ຫວຽດນາມ-ອາເມລິກາຝຶກຊ້ອມປ້ອງກັນຕ້ານໄພທຳມະຊາດແລະຊອກຫາກູ້ໄພກູ້ຊີບດ້ວຍຂອບຂະໜາດໃຫຍ່

ຫວຽດນາມ-ອາເມລິກາຝຶກຊ້ອມປ້ອງກັນຕ້ານໄພທຳມະຊາດແລະຊອກຫາກູ້ໄພກູ້ຊີບດ້ວຍຂອບຂະໜາດໃຫຍ່ - ảnh 1
ຫວຽດນາມ-ອາເມລິກາຝຶກຊ້ອມປ້ອງກັນຕ້ານໄພທຳມະຊາດ
ແລະ ຊອກຫາກູ້ໄພກູ້ຊີບດ້ວຍຂອບຂະໜາດໃຫຍ່

(vovworld) – ​ໃນ​ຂອບ​ເຂດ​​ໂຄງການຄູ່​ຮ່ວມ​ມື​ປາຊີ​ຟິກ 2016 (PP16) ຕອນ​ເຊົ້າ​ວັນ​ທີ 26/07, ຄະນະ​ກຳມະການ​ປະຊາຊົນ​ນະຄອນ ດ່າ​ໜັງ ສົມທົບ​ກັບ​ບັນດາ​ກຳລັງຂອງ​ໂຄງການ PP16 ຝຶກ​ຊ້ອມ​​ເພື່ອ​ຕັ້ງ​ການຍົກ​ສູງ​ຄວາມ​ສາມາດ​ປ້ອງ​ກັນ​ຕ້ານ​ໄພ​ທຳ​ມະ​ຊາດ ​ແລະ ຄົ້ນ​ຫາ​ກູ້​ໄພ​ກູ້​ຊີບ. ນີ້​ແມ່ນ​ການ​ຝຶກ​ຊ້ອມ​ດ້ວຍຂອບ​ຂະໜາ​ດ​ໃຫຍ່ ​ໂດຍ​ມີ​ຜູ້​​ເຂົ້າ​ຮ່ວມ​ເກືອບ 150 ຄົນ ​ແລະ ​ເຮືອ, ກ່ຳ​ປັ່ນ​ກູ້​ໄພ​ກູ້​ຊີບບົນ​ທະ​ເລ, ບັນດາ​ກຳລັງ​ຂອງ ຫວຽດນາມ ​ແລະ ອາ​ເມ​ລິ​ກາ. ການຝຶກ​ຊ້ອມ ​ເພື່ອ​ແນ​ໃສ່​ຍົກ​ສູງຄວາມ​ສາມາດ​ຊີ້​ນຳ​ນຳພາ, ບັນຊາ​ການ, ບໍລິຫານ​ຂອງ​ອຳນາດ​ການ​ປົກຄອງ, ຄະນະ​ບັນຊາ​ການ​ປ້ອງ​ກັນຕ້ານພະຍຸ​ນ້ຳ​ຖ້ວມ​ ​ແລະ ຊອກ​ຫາ​ກູ້​ໄພ​ກູ້​ຊີບ​ທຸກ​ຂັ້ນ ​ແລະ ການສົມ​ທົບ​ກັບ​ບັນດາ​ກຳລັງ​ສາກົນ

 

ຂ່າວ/ບົດ​ອື່ນ