ຫວຽດນາມສະເໜີເຄົາລົບອະທິປະໄຕຂອງ ຫວຽດນາມ ສຳລັບໝູ່ເກາະ ເຈື່ອງຊາ

(VOVWORLD) - ວັນທີ 8/5, ເມື່ອຕອບຄຳຖາມຂອງນັກຂ່າວສະເໜີໃຫ້ຮູ້ປະຕິກິລິຍາຂອງ ຫວຽດນາມ ຕໍ່ເຫດການ, ໄລຍະຜ່ານມາ, ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ຟີລິບປິນ Dilfin Lorenzana ພ້ອມກັບບັນດານັກຂ່າວ ຟີລິບປິນ ແລະ ຕ່າງປະເທດໄດ້ໄປເກາະ ທິຕື໋ ຂຶ້ນກັບໝູ່ເກາະ ເຈື່ອງຊາຂອງ ຫວຽດນາມ, 
ຫວຽດນາມສະເໜີເຄົາລົບອະທິປະໄຕຂອງ ຫວຽດນາມ ສຳລັບໝູ່ເກາະ ເຈື່ອງຊາ - ảnh 1ໂຄສົກກະຊວງການຕ່າງປະເທດ ຫວຽດນາມ ເລທິທູຮັ່ງ 

ໂຄສົກກະຊວງການຕ່າງປະເທດ ຫວຽດນາມ ເລທິທູຮັ່ງ ໄດ້ຊີ້ແຈ້ງວ່າ: “ຄືດັ່ງໄດ້ຢັ້ງຢືນມາເປັນຫຼາຍເທື່ອແລ້ວ, ຫວຽດນາມ ມີຫຼັກຖານດ້ານນິຕິທຳ ແລະ ຫຼັກຖານປະຫວັດສາດຢ່າງພຽງພໍເພື່ອຢັ້ງຢືນອະທິປະໄຕຂອງ ຫວຽດນາມ ສຳລັບໝູ່ເກາະ ເຈື່ອງຊາ. ຫວຽດນາມ ສະເໜີໃຫ້ບັນດາຝ່າຍກ່ຽວຂ້ອງຈົ່ງເຄົາລົບອະທິປະໄຕຂອງ ຫວຽດນາມສຳລັບ ໝູ່ເກາະ ເຈື່ອງຊາ, ປະຕິບັດຢ່າງຄົບຖ້ວນ ແລະ ເຂັ້ມງວດຖະແຫຼງການກ່ຽວກັບການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC), ລະງັບໃຈ ແລະ ບໍ່ມີການກະທຳກໍ່ຄວາມເຄັ່ງຕຶງເຮັດໃຫ້ສະພາບການສັບສົນຂຶ້ນຕື່ມ, ແກ້ໄຂບັນດາການຂັດແຍ້ງທີ່ກ່ຽວຂ້ອງດ້ວຍມາດຕະການສັນຕິພາບ ເໝາະສົມກັບກົດໝາຍສາກົນ.”

ຕອບກັບ

ຂ່າວ/ບົດ​ອື່ນ