ຫວຽດນາມສົ່ງອອກເກີນດຸນ1,5ຕື້USDໃນເຄິ່ງປີ2016

ຫວຽດນາມສົ່ງອອກເກີນດຸນ1,5ຕື້USDໃນເຄິ່ງປີ2016 - ảnh 1
(ພາບ​ປະ​ກອບ: TTXVN)

(vovworld) - ກົມ​ໃຫຍ່​ສະ​ຖິ​ຕິ ໃຫ້​ຮູ້​ວ່າ ວົງ​ເງິນ​​ສົ່ງ​ອອກສິນ​ຄ້າ ຂອງ​ຫວຽດ​ນາມ ໃນ 6 ເດືອນ​ຜ່ານ​ມາ ຄາດ​ວ່າ​ບັນ​ລຸກ​່​ວາ 82 ຕື້USD, ເພີ່ມ​ຂື້ນ​ເກືອບ 6% ເມື່ອ​ທຽບ​ໃສ່​ໄລ​ຍະ​​ດຽວ​ກັນ​ມາ​ຂອງ​ປີ​​ກາຍ. ວົງ​ເງິນ​ສົ່ງ​ອອກ​​ສີນ​ຄ້າ ບາງປະ​ເພດ ທີ່​ໃຊ້​ແຮງ​ງານ​ຜະ​ລິດ, ປະ​ກອບ​ເຄື່ອງ​​ອຸ​ປະ​ກອນ ເພີ່ມ​ຂື້ນ ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ກາຍ ເຊັ່ນ: ໂທ​ລະ​ສັບ​ມື​ຖື ແລະ ເຄື່ອງ​ອາ​ໄລ່; ເຄື່ອງ​ຕ່ຳ​ແຜ່ນ​ຕັດ​ຢີບ; ເອ​ເລັກ​ໂຕ​ນິກ, ​ເຄື່ອງຄອມ​ພີວ​ເຕີ ແລະ ​ເຄື່ອງອາ​ໄລ; ເກີບ. ສະ​ຫະ​ລັດ​ອາ​ເມ​ລິ​ກາ ແມ່ນ​ຕະຫຼາດ​ສົ່ງ​ອອກ​ທີ່​ໃຫຍ່​ທີ່​ສຸດ​ ຂອງ​ຫວຽດ​ນາມ ດ້ວຍ 11,7 ຕື້USD, ຕໍ່​ມາ​ແມ່ນ​ສະ​ຫະ​ພາບ​ເອີ​ລົບ(EU), ຈີນ, ສ. ເກົາຫຼີ.

         ໃນ​ຂະ​ນະນັ້ນ, ວົງ​ເງິນນຳ​ເຂົ້າ​ສີນ​ຄ້າ 6 ເດືອນ​ຕົ້ນ​ປີ ບັນ​ລຸ 80,7 ຕື້USD , ຫຼຸດ​ລົງ 0,5% ເມື່ອ​ທຽບໃສ່​ໄລ​ຍະ​ດຽວ​ກັນຂອງ​ປີ​ກາຍ. ວົງ​ເງິນ​ນຳ​ເຂົ້າ​​ສີນ​ຄ້າ ບາງ​ປະ​ເພດ ຫຼຸດ​ລົງ ເມ​ື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ກ່ອນ ເຊັ່ນ: ເຄື່ອງ​ຈັກ, ພາ​ຫະ​ນະ ແລະ ເຄື່ອງ​ມື, ​ເຄື່ອງອາ​ໄຫຼ່​ອື່ນ​ໆ; ນ້ຳ​ມັນ; ໂທ​ລະ​ສັບ​ມື​ຖື; ໄມ້ ແລະ ຜະ​ລິດ​ຕະ​ພັນ​ຈາກ​ໄມ້.

ຂ່າວ/ບົດ​ອື່ນ