ຫວຽດນາມ-ສັນຍາລັກແຫ່ງໄຊຊະນະໃນດວງໃຈຂອງຄົນງານອີຕາລີ

ຫວຽດນາມ-ສັນຍາລັກແຫ່ງໄຊຊະນະໃນດວງໃຈຂອງຄົນງານອີຕາລີ - ảnh 1
(ພາບ​ປະ​ກອບ​ຈາກ TTXVN)

(vovworld) –  ​“ໂດຍ​ສືບ​ທອດ​ນ້ຳ​ໃຈ​​ພິ​ລະ​ອາດ​ຫານ, ຄວາມ​ມິດ​ຕະ​ພາບ, ຮັກ​ແພງຊົນ​ຊັ້ນ​ສຳ​ລັບ​ປະ​ຊາ​ຊົນ​ຜູ້​ອອກ​ແຮງ​ງານ ຫວຽດ​ນາມ ຂອງ ອາ​ຈານ, ກັບ​ຕັນ​ເຮືອ Luciano Sossai, ພວກ​ຂ້າ​ພະ​ເຈົ້າ​ຈະ​ສືບ​ຕໍ່​ຢືນ​ຢູ່ຄຽງ​ຂ້າງ​​ເພື່ອ​ສະ​ໜັບ​ສະ​ໜູນ​ບັນ​ດາ​ເພື່ອນ​ມິດ ຫວຽດ​ນາມ ໃນ​ພາ​ລ​ະ​ກິດ​ສ້າງ​ສາ ແລະ ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ”. ນັ້ນ​ແມ່ນ​ການຢັ້ງ​ຢືນ​ຂອງ​ທ່ານ​ປະ​ທານ​ສະ​ມາ​ຄົມ​ມິດ​ຕະ​ພາບ ອີ​ຕາ​ລີ - ຫວຽດ​ນາມ ເຂດ Liguria, ທ່ານ Mauro Cotogno, ໃນ​ກອງ​ປະ​ຊຸມ​ສຳ​ມະ​ນາ “ນ້ຳ​ໃຈ​ສາ​ມັກ​ຄີ​ປະ​ຊາ​ຊົນ ອີ​ຕາ​ລີ - ຫວຽດ​ນາມ” ຈັດ​ຕັ້ງ​ຢູ່​ທ່າ​ກ່ຳ​ປັນ Genoa, ພາກ​ເໜືອ ອີ​ຕາ​ລີ, ເພື່​ອ​ສະ​ເຫຼີມ​ສະຫຼອງ 40 ປີ​ແຫ່ງວັນ​ປົດ​ປ່ອຍ​ພາກ​ໃຕ້, ໂຮມ​ປະ​ເທດ​ ຫວຽດ​ນາມ ເປັນ​ເອ​ກະ​ພາບ. ນະ​ທີ່ນີ້, ​ຕາງ​ໜ້າ​ໃຫ້​ກຳ​ມະ​ກອນຫຼາຍ​ລຸ້ນ​ຄົນ​ຢູ່​ທ່າ​ກ່ຳ​ປັນ Genoa ແລະ ຊາວ​ຜູ້​ອອກ​ແຮງ​ງານ​ເຂດ Liguria ໄດ້​ພ້ອມ​ກັນ​ທົບ​ທວນ​ຄື​ນ​ເລື່ອງ​ລາວ​ກ່ຽວ​ກັບ​ກັບ​ຕັນ​ເຮືອ Luciano Sossai ທີ່​ບັນ​ຊາ​​ກ່ຳ​ປັນ​ມິດ​ຕະ​ພາບ Australe ​ຂົນ​ສົ່ງ​ຢຸກ​ຢາ, ບັນ​ດາ​ວັດ​ຖຸ​ທີ່​ຈຳ​ເປັນ​ຈາກ​ທ່າ​ກ່ຳ​ປັນ Genoa ​ມາ ຫວຽດ​ນາມ ໃນ​ປີ 1973, ກ່ຽວ​ກັບ​ບັນ​ດາ​ກຳ​ມະ​ກອນ​ຂອງ​ທ່າ​ກ່ຳ​ປັນ Genoa ຢຸດ​ງານບໍ່​ຮັບ​ໃຊ້​ໃຫ້​ບັນ​ດາ​ກ່ຳ​ປັ່ນ ອາ​ເມ​ລິ​ກາ ໃນ​ໄລ​ຍະ​ສົງ​ຄາມ. ພິ​ເສດ​ແມ່ນ​ນ້ຳ​ໃຈ​ເຊິ່ງ​ຊາວ​ຜູ້​ອອກ​ແຮງ​ງານ ອີ​ຕາ​ລີ ສະ​ຫງວນ​ໃຫ້​ແກ່​ ປະ​ທານ ໂຮ່​ຈີ​ມິນ, ພົນ​ເອກ ຫວ​ໍ​ງວຽນ​ຢາບ…

        ຢູ່​ນະ​ຄອນ Milan, ກ່າ​ວ​ຄຳ​ເຫັນ​ທີ່​ການ​ພົບ​ປະ​ສັງ​ສັນ, ໂອ້​ລົມ​ສົນ​ທະ​ນາ​ໃນ​ໂອ​ກາດສະ​ເຫຼີມ​ສະຫຼອງ 40 ປີ​ແຫ່ງວັນ​ປົດ​ປ່ອຍ​ພາກ​ໃຕ້, ໂຮມ​ປະ​ເທດ​ ຫວຽດ​ນາມ ເປັນ​ເອ​ກະ​ພາບ, ປະ​ທານ​ສະ​ພາ​ນະ​ຄອນ Milan ທ່ານ Basilio Rizzo, ເນັ້ນ​ໜັກ​ວ່າ: ໄຊ​ຊະ​ນະ​ 30/4/1975 ຂອງ ຫວຽດ​ນາມ ແມ່ນ​ສັນ​ຍາ​ລັກ​ໃຫ້​ນ້ຳ​ໃຈ​ຕໍ່​ສູ້​ທີ່​ພິ​ລະ​ອາດ​ຫານ​ຂອງ​ຊົນ​ຊັ້ນ​ກຳ​ມະ​ກອນ​ຢູ່ ອີ​ຕາ​ລີ​ເວົ້​າ​ລວມ, ນະ​ຄອນ Milan ເວົ້າ​ສະ​ເພາະ. ສ່ວນ​ທ່ານ​ເອ​ກ​ອັກ​ຄະ​ລັດ​ຖະ​ທູດ ຫວຽດ​ນາມ ປະ​ຈຳ ອີ​ຕາ​ລີ ຫງວຽນ​ຮ່​ວາງ​ລອງ ເນັ້ນ​ໜັກ​ວ່າ: ຫວຽດ​ນາມ ແມ່ນ ເພື່ອນ​ມິດ, ແມ່ນ​ຄູ່​ຮ່ວມ​ມື​ໜ້າ​ໄວ້​ເນື້ອ​ເຊື່ອ​ໃຈ, ແມ່ນ​ສະ​ມາ​ຊິກ​ມີ​ຄວາມ​ຮັບ​ຜິດ​ຊອບ​ໃນ​ປະ​ຊາ​ຄົມ​ສາ​ກົນ, ​ເຊິ່ງ​ໄດ້ປະ​ກອບ​ສ່ວນ​ເຂົ້າ​ໃນ​ພາ​ລະ​ກິດ​ສັນ​ຕິ​ພາບ, ເອ​ກະ​ລາດ​ແຫ່ງ​ຊາດ, ປະ​ຊາ​ທິ​ປະ​ໄຕ ແລະ ຄວາມ​ກ້າວ​ໜ້າ​ສັງ​ຄົມ​ໃນ​ໂລກ. ໃນ​ພາ​ລະ​ກິ​ດນັ້ນ, ຫວຽດ​ນາມ ຍາມ​ໃດ​ກໍ່​ຈະ​ຮຽງ​ບ່າ​ຮ​ຽງ​ໄຫຼ່​ພ້ອມ​ກັບ​ບັນ​ດາ​ເພື່ອນ​ມິດ, ບັນ​ດາ​ສະ​ຫາຍ ອີ​ຕາ​ລີ.


ຂ່າວ/ບົດ​ອື່ນ