ຫວຽດນາມຮຽກຮ້ອງ ສປຊໃຫ້ບຸລິມະສິດສ້າງຍຸດທະສາດສະກັດກັ້ນການປະທະກັນເປັນເວລາຍາວນານ

ຫວຽດນາມຮຽກຮ້ອງ ສປຊໃຫ້ບຸລິມະສິດສ້າງຍຸດທະສາດສະກັດກັ້ນການປະທະກັນເປັນເວລາຍາວນານ - ảnh 1
ວາ​ລະ​ປະ​ຊູມ​ຂອງ ສະ​ພາ​ຄວາມ​ໝັ້ນ​ຄົງ ສ​ປ​ຊ
(ພາບ:ສຳ​ນັກ​ຂ່າວ​ສານ ຫວຽດ​ນາມ/TTXVN)

(vovworld) – ວັນ​ທີ 10/1, ສະ​ພາ​ຄວາມ​ໝັ້ນ​ຄົງ ສ​ປ​ຊ, ໂດຍ​ພາຍ​ໃຕ້​ການ​ເປັນ​ປະ​ທານ​ຂອງ ຊ​ູ​ແອດ, ປະ​ທານ​ສະ​ພາ​ຄວາມ​ໝັ້ນ​ຄົງ ສ​ປ​ຊ ໃນ​ເດືອນ 1/2017, ໄດ້​ຈັດ​ຕັ້ງ​ວາ​ລະ​ປຶກ​ສາ​ຫາ​ລື​ເປີດ​ຄັ້ງ​ທຳ​ອິດ ໃນ​ປີ 2017 ດ້ວຍ​ຫົວ​ຂໍ້ “ສະ​ກັດ​ກັ້ນ​ການ​ປະ​ທະ​ກັນ ແລະ ຮັກ​ສາ​ສັນ​ຕິ​ພາບ​ໃຫ້​ໝັ້ນ​ຄົງ”. ເຂົ້າ​ຮ່ວມ ແລະ ກ່າວ​ຄຳ​ເຫັນ​ທີ່​ວາ​ລະ​ປະ​ຊຸມ​ມີ​ຜູ້​ຕາງ​ໜ້າ​ຂອງ 94 ປະ​ເທ​ດ​ສະ​ມາ​ຊິກ, ໃນ​ນັ້ນ​ມີ​ລັດ​ຖະ​ມົນ​ຕີ 10 ທ່ານ, ຮອງ​ລັດ​ຖະ​ມ​ົນ​ຕີ 2 ທ່ານ. ທ່ານ​ນາງ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຟ້າມ​ທິ​ກິມ​ແອງ, ຮອງ​ຫ​ົວ​ໜ້າ​ຄະ​ນະ​ຜູ້​ຕາງ​ໜ້າ​ຫວຽດ​ນາມ ປະ​ຈຳ ສ​ປ​ຊ ເຂົ້າ​ຮ່ວມ​ເຫດ​ການນີ້. ກ່າ​ວ​ຄຳ​ເຫັນ​ທີ່​ວາ​ລະ​ປຶກ​ສ​າ​ຫາ​ລ​ື, ທ່າ​ນ​ນາງ​ເອ​ກ​ອັກ​ຄະ​ລັດ​ຖ​ະ​ທູດ ຟ້າມ​ທິ​ກິມ​ແອງ ຖື​ວ່າ ບັນ​ດາ​ການ​​ຂັດ​ແຍ້ງ​ແກ່​ຍາວບໍ່​ພຽງ​ແຕ່ກໍ່​ຄວາມ​ກີດ​ຂວາງ​ບັນ​ດາ​ຄວາມ​ມາ​ນະ​ພະ​ຍາ​ຍາ​ມ​ພັດ​ທະ​ນາ​ເທົ່າ​ນັ້ນ ຫາກ​ຍັງ​ແມ່ນ​ສາຍ​ເຫດ​ໃຫ້​ການ​ປະ​ທະ​ກັນ​ອີກ​ດ້ວຍ. ດັ່ງ​ນັ້ນ ຮອດ​ຈຸດ​ເວ​ລາ​​ແລ້ວທີ່ ສ​ປ​ຊ ຕ້ອງ​ເພີ່ມ​ທະ​ວີ​ການ​ປັ​ບ​ປຸງ​ໂຄງ​ປະ​ກອບ​ຄວາມ​ໝັ້ນ​ຄົງ​ລວ​ມ​ໝູ່, ບົນ​ພື້ນ​ຖານ​ຍູ້​ແຮງ​ລັດ​ທິຫຼາຍ​ຝ່າຍ, ເຄົາ​ລົບ ແລະ ປະ​ຕິ​ບັດ​ຕາມ​ກົດ​ໝາຍ​ສາ​ກົນ, ບໍ່​ນຳ​ໃຊ້ ຫຼື ນາບ​ຂູ່​ນຳ​ໃຊ້​ກຳ​ລັງ​ອາ​ວຸດ.


ຂ່າວ/ບົດ​ອື່ນ