ຫວຽດນາມ-ລາວເພີ່ມທະວີການຮ່ວມມືໃນຂົງເຂດຍຸຕິທຳ

ຫວຽດນາມ-ລາວເພີ່ມທະວີການຮ່ວມມືໃນຂົງເຂດຍຸຕິທຳ - ảnh 1
ທ່ານ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ອວງຈູ​ລື​ວ ​​
​ຕ້ອນຮັບ​ທ່ານ​ລັດຖະມົນຕີ​ກະຊວງ​ຍຸຕິ​ທຳ ລາວ ​ໄຊ​ສີ ສັນ​ຈິ​ວົງ
(ພາບ: daibieunhandan.vn)

(vovworld) - ​ຕອນ​ບ່າຍ​ວັນ​ທີ 02/06, ຢູ່​ຫໍ​ສະພາ​ແຫ່ງ​ຊາດ, ທ່ານ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ອວງຈູ​ລື​ວ ​​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ​ລັດຖະມົນຕີ​ກະຊວງ​ຍຸຕິ​ທຳ ລາວ ​ໄຊ​ສີ ສັນ​ຈິ​ວົງ ພວມ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່ ຫວຽດນາມ. ທ່ານ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ອວງຈູ​ລື​ວ ຕີ​ລາຄາ​ສູງ​ການ​ຢ້ຽມຢາມ ຫວຽດນາມ ​ຂອງ​ທ່ານລັດຖະມົນຕີ​ກະຊວງ​ຍຸຕິ​ທຳ ລາວ ​ໄຊ​ສີ ສັນ​ຈິ​ວົງ. ພ້ອມ​ທັງ​ຢືນຢັນ​ວ່າ ສະພາ​ແຫ່ງ​ຊາດ ​ແລ​ະ ລັດຖະບານ ຫວຽດນາມ ຍາມ​ໃດ​ກໍ່​ສະໜັບສະໜູນ ​ແລະ ສ້າງ​ທຸກ​ເງື່ອນ​ໄຂ​ໃຫ້​ກະຊວງ​ຍຸຸຕິ​ທຳ 2 ປະ​ເທດ​​ເພີ່ມ​ທະວີ​ການ​​ເຄື່ອນ​ໄຫວ​ແລກປ່ຽນ, ​ແບ່ງປັນ ​ແລະ ໜູນ​ຊ່ວຍ​ເຊິ່ງກັນ ​ແລະ ກັນ​ໃນ​ຂົງ​ເຂດ​ຍຸຕິ​ທຳ, ຜ່ານ​ນັ້ນ ປະກອບສ່ວນ​ຊຸກ​ຍູ້​ການ​ພັດທະນາ ການ​ພົວພັນ​ຮ່ວມ​ມືລະຫວ່າງ 2 ປະ​ເທດ​ກ່ວາ​ອີກ. ທ່ານ​ຮອງ​ປະທານ​ສະພາ​ແຫ່ງ​ຊາດກໍ່​ເນັ້ນ​ໜັກ​ວ່າ: ຫວຽດນາມ ຈະ​ເຮັດ​ຈົນ​ສຸດ​ຄວາມ​ສາມາດ​ຂອງ​ຕົນ ​ເພື່ອ​ເພີ່ມ​ຄູນ​ພູນ​ສ້າງ​ໃຫ້​ສາຍ​ພົວພັນ​ຮ່ວມ​ມື​ແບບ​ພິ​ເສດລະຫວ່າງ 2 ປະ​ເທດ; ​ເຮັດ​ໃຫ້ການ​ພົວພັນ ຫວຽດນາມ - ລາວ ນັບ​ມື້​ນັບ​ເລິກ​ເຊິ່ງ, ​ແທ້​ຈິງ ​ແລະ ມີ​ປະສິດທິ​ຜົນ​ກ່ວາ.


ຂ່າວ/ບົດ​ອື່ນ