ຫວຽດນາມຮຽກຮ້ອງໄຕ້ຫວັນບໍ່ໄດ້ມີການກະທຳລ່ວງລ້ຳອະທິປະໄຕຂອງຫວຽດນາມຢູ່ໝູ່ເກາະເຈື່ອງຊາອີກ

ຫວຽດນາມຮຽກຮ້ອງໄຕ້ຫວັນບໍ່ໄດ້ມີການກະທຳລ່ວງລ້ຳອະທິປະໄຕຂອງຫວຽດນາມຢູ່ໝູ່ເກາະເຈື່ອງຊາອີກ - ảnh 1
ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຫວຽດ​ນາມ​ເລ​ຫາຍ​ບີງ

(vovworld)- ​ ວັນ​ທີ 28/7, ເມື່ອ​ຕອບ​ຄຳ​ຖາມ​ຂອງ​ນັກ​ຂ່າວ​ກ່ຽວ​ກັບ​ປະ​ຕິ​ກິ​ລິ​ຍາ​ຂອງ ຫວຽດ​ນາມ ຕໍ່​ຫນ້າ​ຂ່າວ​ຄາວ​ທີ່​ວ່າ ຫວ່າງ​ແລ້ວນີ້ ມີ​ເຈົ້າ​ຫນ້າ​ທີ່ ໄຕ້​ຫວັນ (ປະ​ເທດ​ຈີນ) ຈຳ​ນວນ​ຫນຶ່ງ ໄດ້​ໄປ​ເຖິງ​ເຂດ ບາ​ບີງ ຂຶ້ນ​ກັບ​ໝູ່​ເກາະ ເຈື່ອງ​ຊາ ຂອງ​ຫວຽດ​ນາມ, ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ ເລ​ຫາຍ​ບີງ ຊີ້​ແຈ້ງວ່າ:

        “ຫວຽດ​ນາມ ຢັ້ງ​ຢືນ​ອະ​ທິ​ປະ​ໄຕ​ທີ່ບໍ່​ອາດ​ປະ​ຕິ​ເສດ​ໄດ້​ສຳ​ລັບ ໝູ່​ເກາະ ຮ່​ວາງ​ຊາ ແລະ ເຈື່ອງ​ຊາ. ທຸກ​ການ​ເຄື່ອນ​ໄຫວ​ຂອງ​ຕ່າງ​ປະ​ເທດ ຢູ່​ບັນ​ດາ​ເຂດນີ້ ໂດຍບໍ່​ໄດ້​ຮັບ​ການ​ຮັບ​ຮູ້​ຈາກ​ຝ່າຍ​ຫວຽດ​ນາມ ລ້ວນ​ແຕ່​ແມ່ນ​ຜິດ​ກົດ​ໝາຍ.”

ຫວ່າງ​ແລ້ວນີ້ ມີ​ເຈົ້າ​ຫນ້າ​ທີ່ ໄຕ້​ຫວັນ ຈຳ​ນວນ​ຫນຶ່ງ ໄດ​້​ໄປ​ເຖິງ​ເຂດ ບາ​ບີງ ແມ່ນ​ລ່ວງ​ລ້ຳ​ອ​ະ​ທິ​ປະ​ໄຕ​ຂອງ​ຫວຽດ​ນາມ ສຳ​ລັບ​ໝູ່​ເກາະ ເຈື່ອງ​ຊາ. ຫວຽດ​ນາມ ເດັດ​ດ່ຽວ​ຄັດ​ຄ້ານ ແລະ ຮຽກ​ຮ້ອງ​ຝ່າຍ ໄຕ້​ຫວັນ ບໍ່​ໄດ້​ມີ​ການ​ກະ​ທຳ​ຄື​ແນວນັ້ນ​ອີກ, ປະ​ກອບ​ສ່ວນ​ຮັກ​ສາ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ​ຢູ່​ທະ​ເລ​ຕາ​ເວັນ​ອອກ.”

 

ຕອບກັບ

ຂ່າວ/ບົດ​ອື່ນ