ຫວຽດນາມຮຽກຮ້ອງບັນດາຝ່າຍເຄົາລົບກົດໝາຍ ສາກົນ, ຟື້ນຟູສັນຕິພາບ, ສະຖຽນລະພາບຢູ່ເຂດກາຊາ

ຫວຽດນາມຮຽກຮ້ອງບັນດາຝ່າຍເຄົາລົບກົດໝາຍ ສາກົນ, ຟື້ນຟູສັນຕິພາບ, ສະຖຽນລະພາບຢູ່ເຂດກາຊາ - ảnh 1
(ພາບປະກອບ: AFP)

(vovworld) – ຕອນ​ບ່າຍ​ວັນ​ທີ 20/08, ຢູ່​ຮ່າ​ໂນ້ຍ, ຄະນະ​ກຳມະການ​ຫວຽດນາມ ສາມັກຄີ​ກັບ​ປະຊາຊົນ​ປາ​ແລດ​ສຕິນ, ຄະນະ​ກຳມະການ​ຫວຽດນາມ ສາມັກຄີ ​ແລະ ຮ່ວມ​ມື​ອາຊີ - ​ອາ​ຟລິ​ກາ - ອາ​ເມ​ລິ​ກາ​ລາ​ຕິນ, ກອງທຶນ​ສັນຕິພາບ ​ແລະ ພັດທະນາ​ຫວຽດນາມ, ຄະນະ​ກຳມະການ​ສັນຕິພາບ​ຫວຽດນາມ ​ໄດ້​ຈັດ​ຕັ້ງ​ການ​ໂອ້​ລົມ​ສົນທະນາ​ແບ່ງປັນ​ຂໍ້​ມູນກ່ຽວ​ກັບ​ສະພາບ​ການ​ຢູ່​ເຂດ​ກາຊາ. ທີ່​ການ​ໂອ້​ລົມ​ສົນທະນາ, ​ແບ່ງປັນ ​ແລະ ອັບ​ເດັດ​ຂໍ້​ມູນ​ກ່ຽວ​ກັບ​ວິ​ກິດ​ການ​ເຊິ່ງຊາວ​ປາ​ແລດ​ສຕິນ ພວມ​ຮັບ​ມື, ທ່ານ​ເອກ​ອັກຄະ​ລັດຖະທູດ​ປາ​ແລດ​ຕິນ ປະຈຳ​ຫວຽດນາມ Saadi Salama ຮຽກຮ້ອງ​ໃຫ້​ປະຊາ​ຄົມ​ສາກົນ​ກ່າວ​ປະນາມ​ການ​ບຸກ​ໂຈມ​ຕີ​ທີ່​ໂຫດຮ້າຍ​ຂອງ​ປາ​ແລດ​ສຕິນ ​ແລະ ໜູນ​ຊ່ວຍ​ມະນຸດສະທຳ​ໃຫ້​ປະຊາຊົນຢູ່​ເຂດ​ກາຊາ; ພ້ອມ​ທັງ​ຮຽກຮ້ອງ​ບັນດາ​ຄຳ​ໝັ້ນ​ສັນຍາ​ໃຫ້​ວິວັດ​ການ​ສ້າງຕັ້ງ​ເຂດ​ດິນ​ແດນ​ດັ່ງກ່າວ​ຄືນ​ໃໝ່ ດ້ວຍ​ການ​ຮັບປະກັນ​ຈາກ​ຝ່າຍ​ອິດສຣາ​ແອນ ກັບ​ປະຊາຊົນ​ສາກົນ​ວ່າ ຈະ​ບໍ່​ບຸກ​ໂຈມ​ຕີ​ເຂດດິນ​ນີ້​ອີກ​​ໃນ​ອະນາຄົດ. ຢືນຢັນ​ຄວາມ​ສາມັກ​ຄີ​ລະຫວ່າງ​ຫວຽດນາມ - ​ປາ​ແລດ​ສຕິນ ​ແລະ ສະໜັບສະໜູນ​ການ​ຕໍ່ສູ້​ເປັນ​ທຳ​ຂອງ​ປະຊາຊົນ​ປາ​ແລດ​ສຕິນ, ທ່ານ ​ໂຮ່​ແອ​ງຢຸງ, ປະທານ​ຄະນະ​ກຳມະການ​ຫວຽດນາມ ສາມັກຄີ​ກັບ​ປະຊາຊົນ​ປາ​ແລດ​ສຕິນ ​ເນັ້ນ​ໜັກ​ວ່າ, ຄະນະ​ກຳມະການ​ຫວຽດນາມ ສາມັກຄີ​ກັບ​ປະຊາຊົນ​ປາ​ແລດ​ສຕິນ, ຄະນະ​ກຳມະການ​ຫວຽດນາມ ສາມັກຄີ ​ແລະ ຮ່ວມ​ມື​ອາຊີ - ​ອາ​ຟລິ​ກາ - ອາ​ເມ​ລິ​ກາ​ລາ​ຕິນ, ກອງທຶນ​ສັນຕິພາບ ​ແລະ ພັດທະນາ​ຫວຽດນາມ, ຄະນະ​ກຳມະການ​ສັນຕິພາບ​ຫວຽດນາມ ຄັດຄ້ານ​ການ​ນຳ​ໃຊ້​ອາວຸດ​​ເລັ່ງ​ໃສ່​ປະຊາຊົນ​ຢູ່​ເຂດ​ກາຊາ​ຢ່າງ​ຮຸນ​ແຮງ ​ແລະ ຮຽກຮ້ອງ​ໃຫ້​ບັນດາ​ຝ່າຍ​ຢຸດຕິ​ການ​ກະທຳ​ນຳ​ໃຊ້​ອາວຸດ, ຢຸດຕິ​ການຖິ້ມ​ລະ​ເບີດ​ລົງເຂດ​ກາຊາ, ພ້ອມ​ກັນ​ເຈລະຈາ, ມຸ່ງ​ໄປ​ເຖິງ​ການ​ແກ້​ໄຂ​ການ​ປະ​ທະ​ກັນ. ຄຳ​ຖະ​ແຫຼ​ງກໍ່​ຮຽກຮ້ອງ​ໃຫ້​ຝ່າຍ​ຕ່າງໆເຄົາລົບ​ກົດໝາຍ​ສາກົນ ຮ່ວມມື​ກັບປະຊາ​ຄົມສາ​ກົນ​ຟື້ນ​ຟູ​ສັນຕິພາບ, ສະຖຽນ​ລະ​ພາບ​ໃຫ້​ພາກພື້​ນ​ໂດຍ​ທັນທີ.

ຂ່າວ/ບົດ​ອື່ນ