ຫວຽດນາມຫລຸດຜ່ອນຫຼາຍລະບຽບການບໍລິຫານສວຍສາອາກອນ,ພາສີໃນປີນີ້

ຫວຽດນາມຫລຸດຜ່ອນຫຼາຍລະບຽບການບໍລິຫານສວຍສາອາກອນ,ພາສີໃນປີນີ້ - ảnh 1
ທ່ານຮອງ​ລັດຖະມົນຕີ ກະຊວງ​ການ​ເງິນ ​ໂດ໋ຮ່ວາງ​ແອ​ງຕ໋ວນ

(vovworld) –  ຂະ​ແໜງ​ສວຍ​ສາ​ອາກອນ ​ແລະ ພາສີ ພວມ​ມານະ​ພະຍາຍາມ​ປະຕິບັດ​ບັນດາ​ມາດ​ຕະການ​ເພື່ອ​ຫລຸດຜ່ອນ​ເວ​ລາ​ເຮັດ​ລະບຽບ​ການຕ່າງໆ​ທີ່​ບໍ່​ຈຳ​ເປັນ, ຫລຸດ​ຜ່ອນ​ໄລຍະ​ເວລາ​​ເຮັດ​ລະບຽບການ​ສວຍ​ສາ​ອາກອນ, ພາສີ. ​ໃນ​ປີນີ້, ຂະ​ແໜງ​ພາສີ​ຈະ​ມານະ​ພະຍາຍາມ​ຫລຸດຜ່ອນ 50% ​ເວລາ​ເຮັດ​ລະບຽບ​ການ​ສວຍ​ສາ​ອາກອນ. ນີ້​ແມ່ນ​ຄຳ​ຢັ້ງຢືນ​ຂອງ​ທ່ານຮອງ​ລັດຖະມົນຕີ ກະຊວງ​ການ​ເງິນ ​ໂດ໋ຮ່ວາງ​ແອ​ງຕ໋ວນ, ທີ່​ການ​ປະຊຸມ​ຂ່າວ​, ສະໜອງ​ຂໍ້​ມູນ​ຂ່າວ​ກ່ຽວກັບ​ບັນດາ​ມາດ​ຕະການ​ດ້ານ​ສວຍ​ສາ​ອາກອນ, ພາສີເພື່ອ​​ແກ້​ໄຂຄວາມ​ຫຍຸ້ງຍາກ​ໃຫ້​ບັນດາ​ວິ​ສາ​ຫະກິດ. ທ່ານ​ຮອງ​ລັດຖະມົນຕີ ​ໂດ໋ຮ່ວາງ​ແອ​ງຕ໋ວນ, ກໍ່​ໃຫ້​ຮູ້ວ່າ ນີ້​ແມ່ນ​ຄວາມ​ຮຽກຮ້ອງ​ຕ້ອງ​ການ​ອັນ​ໃຫຍ່​ຫຼວງ ​ແລະ ຈຳ​ເປັນ​ເພື່ອ​ສ້າງ​ເງື່ອນ​ໄຂ​ອຳນວຍ​ຄວາມ​ສະດວກ​ໃຫ້​ວິ​ສາ​ຫະກິດ, ຍົກ​ສູງ​ປະສິດທິ​ຜົນ​ການ​ລົງທຶນ, ດຳ​ເນີນ​ທຸລະ​ກິດ ​ແລະ ຄວາມ​ສາມາດ​ແກ່ງ​ແຍ້​ງຂອງ​ພື້ນຖານ​ເສດຖະກິດ:

    “ຮອດ​ທ້າຍ​ປີ​ນີ້, ພວກຂ້າພະ​ເຈົ້າ​ໄດ້​ປັບປຸງບັນດາ​ນະ​​ໂຍບາຍ, ປະຕິບັດ​ບັນດາ​ມະຕິ​ໃຫມ່​ຂອງ​ລັດຖະບານ ​ແລະ ປະຕິບັດ​ເປັນ​ພາບ​ລວ​ມສຸມໃນ​ທົ່ວ​ຂະ​ແໜງ​ເພື່ອ​ຫລຸດຜ່ອນ 363 ຊົ່ວ​ໂມງ​ປະຕິບັດ​ບັນດາ​ລະບຽບ​ການ. ບັນດາ​ນະ​ໂຍບາຍ​ບໍ່​ເໝາະ​ສົມ​ກັບ​ພຶດຕິ​ກຳ​ຕົວ​ຈິງ​ຂອງ​ການພັດທະນາ ​ແລະ ທຳນຽມ​ສາ​ກົນ​​ແມ່ນຕ້ອງ​ປ່ຽນ​​ໃໝ່. ພ້ອມ​ກັບ​ການ​ນຳ​ໃຊ້​​ເຕັກ​​ໂນ​ໂລ​ຢີຂໍ້​ມູນ​ຂ່າວສານ, ປະຕິບັດ​ບັນດາ​ມາດ​ຕະການ​ຢ່າງ​ຄົບ​ຊຸດ ​ແມ່ນ​ຕ້ອງປະຕິບັດ​ຈຸດໝາຍ​ນີ້​ຢ່າງມີ​ປະສິດທິ​ຜົນ”


ຂ່າວ/ບົດ​ອື່ນ