ຫວຽດນາມຮັກສາລະດັບຈັດອັນດັບຄວາມໄວ້ວາງໃຈ,ການເຕີບໂຕເສດຖະກິດເປັນປົກກະຕິ

ຫວຽດນາມຮັກສາລະດັບຈັດອັນດັບຄວາມໄວ້ວາງໃຈ,ການເຕີບໂຕເສດຖະກິດເປັນປົກກະຕິ - ảnh 1
ເສັ້ນທາງຄວາມໄວສູງຂອງຫວຽດນາມ

(vovworld) – ວັນ​ທີ 29/4, ກະຊວງການເງິນ ໃຫ້ຮູ້ວ່າ: ອົງການຈັດອັນດັບຄວາມໄວ້ວາງໃຈ Standard & Poor’s (S&P) ຢັ້ງຢືນ​ວ່າ: ລະດັບ​ຄວາ​ມ​ໄວ້​ວາງ​ໃຈ​ຂອງ ຫວຽດນາມ ​ແມ່ນ​​ໃນ​ລະດັບ BB-/B, ​ແງ່​ຫວັງ​ເປັນ​ປົກກະຕິ. ໝາກຜົນ​ຂອງ​ການຈັດ​ອັນ​ດັບ​ຄວາມ​ໄວ້​ວາງ​ໃຈ​ຄັ້ງ​ນີ້​ສຳລັບ ຫວຽດນາມ ບໍ່​ປ່ຽນ​ແປງ​ເມື່ອ​ທຽບ​ໃສ່​ລະດັບ​ໂດຍ S&P ປະກາດ​ເມື່ອ​ເດືອນ 3/2015. ລະດັບ​​ແງ່​ຫວັງ​ເປັນ​ປົກກະຕິ​ສ່ອງ​ແສງ​ໃຫ້​ເຫັນ​ການ​ເຕີບ​ໂຕ​ດ້ານ​ເສດຖະກິດ ​ແລະ ບັນດາ​ປັດ​ໄຈ​ເສດຖະກິດ​ມະຫາ​ພາກ​ຂອງ ຫວຽດນາມ ​ທີ່​ອົງການ​ນີ້​ກໍ່​ຄື​ປະຊາ​ຄົມ​ບັນດາ​ນັກ​ລົງທຶນ​ຕີ​ລາຄາ​ເປັນ​ຢ່າງ​ດີ ​ແລະ ມີ​ແງ່​ຫວັງ​ປົວ​ແປງ​ດີ​ຂຶ້ນ.

      ຕາມ​ກະຊວງ​ການ​ເງິນ​ແລ້ວ, ບັນດາ​ປັດ​ໄຈ​​ທີ່ S&P ຕີ​ລາຄາ​ຕັ້ງໜ້າ, ປະກອບສ່ວນ​ຮັກສາ​ລະດັບ​ຈັດ​ອັນ​ດັບ​ຄວາ​ມ​ໄວ​້ວາງ​ໃຈ​ຂອງ ຫວຽດນາມ ລວມມີ: ຫວຽດນາມ ​ແມ່ນ​ປະ​ເທດ​ມີ​ລະດັບ​ລາຍ​ຮັບ​ປານ​ກາງ​ຕຳ່​ແຕ່​ພື້ນຖານ​ເສດຖະກິດ​ຫຼາຍ​ຮູບ​ຫຼາຍ​ແບບ​ພໍ​ສົມ​ຄວນ ​ແລະ ມີ​ລັກສະນະ​​ໄຫວພິບ. ລາຍ​ຮັບ​ສະ​ເລ່ຍ​​ໃສ່​ຫົວ​ຄົນ​ຄາດ​ວ່າບັນລຸ 2.200 USD ​ໃນ​ປີ 2016. ​ເສດຖະກິດ​ມະ​ຫາ​ພາກ​ສືບ​ຕໍ່​ຢູ່​ໃນ​ລະດັບ​ສູງ​ພໍ​ສົມຄວນ, ສົ່ງ​ຜົນ​ສະທ້ອນ​ຢ່າງ​ຕັ້ງໜ້າ​ເຖິງ​ການ​ສົ່ງ​ອອກ ​ແລະ ການ​ລົງທຶນ​ໂດຍ​ກົງ​ຈາກ​ຕ່າງປະ​ເທດ.


ຂ່າວ/ບົດ​ອື່ນ