ຫວຽດນາມສະໜັບສະໜູນຊຸກຍູ້ການຮ່ວມມືໃນຂົງເຂດເຄື່ອນໄຫວເກັບກູ້ລະເບີດມະນຸດສະທຳກັບບັນດາປະເທດໃນແລະນອກພາກພື້ນ

ຫວຽດນາມສະໜັບສະໜູນຊຸກຍູ້ການຮ່ວມມືໃນຂົງເຂດເຄື່ອນໄຫວເກັບກູ້ລະເບີດມະນຸດສະທຳກັບບັນດາປະເທດໃນແລະນອກພາກພື້ນ - ảnh 1
ກອງປະຊຸມໄດ້ຈັດຂຶ້ນຢູ່ ຮ່າໂນ້ຍ

(ພາບ: baomoi.com)

(vovworld) – ຕອນ​ເຊົ້າ​ວັນ​ທີ 18/6, ຢູ່ ຮ່າ​ໂນ້ຍ, ​​ໄດ້ໄຂກອງ​ປະຊຸມ​ຄັ້ງ​ທີ 1 ຂອງ​ກຸ່ມ​ຊ່ຽວຊານ​ກ່ຽວ​ກັບ​ການ​ເຄື່ອນ​ໄຫວ​​ເກັບ​ກູ້​ລະ​ເບີດມະນຸດ​ສະທຳ ​ໃນ​ຂອບ​ເຂດ​ການ​ເຄື່ອນ​ໄຫວ​ປ້ອງກັນ​ຊາດ​ບັນດາ​ປະ​ເທດ ອາຊຽນ ​ເປີດ​ກ້ວາງ (ADMM+). ກອງປະຊຸມ​ມີ​ການ​ເຄື່ອນ​ໄຫວ​ຂອງ​ບັນດາ​ຜູ້​ແທນ​ທີ່​ມາ​ຈາກ 18 ປະ​ເທດ​ສະມາຊິກ   ADMM+ ​ແລະ ຜູ້ຕາງໜ້າ​ຄະນະ​ເລຂາ​ອາ​ຊຽນ. ນີ້​​ເປັນ​ຄັ້ງ​ທຳ​ອິດ ຫວຽດນາມ ​ແລະ ອີນ​ເດຍ ​ເປັນ​ປະ​ທານ​ຮ່ວມ​ຂອງກອງ​ປະຊຸມ, ​ເພື່ອ​ແນ​ໃສ່​ສ້າງ​ແຜນການ​ເຄື່ອນ​ໄຫວ​ຈອວກຸ່ມ​ນັກ​ຊ່ຽວຊານ ADMM+ ກ່ຽວກັບ​ການ​ເຄື່ອນ​ໄຫວ​ເກັບ​ກູ້​ລະ​ເບີດ​ມະນຸດສະທຳ​​ໄລຍະ 2014 – 2017. ກ່າ​ວຄຳ​ເຫັນ​ທີ່​ກອງ​ປະຊຸມ​, ທ່ານ​ຮອງ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ ຫວຽດນາມ ຫງວຽນ​ຈີ໋ວີ້ງ ​ໃຫ້​ຮູ້​ວ່າ:

    “ຫວຽດນາມ ​ໄດ້​ຜ່ານ​ຜ່າ​ສົງຄາມ​ຫຼາຍ​ຄັ້ງ ດັ່ງ​ນັ້ນ​ສະພາບ​ມົນລະ​ພິດ​ລະ​ເບີດໝາກ​ໝີ່​ນ ​ແລະ ຜົນ​ຮ້າຍ​ຢ້ອນ​ຫຼັງ​ຂອງ​ມັນ​ທີ່​ມີ​ຕໍ່​ປະຊາຊົນ​ພວກ​ຂ້າພະ​ເຈົ້າ​ແມ່ນ​ຮ້າຍ​ແຮງ​ທີ່​ສຸດ. ຂ້າພະ​ເຈົ້າ​ຄິດ​ວ່າ, ດ້ວຍ​ບັນດາ​ຕົວ​ພະຍານ​ນັ້ນ, ພວກ​ຂ້າພະ​ເຈົ້າ​ມີ​ຄວາມ​ຕັດສິນ​ໃຈ​ສູງ​ກ່ວາ ​ເພື່ອ​ຮ່ວມ​ມື, ​ເພື່ອ​ບໍ່​ມີ​ປະຊາຊົນ​ຜູ້​ໃດ​ປະສົບ​ກັບ​​​ເຄາະ​ຮ້າຍ​ຈາກ​ລະ​ເບີດໝາກ​ໝີ່​ນ ​ແລະ ປະຊາຊົນ​ໄດ້​ດຳລົງ​ຊີວິດ, ຜະລິດ​ຢ່າງ​ປອດ​ໄພ​ໃນ​ເຂດ​ດິນ​​ຂອງ​ລຸ້ນພໍ່​ລຸ້ນອ້າຍ​ປະ​ໄວ້​​ໃຫ້”

    ຕາມ​ແຜນການ​ເຄື່ອນ​ໄຫວ​ຂອງ​ກຸ່ມ​ນັກ​ຊ່ຽວຊານ ADMM+ ກ່ຽວ​ກັບ​ການ​ເຄື່ອນ​ໄຫວ​​ເກັບ​ກູ້​ລະ​ເບີດມະນຸດສະທຳ ​ໄລຍະ 2014 – 2017, ກຸ່ມ​ຈະ​ສ້າງການ​ເຄື່ອນ​ໄຫວ​ສົມທົບ ​ແລະ ກົນ​ໄກ​ຮ່ວມ​ມື​ເພື່ອ​ແບ່ງປັນ​ຂໍ້​ມູນ​ຂ່າວສານ, ​ແລ​ກປ່ຽນ​ບົດຮຽນ ​ແລະ ບັນດາ​ຂອບ​ເຂດດ້ານ​ນິຕິ​ກຳ​ກ່ຽວຂ້ອງ​ເຖິງ​ການ​ເຄື່ອນ​ໄຫວ​ເກັບ​ກູ້​ລະ​ເບີດມະນຸດສະທຳ.​.​..


ຂ່າວ/ບົດ​ອື່ນ