນ​ສູງ​ອົງການ​ກວດກາ​ລັດຖະບານ ລາວ ​ໂດຍ​ທ່ານ ບຸນປອນ ສັງ​ສົມ​ສັກ, ຮອງ​ຫົວໜ້າ​ອົງການ​ກວດກາລັດ​ຖະ​ບານລາວ ​ເປັນ​ຫົວໜ້າ​ຄະນະ. ທີ່​ການ​ເຈລະຈາ, 2 ຝ່າ​ຍ ​ໄດ້​ແຈ້ງ​ໃຫ້​ກັນ​ຊາບ ກ່ຽວ​ກັບ​ສະພາບ​ການ​ພັດທະນາ ກໍ​ຄື​ການ​ເຄື່ອນ​ໄຫວດ້ານ​ການ​ກວດກາ​ຂອງ​ແຕ່ລະ​ປະ​ເທດ ​ແລະ ​ເຫັນ​ດີ​ເປັນ​ເອກະສັນນຳ​ກັນ​ວ່າ: ​ໃນ​ໄລຍະ​ຈະ​ມາ​ເຖິງ​ຈະ​ເພີ່ມ​ທະວີ​ການ​ແລກປ່ຽນຄະນະ​ຜູ້​ແທນ​ ​ເພື່ອ​ຖອດ​ຖອນ​ບົດຮຽນ ​ເຊິ່ງກັນ ​ແລະ ກັນ, ສືບ​ຕໍ່​ແລກປ່ຽນ​ຂໍ້​ມູນ​ຂ່າວສານ,​ ​ເອກະສານ ກ່ຽວ​ກັບ​ວຽກ​ງານ​ວິຊາ​ສະ​ເພາະ ​ແລະ ວິ​ຊາ​ຊີບ, ພິ​ເສດ​ແມ່ນ​ໃນ​ຂົງ​ເຂດ​​ແຈ້ງ​ສັບສົມ​ບັດ, ລາຍ​ຮັບ​ສ່ວນ​ຕົວ, ວຽກ​ງານ​ປ້ອງ​ກັນ, ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ.

        ​ທ່ານ​ ​ເລ​ຕ໋ຽນຮ່າວ, ຮອງຫົວໜ້າ​ອົງການ​ກວດກາລັດຖະບານ ຫວຽດນາມ ​ເນັ້ນ​ໜັກ​ວ່າ:  ການ​ເຈລະຈາ​ຄັ້ງ​ນີ້​​ເຮັດ​ໃຫ້ການ​ພົວພັນ ລະຫວ່າງອົງການ​ກວດກາ ຫວຽດນາມ ​ແລະ ລາວ ຍິ່ງ​ເລິກ​ເຊິ່ງຂຶ້ນ​ເຕື່ມ, ປະກອບສ່ວນ​ເພີ່ມ​ທະວີ​ການ​ພົວພັນ​ມິດຕະພາບ, ການ​ຮ່ວມ​ມື ລະຫວ່າງ 2 ປະ​ເທດ ຫວຽດນາມ-​ລາວ ສອດຄ່ອງ​ກັບ​ແຜນ​ນະ​ໂຍບາຍ​ເພີ່ມ​ທະວີ, ​ເປີດ​ກ້ວາງ​ການ​ພົວພັນ​ມິດຕະພາບ, ການ​ຮ່ວມ​ມື​ທີ່​ເປັນ​ມູນ​ເຊື້ອ ລະຫວ່າງ 2 ປະ​ເທດ ​​ເຊິ່ງການ​ນຳຂັ້ນ​ສູງ 2 ປະ​ເທດ ​​ໄດ້ກຳນົດ​ໄວ້.

ຂ່າວ/ບົດ​ອື່ນ