ຫວຽດນາມສ້າງບາດກ້າວບຸກທະລຸເພື່ອກາຍເປັນປະເທດມີລາຍຮັບສູງ

(VOVWORLD) - ຕອນເຊົ້າວັນທີ 27 ມິຖຸນາ, ຢູ່ນະໂນ້ຍ, ພະແນກເສດຖະກິດສູນກາງ ໄດ້ຈັດກອງປະຊຸມເວທີປາໄສເສດຖະກິດຫວຽດນາມ 2017, ດ້ວຍການໜູນຊ່ວຍຂອງລັດຖະບານອົດສະຕາລີ, ຮັບຮອງເອົາໂຄງການໜູນຊ່ວຍການສ້າງໂຄງປະກອບເສດຖະກິດຄືນໃມ່ເພື່ອຍົກສູງກຳລັງແກ່ງແຍ້ງ.

ຫວຽດນາມສ້າງບາດກ້າວບຸກທະລຸເພື່ອກາຍເປັນປະເທດມີລາຍຮັບສູງ - ảnh 1  ທ່ານຫົວໜ້າຄະນະເສດຖະກິດສູນກາງ ຫງວຽນວັນບິ່ງ ກ່າວຄຳເຫັນ

(ພາບ: TTXVN)

ຢູ່ທີ່ນີ້, ທ່ານຫົວໜ້າຄະນະເສດຖະກິດສູນກາງ ຫງວຽນວັນບິ່ງ ເນັ້ນໜັກວ່າ: ນັບແຕ່ປີ 2008, ຫວຽດນາມ ໄດ້ລື່ນກາຍລະດັບລວມຍອດຜະລິດຕະພັນພາຍໃນ (GDP) ຄິດສະເລ່ຍຕໍ່ຫົວຄົນ 1.000 USD ແລະ ເລີ່ມກ້າວເຂົ້າສູ່ລະດັບຂອງປະເທດມີລາຍຮັບປານກາງ (ຕ່ຳ). ເພື່ອສືບຕໍ່ກ້າວໄປເຖິງປະເທດມີລາຍຮັບສູງກວ່າ ຕ້ອງມີບາດກ້າວບຸກທະລຸໃນນະໂຍບາຍ.

        “ສ່ວນສຳຄັນທີ່ປະກອບສ່ວນສ້າງລະດັບເຕີບໂຕຄືໃນປະຈຸບັນຂອງຫວຽດນາມ ແມ່ນມາຈາກແຫຼ່ງກຳລັງພາຍນອກ ຫາກບໍ່ແມ່ນຈາກກຳລັງພາຍໃນຕົວຈິງຂອງພື້ນຖານເສດຖະກິດ. ສະນັ້ນ, ເລື່ອງພວກເຮົາຕ້ອງປະຕິບັດໂດຍທັນທີແມ່ນຕີລາຄາຄືນລະດັບໝັ້ນຄົງຂອງບັນດາທ່າໄດ້ປຽບການປຽບທຽບເຊິ່ງພວມເຮົາເຄີຍເວົ້າເຖິງ ນັ້ນແມ່ນມີຄົນງານເປັນຈຳນວນຫຼາຍ, ຄ່າຈ້າງແຮງງານຖືກ ໃນສະພາບພົນລະເມືອງມີອາຍຸໜຸ່ມກວມເປັນສ່ວນໃຫຍ່ ພຽງຄົງຕົວໃນປະມານອີກ 10 ປີເທົ່ານັ້ນ ແລະ ການແກ່ງແຍ້ງນີ້ຈະນັບມື້ນັບເພີ່ມຂຶ້ນຈາກບັນດາປະເທດທີ່ມີລາຍຈ່າຍການຜະລິດຕ່ຳກວ່າ”.

        ສ່ວນຕາມທ່ານ Sebastian Eckardt, ນັກຊ່ຽວຊານເສດຖະກິດເຕີບໂຕ, ທະນາຄານໂລກປະຈຳຫວຽດນາມ ແລ້ວ, ໄຕມາດທີ 1, ຫວຽດນາມ ມີລະດັບເຕີບໂຕ GDP ແມ່ນ 5,1%, ສະນັ້ນ, ທັງປີ 2017 ອາດຈະບັນລຸລະດັບເຕີບໂຕປະມານ 6,3%. ນີ້ແມ່ນໝາກຜົນທີ່ໜ້າປະເອີບໃຈຂອງພື້ນຖານເສດຖະກິດ.

ຕອບກັບ

ຂ່າວ/ບົດ​ອື່ນ