ຫວຽດນາມສືບຕໍ່ປະກອບສ່ວນຢ່າງຕັ້ງຫນ້າໃນອາຊຽນ

(VOVWORLD) -ຫວຽດນາມ ດ້ວຍບົດບາດແມ່ນສະມາຊິກຂອງ ອາຊຽນ ໃນ 22 ປີຜ່ານມາ, ໃນຊຸມປີຕໍ່ໄປຈະສືບຕໍ່ປະກອບສ່ວນຢ່າງຕັ້ງຫນ້າ ແລະ ມີຄວາມຮັບຜິດຊອບກວ່າ ເພື່ອໃຫ້ ອາຊຽນ ມີບາດກ້າວຍາວໄກກວ່າ ໃນອະນາຄົດ. 
ຫວຽດນາມສືບຕໍ່ປະກອບສ່ວນຢ່າງຕັ້ງຫນ້າໃນອາຊຽນ - ảnh 1

ທ່ານຮອງນາຍົກລັດຖະມົນຕີ, ທັງເປັນລັດຖະມົນຕີການຕ່າງປະເທດ ຟ້າມບີງມີງ ໄດ້ເນັ້ນຫນັກຄືດັ່ງກ່າວ ທີ່ການພົບປະກັບນັກຂ່າວເນື່ອງໃນໂອກາດສະເຫລີມສະຫລອງ 50 ປີແຫ່ງວັນສ້າງຕັ້ງ ອາຊຽນ ( 8/8/1967-8/8/2017). ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ຟ້າມບີງມີງ ຢືນຢັນ: ຫວຽດນາມ ເຂົ້າເປັນສະມາຊິກ ອາຊຽນ ມາເປັນເວລາ 22 ປີ, ແລະ ຫວຽດນາມ ກໍ່ໄດ້ມີການປະກອບສ່ວນຢ່າງຕັ້ງຫນ້າ.

        “ທີຫນຶ່ງ ຫວຽດນາມ ມີບົດບາດເປີດກວ້າງ ອາຊຽນ ຈາກ 6 ປະເທດສະມາຊິກ ກາຍເປັນປະຊາຄົມ ມີ 10 ປະເທດສະມາຊິກ. ທີສອງ ພວກເຮົາປະກອບສ່ວນຢ່າງຕັ້ງຫນ້າເຂົ້າໃນການສ້າງປະຊາຄົມ ອາຊຽນ ແລະ ອາຊຽນ ກາຍເປັນປະຊາຄົມໃນປີ 2015 ຜ່ານບັນດາຂໍ້ລິເລີ່ມ, ບັນດາຂໍ້ສະເຫນີຄື: ໂຄງການດຳເນີນງານຮ່າໂນ້ຍ.  ຫວຽດນາມ ແມ່ນຫນຶ່ງໃນບັນດາປະເທດນຳຫນ້າໃນການປະຕິບັດບັນດາຄາດໝາຍຂຶ້ນເຖິງ 95%. ດ້ວຍບົດບາດປະສານງານບັນດາກົນໄກກັບບັນດາປະເທດຢູ່ພາຍນອກຄື: ຈີນ, ອິນເດຍ, ຫວຽດນາມ ໄດ້ປະກອບສ່ວນດ້ວຍວິທີເຊື່ອມຕໍ່, ເປີດກວ້າງການພົວພັນ, ເຮັດໃຫ້ການພົວພັນລະຫວ່າງ ອາຊຽນ ກັບ ບັນດາຄູ່ຮ່ວມມືນີ້ເລິກເຊິ່ງຂຶ້ນຕື່ມ.”

 ໃນສະພາບການໃຫມ່ ດ້ວຍສິ່ງທ້າທາຍຫລາຍຢ່າງ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບີງມີງ ຢືນຢັນ: ອາຊຽນ ມີອາຍຸຄົບຮອບ 50 ປີ ແມ່ນໂອກາດເພື່ອຫວນຄືນສິ່ງທີ່ ອາຊຽນ ບັນລຸໄດ້ ແຕ່ກໍ່ແມ່ນກາລະໂອກາດຄົ້ນຄິດກ່ຽວກັບອະນາຄົດຍາວໄກກວ່າຂອງ ອາຊຽນ.

ຕອບກັບ

ຂ່າວ/ບົດ​ອື່ນ