ຫວຽດນາມ-ອຸຣຸກວາ​ຍເພີ່ມທະວີການພົວພັນຮ່ວມມື

ຫວຽດນາມ-ອຸຣຸກວາ​ຍເພີ່ມທະວີການພົວພັນຮ່ວມມື - ảnh 1
ທ່ານ​ປະທານາທິບໍດີ​ອຸຣຸກວາ​ຍ Tabare Vazquez ແລະ
ທ່ານ​ເອກ​ອັກຄະ​ລັດຖະທູດ​ຫວຽດນາມ ຫງວຽນ​ດິ່ງ​ທາວ
(ພາບ: Vietnam+)


​(vovworld) - ວັນ​ທີ 26/05, ຢູ່​ນະ​ຄອນ​ຫຼວງ Montevideo, ທ່ານ​ເອກ​ອັກຄະ​ລັດຖະທູດ​ຫວຽດນາມ ປະຈຳ​ອັກ​ຊັງ​ຕິນ ​ແລະ ທັງ​ຢູ່ອຸຣຸກວາ​ຍ, ຫງວຽນ​ດິ່ງ​ທາວ ​ໄດ້​ເຂົ້າ​ຮ່ວມ​ພິທີ​ຕ້ອນຮັບ​ຂອງ​ທ່ານ​ປະທານາທິບໍດີ​ອຸຣຸກວາ​ຍ Tabare Vazquez ກັບ​ຄະນະ​ທູ​ຕາ​ນຸທູດ ພາຍຫຼັງ​ຮັບ​ດຳລົງ​ຕຳ​ແໜ່​ງ​ເມື່ອ​ເດືອນ 03 ຜ່ານ​ມາ. ທີ່ງານ​ລ້ຽງ, ທ່ານ​ປະທານາທິບໍດີ Vazquez ​ໄດ້​ຕີ​ລາຄາ​ສູງ​ບົດບາດ​ຂອງ​ບັນດາ​ເອກ​ອັກຄະ​ລັດຖະທູ​ດ ​ໃນ​ການ​ເຊື່ອມ​ຕໍ່ ​ແລະ ຊຸກຍູ້​ການ​ພົວພັນ​ຮ່ວມ​ມື​ໃນ​ຫຼາຍ​ຂົງ​ເຂດ​ລະຫວ່າງ ອຸຣຸກວາ​ຍ ກັບປະ​ເທດ​ຕ່າງໆ. ສ່ວນ​ທ່ານອັກຄະ​ລັດຖະທູດ​ ຫງວຽນ​ດິ່ງ​ທາວ ​ໄດ້​ຝາກ​ຄຳ​ອວຍພອນ​ຂອງ​ການ​ນຳ​ພັກ ​ແລະ ລັດ​ຫວຽດນາມ ​ເຖິງ​ທ່ານ Vazquez ​​ແລະ ​ໃຫ້​ຄຳ​ໝັ້ນ​ສັນຍາ​ວ່າ ຈະ​ເຮັດ​ຈົນ​ສຸດ​ຄວາມ​ສາມາດ​ຂອງ​ຕົນ​ເພື່ອ​ປັບປຸງ​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ 2 ປະ​ເທດ.

        ​ແລະ​ກໍ່​ໃນ​ວັນ​ດຽວ​ກັນ, ທ່ານອັກຄະ​ລັດຖະທູດ​ ຫງວຽນ​ດິ່ງ​ທາວ ​ໄດ້​ມີ​ການ​ເຮັດ​ວຽກ​ກັບ​ທ່ານ​ນາງ Monica Xavier, ຫົວໜ້າ​ກຳ​ມາ​ທິການ​ການ​ຕ່າງປະ​ເທດ​ສະພາ​ສູງ ອຸຣຸກວາຍ, ປະທານ​ພັກ​ກຳ​ອຳ​ນາດ​ແນວ​ໂຮມ​ກວ້າງຂວາງ (FA). ທີ່​ການ​ເຮັດ​ວຽກ, ທ່ານ​ນາງ Xavier ຢືນຢັນ​ວ່າ, ​ໃນ​ຖານະ​ຕຳ​ແໜ່​ງ​ເປັນ​ປະທານ FA ກໍ່​ຄື​ສະມາຊິກ​ສະພາ​ແຫ່ງ​ຊາດ, ທ່ານ​ຈະ​ເຮັດ​ຈົນ​ສຸດ​ຄວາມ​ສາມາດ​ຂອງ​ຕົນ ​ເພື່ອ​ຊຸກຍູ້​ການ​ພົວພັນ​ອັນ​ດີງາມ​ລະຫວ່າງ 2 ປະ​​ເທດ.

ຂ່າວ/ບົດ​ອື່ນ