ຫວຽດນາມສົ່ງເສີມການຮ່ວມມືທາງດ້ານເຕັກໂນໂລຢີຂໍ້ມູນຂ່າວສານ, ກະສີກຳກັບໄນຈີເຣຍ

(VOVWORLD) -ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ເວືອງດີງເຫ້ວ ຢືນຢັນວ່າ ຫວຽດນາມ ຖືເປັນສຳຄັນການພັດທະນາການພົວພັນຫຼາຍດ້ານກັບນີເຣຍ, ຖືໄນຈີເຣຍແມ່ນຄູ່ຮ່ວມມືທີ່ຫວຽດນາມໃຫ້ບຸລິມະສິດລົງທຶນຢູ່ອາຟະລິກາ.
ຫວຽດນາມສົ່ງເສີມການຮ່ວມມືທາງດ້ານເຕັກໂນໂລຢີຂໍ້ມູນຂ່າວສານ, ກະສີກຳກັບໄນຈີເຣຍ - ảnh 1 ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ເວືອງດີງເຫ້ວ ແລະ ທ່ານລັດຖະມົນຕີກະຊວງກະສີກຳໄນຈີເຣຍ Audu Innocent Ogbeh

ຕອຍບ່າຍວັນທີ 17 ພະຈິກ, ທີ່ການຕ້ອນຮັບທ່ານລັດຖະມົນຕີກະຊວງກະສີກຳໄນຈີເຣຍ Audu Innocent Ogbeh ຊຶ່ງພວມຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ, ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ເວືອງດີງເຫ້ວ ຢືນຢັນວ່າ ຫວຽດນາມ ຖືເປັນສຳຄັນການພັດທະນາການພົວພັນຫຼາຍດ້ານກັບນີເຢເຣຍ, ຖືໄນຈີເຣຍແມ່ນຄູ່ຮ່ວມມືທີ່ຫວຽດນາມໃຫ້ບຸລິມະສິດລົງທຶນຢູ່ອາຟະລິກາ. ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ເວືອງດີງເຫ້ວ ສະເໜີ 2 ປະເທດຄວນຍົກລະດັບການພົວພັນ 2 ຝ່າຍ, ຍູ້ແຮງການແລກປ່ຽນຄະນະຜູ້ແທນຂັ້ນຕ່າງໆ, ຊຸກຍູ້ບັນດາໂຄງການລະອຽດ. 2 ປະເທດຄວນສ້າງສະພາບແວດລ້ອມແຫ່ງການດຳເນີນທຸລະກິດທີ່ອຳນວຍຄວາມສະດວກເພື່ອດຶງດູດບັນດາວິສາຫະກິດ.

    ສ່ວນ ທ່ານລັດຖະມົນຕີກະຊວງກະສີກຳໄນຈີເຣຍ
Audu Innocent Ogbeh ໃຫ້ຮູ້ວ່າ ລັດຖະບານໄນຈີເຣຍຊົມເຊີຍ ແລະ ສ້າງເງື່ອນໄຂສະດວກເພື່ອໃຫ້ບັນດາວິສາຫະກິດຫວຽດນາມມາຊອກຮູ້, ດຳເນີນທຸລະກິດປົກກະຕິຢູ່ໄນຈີເຣຍ, ແນໃສ່ຍົກລະດັບການພົວພັນ ແລະ ເສີມຂະຫຍາຍຄວາມສາມາດບົ່ມຊ້ອນ ແລະ ທ່າແຮງຂອງ 2 ປະເທດຫວຽດນາມ ແລະ ໄນຈີເຣຍ

ຕອບກັບ

ຂ່າວ/ບົດ​ອື່ນ