ຫວຽດນາມສົ່ງໝາກລິ້ນຈີ່ງວດທຳອິດໄປຂາຍຢູ່ອາເມລິກາໃນເດືອນ 5 ນີ້

ຫວຽດນາມສົ່ງໝາກລິ້ນຈີ່ງວດທຳອິດໄປຂາຍຢູ່ອາເມລິກາໃນເດືອນ 5 ນີ້ - ảnh 1
ໝາກລິ້ນ​ຈີ່ ຢູ່ ຫວຽດ​ນາມ
ພາບ:internet

 (vovworld)- ວັນ​ທີ 30/5 ຈະ​ມາ​ເຖິງ, ບັນ​ດາ​ຜູ້​ຊ່ຽວ​ຊານ​ມາ​ຈາກ ອົດ​ສະ​ຕາ​ລີ ແລະ ອາ​ເມ​ລິ​ກາ ຈະ​ເຮັດ​ວຽກ​ກັບ​ບໍ​ລິ​ສັດ​ແອງ​ເຢືອງ​ຊາວ ຈຳ​ກັດ ດຳ​ເນີນ​ການສ່ອງ​ລັງ​ສີ​ໃສ່​ລິ້ນ​ຈີ່ງວດ​ທຳ​ອິດ​ເພື່ອ​ສົ່ງ​ໄປ​​ຂາຍ​ຢູ່​ຕະ​ຫລາດ ອາ​ເມ​ລິ​ກາ ແລະ ອົດ​ສະ​ຕາ​ລ​ີ. ນອກ​ຈາກ ບໍ​ລິ​ສັດ ແອງ​ເຢືອງ​ຊາວ ແລ້ວ, ບໍ​ລິ​ສັດ​ຜະ​ລິດ​ການ​ຄ້າ ການ​ບໍ​ລິ​ການ ຣົ່ງ​ດໍ ຈຳ​ກັດ ຈະ​ດຳ​ເນີນ​ການ​ສ່ອງ​ລັງ​ສີໝາກ​ລິ້ນ​ຈີ່​ເພື່ອ​ສົ່ງ​ໄປ​ຂາຍ​ຢູ່ຕະ​ຫລາດ 2 ແຫ່ງ​ດັ່ງ​ກ່າວ. ຕາມ​ທ່ານ ຮ່​ວາງ​ຈູງ, ຮອງ​ຫົວ​ຫນ້າ​ກົມ​ປ​້ອງ​ກັ​ນ​ພືດ, ຜະ​ລິດ​ຕະ​ພັນ​ກະ​ເສດ ຫວຽດ​ນາມ​ແລ້ວ, ການ​ແຊກ​ຊືມ ເຂົ້າຕະ​ຫລາດ​ອາ​ເມ​ລິ​ກາ ແລະ ອົດ​ສະ​ຕາ​ລີ ຈະ​ແມ່ນ​ກຳ​ລັງ​ຫນູ​ນ​ເພື່ອ​ໃຫ້​ຊາວ​ກະ​ສິ​ກອນ​ຜະ​ລິດ​ຕາມ​ຂັ້ນ​ຕອນ​ມາດ​ຕະ​ຖານ​ສູງກວ່າ. ເລື່ອງ​ຕອບ​ສະ​ຫນອງ​ຄ​ວາມ​ຕ້ອງ​ການ​ຂອງຕະ​ຫລາດ 2 ແຫ່ງ​ດັ່ງ​ກ່າວ ຈະ​ຕອ​ບ​ສະ​ຫນອງ​ ການ​ກຳ​ນົດ​ກ່ຽວ​ກັບ​ການກວດ​ກາໂລກ​ລະ​ບາດ​ຜັກ​ພືດ ແລະ ຄວາມ​ປອດ​ໄພ​ຫລັກ​ອະ​ນາ​ໄມສະ​ບຽງ​ອາ​ຫານຂອງ​ຕະ​ຫລາດ​ອື່ນ.

ຂ່າວ/ບົດ​ອື່ນ