ຫວຽດນາມຮັບບົດບາດເປັນປະເທດເຈົ້າພາບຈັດກອງປະຊຸມWEFອາຊຽນປີ 2018

(VOVWORLD) - ຕອນເຊົ້າວັນທີ 12/5, ເມື່ອພົບປະ, ໂອ້ລົມສົນທະນາກັບການນຳ 21 ທ່ານຂອງບັນດາກຸ່ມບໍລິສັດໃຫຍ່ທີ່ຂຶ້ນກັບເວທີປາໄສເສດຖະກິດໂລກ, ເນື່ອງໃນໂອກາດດຳເນີນເວທີປາໄສເສດຖະກິດໂລກກ່ຽວກັບ ອາຊຽນ ປີ 2017 ຢູ່ ພະນົມເປັນ, ກຳປູເຈຍ,
ຫວຽດນາມຮັບບົດບາດເປັນປະເທດເຈົ້າພາບຈັດກອງປະຊຸມWEFອາຊຽນປີ 2018 - ảnh 1 ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ຮັບ ກະດິງ ຈາກທ່ານນາຍົກລັດຖະມົນຕີ ກຳປູເຈຍ Hunsen

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຖືວ່າ, ດ້ວຍຄວາມຕັດສິນໃຈ, ບັນດາວິສາຫະກິດຈະປະສົບຜົນສຳເລັດຢູ່ ຫວຽດນາມ.

        “ຫວຽດນາມ ບໍ່ພຽງແຕ່ແມ່ນຕະຫຼາດດ້ວຍພົນລະເມືອງກວ່າ 93 ລ້ານຄົນເທົ່ານັ້ນ, ຫາກຍັງແມ່ນຕະຫຼາດຂອງ ອາຊຽນ ອີກດ້ວຍ. ພິເສດພວກຂ້າພະເຈົ້າພວມກຳມະສິດ 12 FTA ລຸ້ນໃໝ່ ແລະ ພວມປຶກສາຫາລື 4 FTA ຕື່ມອີກ ເພື່ອໃຫ້ພວກເຮົາສາມາດພັດທະນາຕະຫຼາດອັນກວ້າງໃຫຍ່ກວ່າອີກ“.

        ເມື່ອເນັ້ນໜັກເຖິງບັນດາກາລະໂອກາດໃຫຍ່ໃຫ້ບັນດານັກລົງທຶນ, ທ່ານນາຍົກລັດຖະມົນຕີ ຢືນຢັນວ່າ ຫວຽດນາມ ພວມສືບຕໍ່ປັບປຸງສະພາບແວດລ້ອມແຫ່ງການລົງທຶນດຳເນີນທຸລະກິດ, ສ້າງເງື່ອນໄຂສະດວກໃຫ້ບັນດານັກລົງທຶນ; ກໍ່ຄືໃຫ້ຄຳໝັ້ນສັນຍາປົກປ້ອງຊັບສິນທາງປັນຍາ, ສິດຊັບສິນສຳລັບບັນດານັກລົງທຶນ.

        ແລະກໍ່ໃນວັນທີ 12/5, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ເຂົ້າຮ່ວມ ແລະ ກ່າວຄວາມເຫັນທີ່ວາລະປຶກສາຫາລື “ການລົງທຶນພື້ນຖານໂຄງລ່າງຢ່າງສະຫຼາດ“. ນະທີ່ນີ້, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເນັ້ນໜັກເຖິງຄວາມສຳຄັນຂອງພື້ນຖານໂຄງລ່າງສຳລັບການພັດທະນາ, ແມ່ນເງື່ອນໄຂຕັດສິນຊີ້ຂາດເພື່ອເຊື່ອມຕໍ່ເສດຖະກິດ ແລະ ແມ່ນໃຈກາງໜຶ່ງໃນການກໍ່ສ້າງປະຊາຄົມເສດຖະກິດ ອາຊຽນ.

        ໃນໂອກາດນີ້, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ໃຫ້ການຕ້ອນຮັບການນຳບາງບໍລິສັດ, ກຸ່ມບໍລິສັດໃຫຍ່ທີ່ຂຶ້ນກັບ WEF, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ກໍ່ພົບປະກັບປະທານຮັບຜິດຊອບພາກພື້ນອາຊີ - ປາຊີຟິກ ຂອງກຸ່ມບໍລິສັດ P&G (ອາເມລິກາ), ຜູ້ອຳນວຍການທະນາຄານ HSBC (ອັງກິດ) ແລະ ທ່ານຮອງປະທານກຸ່ມບໍລິສັດ GE (ອາເມລິກາ).

ຕອນບ່າຍວັນທີ 12/5, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເຂົ້າຮ່ວມວາລະອັດກອງປະຊຸມ WEF ອາຊຽນ ແລະ ພິທີມອບຮັບບົດບາດເປັນປະເທດເຈົ້າພາບຈັດກອງປະຊຸມ WEF ອາຊຽນປີ 2018.

ຕອນຄຳ່ວັນທີ 12/5, ຄະນະຜູ້ແທນ ຫວຽດນາມ ໂດຍທ່ານ ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ນຳໜ້າ, ໄດ້ກັບມາຮອດ ຫວຽດນາມ, ສິ້ນສຸດການເຄື່ອນໄຫວເຂົ້າຮ່ວມກອງປະຊຸມ WEF ອາຊຽນ ຄັ້ງທີ 26 ຢ່າງຈົບງາມ.

 

 

ຕອບກັບ

ຂ່າວ/ບົດ​ອື່ນ