ຫວຽດນາມ-​ລາວ​ແລກປ່ຽນ ​ບົດຮຽນ​ກ່ຽວ​ກັບ​ຂົງ​ເຂດ ​ເສດຖະກິດ


ຫວຽດນາມ-​ລາວ​ແລກປ່ຽນ ​ບົດຮຽນ​ກ່ຽວ​ກັບ​ຂົງ​ເຂດ ​ເສດຖະກິດ - ảnh 1

(ພາບ: Hoàng Chương/Vietnam+)

(vovworld) –​​​​ວັນ​ທີ 24/9, ຢູ່​ວຽງ​ຈັນ, ປະ​ເທດ​ລາວ, ທ່າ​ນ​ເວືອງດິ່ງ​​ເຮ້ວ, ຫົວໜ້າ​ຄະ​ນະຄະນະ​ເສດຖະກິດ​ສູນ​ກາງຂອງ​ຫວຽດນາມ ​ແລ​ະ ທ່ານ​ບົວ​ສອນ​ບຸບຜາ​ວັນ, ຫົວໜ້າ​ຄະນະ​ຄົ້ນຄ້ວາຍຸ​ດທະ​ສາດ​ພັດທະນາ​ເສດຖະກິດ​ລາວ ​ໄດ້​ເປັນ​ປະທານ​ຮ່ວມ​ກອງ​ປະຊຸມ​ສຳ​ມະ​ນາ​ສະພາບ​ການ​ໂລກ ​ແລະ ພາກ​ພື້ນ, ສະພາບ​ເສດຖະກິດ​ຫວຽດນາມ, ວິ​ໄສ​ທັດ​ປີ 2030 ​ແລະ ບົດບາດ, ພາລະ, ໜ້າ​ທີ່​ຂອງຄະ​ນະເສດຖະກິດ​ສູນ​ກາງ. ທີ່ກອງ​ປະຊຸມ​ສຳ​ມະ​ນາ, ທ່າ​ນ​ເວືອງດິ່ງ​​ເຮ້ວ ​ເນັ້ນໜັກ​ວ່າ​, ສຳລັບ​ເສດຖະກິດ​ຫວຽດນາມ ​ຊື່​ງ​ແມ່ນ​ພື້ນຖານ​ເສດຖະກິດ​ຕິດ​ພັນ​ກັບ​ພື້ນຖານ​ເສດຖະກິດ​ລາວ​ຢ່າງ​ແໜ້ນ​ແຟ້ນແລ້ວ, ​ໃນ​​ໄລຍະ​ທີ່​ຜ່ານ​ມາ​ໄດ້​ມີ​ການ​ຫັນປ່ຽນ​ຢ່າງ​ຕັ້ງໜ້າ, ຮັກສາ​ລະດັບ​ເຕີບ​ໂຕ​ເໝາະ​ສົມ. ທ່າ​ນ​ເວືອງດິ່ງ​​ເຮ້ວ ຊີ້​ແຈ້ງ​ບົດບາດ​ໜ້າ​ທີ່​ຂອງຄະ​ນະຄະນະ​ເສດຖະກິດ​ສູນ​ກາງ​ແມ່ນ​ຊ່ວຍ​ລາວ​ ເຂົ້າ​ໃຈ​ແຈ້ງ​ກ່ວາ​ກ່ຽວ​ກັບ​ຄວາມ​ສຳຄັນ​ຂອງ​ອົງການ​ນີ້​ໃນ​ວຽກ​ງານ​ເປັນ​ເສນາ​ທິການ​ໃຫ້ການ​ນຳ​ຂັ້ນສູງ​ກ່ຽວ​ກັບ​ບັນດາ​ບັນຫາ​ເສດຖະກິດ​ສັງຄົມ​ຂອງ​ປະ​ເທດ​ຊາດ. ສ່ວນທ່ານ​ບົວ​ສອນ​ບຸບຜາ​ວັນ ​ເນັ້ນໜັກ​ວ່າ: ລາວ-​ຫວຽດນາມ ມີ​ສາຍ​ພົວພັນ​ແບບ​ພິ​ເສດ, ບັນດາ​ບົດຮຽນ​ຂອງ​ຫວຽດນາມ ​ໃນ​ການ​ສ້າງ​​ເສດຖະກິດ​ແມ່ນ​ມີ​ຄວາມ​ແທດ​ຈິງ​ທີ່​ສຸດ​ສຳລັບ​ລາວ, ​ໂດຍ​ສະ​ເພາະ​ແມ່ນ​ໃນ​ສະພາບ​ການ​ທີ່​ລາວ​ພວມ​ມານະ​ພະຍາຍາມ​ປະຕິບັດ​ມະຕິ​ກອງ​ປະຊຸມ​ໃຫ່ຍຄັ້ງທີ 9 ສຳ​ເລັດ ​ແລະ ມຸ່ງ​ໄປ​ເຖິງ​ປະຊາ​ຄົມ​ເສດຖະກິດ​ອາ​ຊຽນ​ໃນ​ປີ 2015./.

 

ຂ່າວ/ບົດ​ອື່ນ