ຫວຽດນາມຮຽກຮ້ອງໃຫ້ຈີນຢຸດຕິບັນດາການກະທຳລະເມີດຢູ່ເຂດທະເລຂອງຫວຽດນາມ

(VOVWORLD) -ຫວຽດນາມ ໄດ້ຈັດການພົບປະກັບຝ່າຍຈີນ ເປັນຫຼາຍຄັ້ງແລ້ວ ຢູ່ທຸກຊ່ອງທາງທີ່ແຕກຕ່າງກັນ, ມອບຈົດໝາຍທາງການເພື່ອຄັດຄ້ານ, ເດັດດ່ຽວຮຽກຮ້ອງຢຸດຕິບັນດາການກະທຳທີ່ລ່ວງລະເມີດ, ຖອນກ່ຳປັ່ນທັງໝົດອອກຈາກເຂດທະເລຂອງຫວຽດນາມ

ຫວຽດນາມຮຽກຮ້ອງໃຫ້ຈີນຢຸດຕິບັນດາການກະທຳລະເມີດຢູ່ເຂດທະເລຂອງຫວຽດນາມ - ảnh 1 ໂຄສົກກະຊວງການຕ່າງປະເທດຫວຽດນາມ ທ່ານນາງ ເລທິທູຮັ່ງ

(ພາບ: TTXVN)

ວັນທີ 19 ກໍລະກົດ 2019, ເມື່ອຕອບຄຳຖາມຕໍ່ນັກຂ່າວທີ່ສະເໜີສະແດງຄຳຄິດເຫັນກ່ຽວກັບຄຳກ່າວປາໄສຂອງໂຄສົກກະຊວງການຕ່າງປະເທດຈີນ ໃນວັນທີ 17 ກໍລະກົດ 2019 ທີ່ກ່ຽວຂ້ອງເຖິງການຜັນແປຢູ່ເຂດທະເລຕາເວັນອອກ. ໂຄສົກກະຊວງການຕ່າງປະເທດຫວຽດນາມ ທ່ານນາງ ເລທິທູຮັ່ງ ເນັ້ນໜັກວ່າ: ໃນຊຸມວັນຜ່ານມາ, ກຸ່ມກ່ຳປັ່ນສຳຫຼວດ ຫາຍຢ໊າງ 8 ຂອງຈີນ ໄດ້ມີການກະທຳລ່ວງລະເມີດເຂດເສດຖະກິດຈຳເພາະ ແລະ ເຂດໄຫຼ່ທະວີບຂອງຫວຽດນາມ ຢູ່ເຂດທາງທິດໃຕ້ຂອງທະເລຕາເວັນອອກ. ນີ້ແມ່ນເຂດທະເລຂອງຫວຽດນາມ, ໄດ້ກຳນົດຢ່າງຖືກຕ້ອງຕາມບັນດາຂໍ້ກຳນົດຂອງສົນທິສັນຍາຂອງສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982 ເຊິ່ງຫວຽດນາມ ແລະ ຈີນ ລ້ວນແຕ່ແມ່ນສະມາຊິກ. ຫວຽດນາມ ໄດ້ຈັດການພົບປະກັບຝ່າຍຈີນ ເປັນຫຼາຍຄັ້ງແລ້ວ ຢູ່ທຸກຊ່ອງທາງທີ່ແຕກຕ່າງກັນ, ມອບຈົດໝາຍທາງການເພື່ອຄັດຄ້ານ, ເດັດດ່ຽວຮຽກຮ້ອງຢຸດຕິບັນດາການກະທຳທີ່ລ່ວງລະເມີດ, ຖອນກ່ຳປັ່ນທັງໝົດອອກຈາກເຂດທະເລຂອງຫວຽດນາມ; ເຄົາລົບສິດອຳນາດອະທິປະໄຕ ແລະ ສິດອຳນາດສານຂອງຫວຽດນາມ ເພື່ອການພົວພັນລະຫວ່າງ 2 ປະເທດ ແລະ ເພື່ອສັນຕິພາບ, ສະຖຽນລະພາບຢູ່ພາກພື້ນ. ບັນດາກຳລັງທີ່ມີໜ້າທີ່ທາງທະເລຂອງຫວຽດນາມ ສືບຕໍ່ຜັນຂະຫຍາຍຫຼາຍມາດຕະການທີ່ເໝາະສົມເພື່ອປະຕິບັດອະທິປະໄຕ, ສິດອຳນາດອະທິປະໄຕ ແລະ ສິດອຳນາດສານໂດຍສັນຕິວິທີ, ຖືກຕ້ອງຕາມກົດໝາຍເພື່ອແນໃສ່ປົກປັກຮັກສາເຂດທະເລຂອງຫວຽດນາມ. ຄືດັ່ງໄດ້ຢັ້ງຢືນໃນຄຳກ່າວປາໄສຂອງທ່ານນາງໂຄສົກກະຊວງການຕ່າງປະເທດຫວຽດນາມ ເມື່ອວັນທີ 16 ກໍລະກົດ 2019 ແລ້ວ, ຫຼັກໝັ້ນສະເໝີຕົ້ນສະເໝີປາຍຂອງຫວຽດນາມ ແມ່ນເດັດດ່ຽວ, ຢຶດໝັ້ນຕໍ່ສູ້ໂດຍສັນຕິວິທີ, ເໝາະສົມກັບກົດໝາຍສາກົນ, ສົນທິສັນຍາຂອງສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982 ຕໍ່ໜ້າບໍ່ວ່າການກະທຳລ່ວງລະເມີດອະທິປະໄຕ, ສິດອຳນາດອະທິປະໄຕ ແລະ ສິດອຳນາດສານຂອງຫວຽດນາມ ຢູ່ບັນດາເຂດທະເລທີ່ໄດ້ກຳນົດເໝາະສົມກັບສົນທິສັນຍາຂອງສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982. ທ່ານນາງໂຄສົກກະຊວງການຕ່າງປະເທດຫວຽດນາມ ໄດ້ຢັ້ງຢືນວ່າ ການຮັກສາຄວາມເປັນລະບຽບຮຽບຮ້ອຍ, ສັນຕິພາບ, ຄວາມໝັ້ນຄົງຢູ່ເຂດທະເລຕາເວັນອອກ ແມ່ນຜົນປະໂຫຍດລວມຂອງບັນດາປະເທດໃນພາກພື້ນ ແລະ ນອກພາກພື້ນ ກໍຄືປະຊາຄົມສາກົນ. ສະນັ້ນ, ຫວຽດນາມ ປາດຖະໜາວ່າ ບັນດາປະເທດທີ່ກ່ຽວຂ້ອງ ແລະ ປະຊາຄົມສາກົນຈະພ້ອມກັນມານະພະຍາຍາມປະກອບສ່ວນ ເພື່ອແນໃສ່ປົກປັກຮັກສາ ແລະ ຮັກສາຜົນປະໂຫຍດລວມນີ້.

ຕອບກັບ

ຂ່າວ/ບົດ​ອື່ນ