ຫວຽດນາມ-ອີຣານ ເພີ່ມທະວີການຮ່ວມມືໃນບັນດາຂົງເຂດມີຄວາມສາມາດບົ່ມຊ້ອນ

ຫວຽດນາມ-ອີຣານ ເພີ່ມທະວີການຮ່ວມມືໃນບັນດາຂົງເຂດມີຄວາມສາມາດບົ່ມຊ້ອນ - ảnh 1
ການ​ຕ້ອນ​ຮັບ​ຄະ​ນະ​ຜູ້​ແທນ ອີ​ຣານ ໃນ​ວັນ​ທີ 20/4

(vovworld) - ວັນ​ທີ 20/4, ທ່ານ​ປະ​ທານ​ປະ​ເທດ ເຈ​ີ່ນ​ດ້າຍກວາງ ຕ້ອນ​ຮັບ​ທ່ານ​ປະ​ທານ​ຫ້ອງ​ການ​ການ​ຄ້າ, ອຸດ​ສາ​ຫະ​ກຳ, ບໍ່​ແຮ່ ແລະ ກະ​ສິ​ກຳ ອີ​ຣານ Gholam Hossein Shafei ພວມ​ຢ້ຽມ​ຢາມ ແລະ ເຮັດ​ວຽກ​ຢູ່ ຫວຽດ​ນາມ. ທີ່​ການ​ຕ້ອນ​ຮັບ, ທ່ານ​ປະ​ທານ​ປະ​ເທດ ເຈີ່ນ​ດ້າຍກວາງ ຖ​ື​ວ່າ: ວົງ​ເງິນ​ການ​ຄ້າ 2 ສົ້ນ​ລະ​ຫວ່າງ 2 ປະ​ເທດ​ບັນ​ລຸ​ກ່​ວາ 116 ລ້ານ USD ຍັງ​ບໍ່​ທັນ​ສົມ​ກັບ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ຂອງ 2 ປະ​ເທດ, ຫວຽດ​ນາມ ມີ​ທ່າ​ແຮງ ແລະ ສາ​ມາດ​ສົ່ງ​ອອກ​ບັນ​ດາ​ຜະ​ລິດ​ຕະ​ພັນ​ສິນ​ຄ້າ ໄປ​ຍັງ​ອີ​ຣານ ດ້ວຍ​ລາ​ຄາ​ແກ່ງ​ແຍ້ງ ແລະ ມີ​ຄຸນ​ນະ​ພາບ​ຄື: ເຂົ້າ​ສານ, ຊາ, ກາ​ເຟ, ໝາກ​ມ່ວງ​ຫິ​ມະ​ພານ, ໝາກ​ພິກ​ໄທ, ຢາງ​ພາ​ລາ. ໃນ​ຂະ​ນະ​ນັ້ນ, ອີ​ຣານ ສາ​ມາດ​ສົ່ງ​ອອກ​ສິນ​ຄ້າ​ມາ ຫວຽດ​ນາມ ຄື: ນ້ຳ​ມັນ, ບັນ​ດາ​ຜະ​ລິ​ດ​ຕະ​ພັນ​ເຄ​ມີ… ທ່ານ​ປະ​ທານ​ປະ​ເທດ ເນັ້ນ​ໜັກ​ວ່າ: ການນ​ຳ 2 ປະ​ເທດ​ໄດ້​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ສ້າງ​ທຸກ​ເງື່ອນ​ໄຂ​ສະ​ດວກ​ໃຫ້​ແກ່​ວິ​ສາ​ຫະ​ກິດ 2 ປະ​ເທດ​ເພີ່ມ​ທະ​ວີ​ການ​ສ​ຳ​ພັດ​ຕະຫຼາດ​ຂອງ​ກັນ​ບັນ​ລຸ​ວົງ​ເງິນ​ການ​ຄ້າ 2 ຝ່າຍ​ໃຫ​້​ຂຶ້ນ​ເຖິງ 2 ຕື້ USD ໃນ​ໄລ​ຍະ​ຈະ​ມາ​ເຖິງ​ໂດຍ​ໄວ, ພ້ອມ​ທັງ​ເຫັນ​ດີ​ຊຸກ​ຍູ້​ການ​ຮ່ວມ​ມື 2 ຝ່າຍ​ໃນ​ບັນ​ດາ​ຂົງ​ເຂດ…


ຕອບກັບ

ຂ່າວ/ບົດ​ອື່ນ