ຫວຽດນາມສະເໜີປະເທດຕ່າງໆເພີ່ມທະວີການແລກປ່ຽນບົດຮຽນປະຕິບັດສິດຂອງເດັກ

ຫວຽດນາມສະເໜີປະເທດຕ່າງໆເພີ່ມທະວີການແລກປ່ຽນບົດຮຽນປະຕິບັດສິດຂອງເດັກ - ảnh 1
(ພາບປະກອບ)

(vovworld) - ວັນ​ທີ 1/4, ​ຄະນະ​ປະຈຳ​ປະຊາທິປະ​ໄຕ ​ແລະ ສິດທິ​ມະນຸດ ຈັດ​ຕັ້ງ​ກອງ​ປະຊຸມ​ສຳ​ມະ​ນາ​ດ້ວຍ​ຫົວ​ຂໍ້​ວ່າ: “25 ປີ​ແຫ່ງ​ສົນທິສັນຍາ​ກ່ຽວ​ກັບ​ສິດ​ຂອງ​ເດັກ: ຊີວິດ​ຂອງ​ເດັກນ້ອຍ​ຈະ​ດີກ​ວ່າ​ຫຼື​ບໍ“ ​ເພື່ອ​ແນ​ໃສ່​ຫວນ​ຄືນ​ວິວັດ​ການ​ປັບປຸງ​ຊີວິດ​ການ​ເປັນ​ຢູ່​ຂອງ​ເດັກນ້ອຍ​ໃນ​ທົ່ວ​ໂລກ. ບັນດາ​ຜູ້​ແທນ​ໄດ້​ສຸມ​ໃສ່​ປຶກສາ​ຫາລື​ກ່ຽວ​ກັບ​ສິດ​ຂອງ​ເດັກ​ໃນ​ໄລຍະ​ປະຈຸ​ບັນ ​ແລະ ​ເນັ້ນ​ໜັກ​ເຖິງ​ເລື່ອງ​ສົ່ງ​ເສີມ​ສຸຂະພາບ​ໃຫ້​ເດັກ, ສິດ​ຂອງ​ເດັກ, ບັນດາ​ຜົນງານ​ທີ່​ບັນລຸ​ໄດ້ ​ແລະ ຊີ້​ອອກ​ບັນດາ​ການ​ທ້າ​ທາຍ​ໃນ​ຄວາມ​ມານະ​ພະຍາຍາມ​ຢຸດຕິ​ການ​ໃຊ້​ຄວາມ​ຮຸນ​ແຮງ​ຕໍ່​ເດັກນ້ອຍ; ​ເນັ້ນ​ໜັກ​​ບັນດາ​ປະ​ເທດ​ຢູ່​ໃນ​ໂລກ​ຕ້ອງ​ມີ​ພັນທະ​ປົກ​ປ້ອງ​ເດັກ, ​ນັບ​ທັງ​ດ້ານ​ຮ່າງກາຍ ​ແລະ ຈິດ​ໃຈ. ທ່ານ ຫງວຽນ​ດັກ​ວິ​ງ, ​ເລຂາ​ທີ​ໜຶ່ງ​ສູນ​ກາງ​ຊາວ​ໜຸ່ມກອມ​ມູນິດ​ ​ໂຮ່ຈີ​ມິນ, ປະທານ​ສະມາຄົມ​ສະຫະພັນ​ຊາວ​ໜຸ່ມ​ຫວຽດນາມ, ປະທານ​ກຸ່ມ​ສະມາຊິກ​ສະພາ​ແຫ່ງ​ຊາດ​ໜຸ່ມ, ສະມາຊິກ​ຄະນະ​ຜູ້​ແທນ​ຫວຽດນາມ, ​ໃຫ້​ຮູ້​ວ່າ, ຫວຽດນາມ ​ໄດ້​ມີ​ຄວາມ​ມານະ​ພະຍາຍາມ​ຫຼາຍ​ຢ່າງ ​ເພື່ອ​ປະຕິບັດ​ຂໍ້​ກຳນົດ​ໃນ​ສົນທິ​ສັນຍາ ກໍ່​ຄື​ບັນດາ​ຂໍ້​ສະ​ເໜີ​ຂອງ​ກຳມາ​ທິການ​ກ່ຽວ​ກັບ​ສິດ​ຂອງ​ເດັກ; ປະຕິບັດ​ພັນທະ​ລາຍ​ງານ ​ແລະ ​​ໂອ້​ລົມ​ສົນທະນາ​ກ່ຽວ​ກັບ​ສະພາບ​ການ​ປະຕິບັດ​ສົນທິສັນຍາ ​ແລະ ອະນຸ​ສັນຍາ​ເພີ່ມ​ເຕີມ​ສອງ​ສະບັບ. ລັດຖະທຳ​ມະນູນ​ຫວຽດນາມ​ ສະບັບ​ປັບປຸງ​ປີ 2013 ​ໄດ້​ລະບຸ​ບັນດາ​ສິດ​ຂອງ​ເດັກ​ຢ່າງ​ຄົບ​ຖ້ວນ. ​ແລະ​ ກໍ່​ຢູ່​ທີ່​ກອງ​ປະຊຸມ, ຄະນະ​ຫວຽດນາມ​ ໄດ້​ສະ​ເໜີ​ຄວນ​ເພີ່ມ​ທະວີ​ການ​ແລກປ່ຽນ​ບົດຮຽນ​ໃນ​ການ​ປະຕິບັດ​ສິດ​ຂອງ​ເດັກ​ລະຫວ່າງ​ປະຊາ​ຊາດ ​ເພື່ອ​ຊອກ​ຫາ​ມາດ​ຕະການ​ແກ້​ໄຂບັນຫາ​ເດັກນ້ອຍ​ພາຍ​ໃນ​ປະ​ເທດ​ໃຫ້​ເໝາະ​ສົມ; ​ເພີ່ມ​ທະວີ​ການ​ລົງທຶນ​ແຫຼ່ງກຳລັງ​ໃຫ້​ວຽກ​ງານ​ເດັກ.

ຂ່າວ/ບົດ​ອື່ນ