ຫວຽດນາມສະຫນັບສະຫນູນຂະບວນການຝ່າຍຊ້າຍໂລກເພື່ອສັນຕິພາບແລະວັດທະນາຖາວອນ

 ຫວຽດນາມສະຫນັບສະຫນູນຂະບວນການຝ່າຍຊ້າຍໂລກເພື່ອສັນຕິພາບແລະວັດທະນາຖາວອນ - ảnh 1
ຄະ​ນະ​ຜູ້​ແທນ​ຫວຽດ​ນາມ ທີ່ກອງ​ປະ​ຊຸມ
ພາບ:TTXVN

(vovworld)- ຄະ​ນະ​ຜູ້​ແທນ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ ໂດຍ​ທ່ານ ຫງວຽນ​ຮູຍ​ຕັງ, ຮອງ​ຫົວ​ຫນ້າ​ຄະ​ນະ​ພົວ​ພັນ​ຕ່າງ​ປະ​ເທດ​ສູນ​ກາງ ນຳ​ຫນ້າ ໄດ້​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຳ​ມະ​ນາ “ບັນ​ດາ​ພັກ ແລະ ສັງ​ຄົມ​ໃຫມ່” ຄັ້ງ​ທີ 21 ດຳ​ເນີນ​ຢູ່ ນະ​ຄອນ​ຫລວງ ເມ​ຊີ​ໂກ Citi ແຕ່​ວັນ​ທີ 22-25/3 ໂດຍ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ຜູ້​ແທນກວ່າ 800 ຄົນ ຂຶ້ນ​ກັບ​ບັນ​ດາ​ພັກ ແລະ ອົງ​ການ​ການ​ເມືອງ​ມາ​ຈາກ 40 ປະ​ເທດ​ໃນ​ໂລກ. ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ​ສຳ​ມະ​ນາ, ທ່ານ ຫງວຽ​ນ​ຮູຍ​ຕັງ ເນັ້ນ​ຫນັກ​ວ່າ ນີ້​ແມ່ນ​ເວ​ທີ​ປາ​ໄສ​ເພື່ອ​ໃຫ້​ບັນ​ດາ​ກຳ​ລັງ​ຝ່າຍ​ຊ້າຍ​ມີ​ໂອ​ກາດ​ພົບ​ປະ, ແລກ​ປ່ຽນ​ບົດ​ຮຽນ​ເພື່ອ​ເພີ່ມ​ທະ​ວີ​ຄວາມ​ສາ​ມັກ​ຄີ ແລະ ຄວາ​ມ​ເປັນ​ເອ​ກະ​ພາບ​ໃນ​ການ​ກະ​ທຳ​ລະ​ຫວ່າງ​ບັນ​ດາ​ກຳ​ລັງ​ຝ່າຍ​ຊ້າຍ, ຄວາມ​ກ້າວ​ຫນ້າ​ບໍ່​ພຽງ​ແຕ່​ຢູ່ ເມ​ຊີ​ໂກ, ພາກ​ພື້ນ ອາ​ເມ​ລິ​ກາ​ລາ​ຕີນ ເທົ່າ​ນັ້​ນ​ຫາກ​ນັບ​ທັງ​ຢູ່​ໃນ​ໂລກ​ອີກ​ດ້ວຍ. ທ່ານ ຫງວຽນ​ຮູຍ​ຕັງ ຢືນ​ຢັນ​ວ່າ ການ​ສະ​ຫນັບ​ສະ​ຫນູນ​ຂອງ​ພັກ​ກອມ​ມູ​ນິດ​ຫວຽ​ດ​ນາມ ສຳ​ລັບ​ຂະ​ບວ​ນ​ການ​ຝ່າຍ​ຊ້າຍ​ໃນ​ການ​ຕໍ່​ສູ້​ເພື່ອ​ສັນ​ຕິ​ພາບ, ວັດ​ທະ​ນາ​ຖາ​ວອນ, ຄວາມ​ສະ​ເຫມີ​ພາບ​ໃນ​ໂລກ. 


ຕອບກັບ

ຂ່າວ/ບົດ​ອື່ນ