ຫວຽດນາມສູ້ຊົນໃຫ້ກາຍເປັນປະເທດສົ່ງອອກຜະລິດຕະພັນເຄື່ອງເຟີນີເຈີ ແລະ ເຄື່ອງປ່າຂອງດົງແຖວໜ້າຂອງໂລກ

(VOVWORLD) -ຕອນເຊົ້າວັນທີ 22 ກຸມພາ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ເປັນປະທານເວທີປາໄສ “ຂະແໜງອຸດສາຫະກຳປຸງແຕ່ງ, ສົ່ງອອກເຄື່ອງເຟີນີເຈີ, ເຄື່ອງປ່າຂອງດົງ ປີ 2018 - ຜົນສຳເລັດ, ບົດຮຽນ; ມາດຕະການແກ້ໄຂບຸກທະລຸປີ 2019”.

ຫວຽດນາມສູ້ຊົນໃຫ້ກາຍເປັນປະເທດສົ່ງອອກຜະລິດຕະພັນເຄື່ອງເຟີນີເຈີ ແລະ ເຄື່ອງປ່າຂອງດົງແຖວໜ້າຂອງໂລກ - ảnh 1ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ກ່າວຄຳເຫັນທີ່ເວທີປາໄສ 

(ພາບ: TTXVN)

ເຂົ້າຮ່ວມເວທີປາໄສມີຜູ້ແທນທີ່ມາຈາກບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ; ບັນດາອົງການຈັດຕັ້ງສາກົນ ແລະ ບັນດາສະຫະສະມາຄົມ, ວິສາຫະກິດປຸງແຕ່ງ, ສົ່ງອອກເຄື່ອງເຟີນີເຈີ, ເຄື່ອງປ່າຂອງດົງ ປະມານ 600 ທ່ານ.

        ປີ 2018, ວົງເງິນການຄ້າສົ່ງອອກເຄື່ອງເຟີນີເຈີ ແລະ ເຄື່ອງປ່າຂອງດົງຂອງຫວຽດນາມ ບັນລຸເກືອບ 9,4 ຕື້ USD, ມູນຄ່າສົ່ງອອກເກີນດຸນບັນລຸກວ່າ 7 ຕື້ USD. ຫວຽດນາມ ໄດ້ກາຍເປັນປະເທດຢືນອັນດັບທີ 5 ໃນໂລກ, ຢືນອັນດັບທີ 2 ຢູ່ອາຊີ ແລະ ຢືນອັນດັບທີ 1 ຢູ່ອາຊີຕາເວັນອອກສ່ຽງໃຕ້ ກ່ຽວກັບການສົ່ງອອກເຄື່ອງເຟີນີເຈີ ແລະ ເຄື່ອງປ່າຂອງດົງ. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ, ໄດ້ວາງອອກຄວາມຮຽກຮ້ອງໂດຍໃຫ້ຂະແໜງ ສືບຕໍ່ມີບາດກ້າວບຸກທະລຸໃນປີ 2019 ແລະ ຊຸມປີຕໍ່ໆໄປ.

        “ໃນເວລາ 10 ປີຈະມາເຖິງ, ຫວຽດນາມ ຕ້ອງນອນໃນກຸ່ມ 15 ປະເທດມີພື້ນຖານກະສິກຳໃຫຍ່ທີ່ສຸດ, ສູ້ຊົນນຳຫວຽດນາມ ບືນຕົວຂຶ້ນໃຫ້ກາຍເປັນປະເທດແຖວໜ້າໃນການສົ່ງອອກເຄື່ອງເຟີນີເຈີ ແລະ ເຄື່ອງປ່າຂອງດົງ ທີ່ມີເຄື່ອງໝາຍການຄ້າ, ມີອິດທິພົນຊື່ສຽງໃນໂລກ. ປະຈຸບັນຫວຽດນາມ ພຽງກວມເອົາ 6% ອັດຕາສ່ວນຂອງຕະຫຼາດໂລກ, ສ່ວນຍັງເຫຼືອແມ່ນ 94%. ຮອດປີ 2030 ຫວຽດນາມ ຈະກວມເອົາອັດຕາສ່ວນຂອງຕະຫຼາດທົ່ວໂລກໄດ້ເທົ່າໃດ? ຫວຽດນາມ ມີຄວາມສາມາດຢ່າງພຽງພໍທີ່ຈະກາຍເປັນໜຶ່ງໃນບັນດາປະເທດແຖວໜ້າ, ເປັນໃຈກາງກ່ຽວກັບການຜະລິດ, ປຸງແຕ່ງ, ສົ່ງອອກເຄື່ອງເຟີນີເຈີ ແລະ ເຄື່ອງປ່າຂອງດົງໃນຕະຫຼາດສາກົນໄດ້ຫຼືບໍ່? ນີ້ແມ່ນຄຳຖາມໃຫຍ່ ເຊິ່ງຮຽກຮ້ອງໃຫ້ມີຍຸດທະສາດໃຫຍ່.”

        ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ກໍ່ຢືນຢັນວ່າ ຈະສືບຕໍ່ຮັບຟັງຄຳເຫັນປະກອບ, ຂໍ້ສະເໜີຂອງປະຊາຄົມວິສາຫະກິດ, ນັກທຸລະກິດ… ເພື່ອໃຫ້ບັນດາກະຊວງ, ຂະແໜງການ, ອຳນາດການປົກຄອງ… ບັນລຸໄດ້ເປົ້າໝາຍແມ່ນນຳຂະແໜງປ່າໄມ້, ປຸງແຕ່ງໄມ້, ເຄື່ອງປ່າຂອງດົງ ຂອງຫວຽດນາມ ພັດທະນາຢ່າງວ່ອງໄວ, ໝັ້ນຄົງ ແລະ ຕິດພັນກັບການປົກປັກຮັກສາສິ່ງແວດລ້ອມ.

ຕອບກັບ

ຂ່າວ/ບົດ​ອື່ນ