ຫວຽດນາມເຂົ້າຮ່ວມ ກອງປະຊຸມລັດຖະ ມົນຕີແມ່ນ້ຳຂອງ- ສ.ເກົາຫຼີ ຄັ້ງທີ 4

ຫວຽດນາມເຂົ້າຮ່ວມ ກອງປະຊຸມລັດຖະ ມົນຕີແມ່ນ້ຳຂອງ- ສ.ເກົາຫຼີ ຄັ້ງທີ 4 - ảnh 1
ກອງ​ປະຊຸມ​ລັດຖະມົນຕີ​ແມ່​ຂອງ - ສ.​ເກົາຫຼີ ຄັ້ງ​ທີ 4
(ພາບ: TTXVN)


(vovworld) –  ກອງ​ປະຊຸມ​ລັດຖະມົນຕີ​ແມ່ນ້ຳ​ຂອງ - ສ.​ເກົາຫຼີ ຄັ້ງ​ທີ 4 ດຳ​ເນີນ​ໄປ​ໃນ​ຕອນ​ເຊົ້າ​ວັນ​ທີ 29/07, ຢູ່​ນະຄອນຫຼວງ​ເຊີ​ອູ​ນ, ສ.​ເກົາຫຼີ ພາຍ​ໃຕ້​ການ​ເປັນ​ປະທານ​ຂອງ​ລັດຖະມົນຕີການ​ຕ່າງ​ປະ​ເທດສ.​ເກົາຫຼີ ​ແລະ ຜູ້​ຮັກສາ​ການ​ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທ​ດ​ໄທ. ກອງ​ປະຊຸມ​ຄັ້ງ​ນີ້ ​ແມ່ນ​ເຫດການ​ສຳຄັນ​ເຊິ່ງນອນ​ໃນ​ບັນດາ​ການ​ເຄື່ອນ​ໄຫວ​ຂອງ “ປີ​ພົບ​ປະ​ແລກປ່ຽນ​ແມ່ນ້ຳ​ຂອງ - ສ.​ເກົາຫຼີ 2014”. ທີ່​ກອງ​ປະຊຸມ, ບັນດາ​ລັດຖະມົນຕີ​ໄດ້​ແລກປ່ຽນ​ກ່ຽວ​ກັບ​ການ​ກຳນົດ​ທິດ​ຜັນ​ຂະຫຍາຍ​ການ​ຮ່ວມ​ມື​ແມ່​ນ້ຳຂອງ - ສ.​ເກົາຫຼີ ​ໃນ​ໄລຍະ​ຈະ​ມາ​ເຖິງ, ກໍ່​ຄື​ບາງ​ບັນຫາ​ສາກົນ ​ແລະ ພາກ​ພື້ນ​ຄື ການ​ຜັນ​ແປ​ໃນ​ແຫຼມ​ເກົາຫຼີ, ສະພາບ​ຢູ່​ທະ​ເລ​ຕາ​ເວັນ​ອອກ, ສະພາບ​ການ​ເມືອງ​ຢູ່​ໄທ… ກອງ​ປະຊຸມ​ໄດ້​ຮັບຮອງ​ແຜນການ​ເຄື່ອນ​ໄຫວ 2014 – 2017 ​ແລະ ຂັ້ນ​ຕອນ​ການນຳ​ໃຊ້​ກອງ​ທຶນຮ່ວມ​ມື​ແມ່​ນ້ຳຂອງ - ສ.​ເກົາຫຼີ. ນີ້​ໄດ້​ຮັບ​ຖື​ວ່າ​ແມ່ນ​ບາດກ້າວ​ທີ່​ສຳຄັນ​ສຳລັບ​ກົນ​ໄກ​ຮ່ວມ​ມື​ແມ່ນ້ຳ​ຂອງ - ສ.​ເກົາຫຼີ, ຊ່ວຍ​ກຳນົດ​ຈຸດໝາຍ, ທິດ​ທາງ ​ແລະ ຂັ້ນ​ຕອນ​ລະອຽດ​ເພື່ອ​ປະຕິບັດ​ບັນດາ​ໂຄງການ​ຮ່ວມ​ມື​ໃຫ້​ບຸລິມະສິດ.

        ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ, ທ່ານ​ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ​ການ​ຕ່າງປະ​ເທດ​ຫວຽດນາມ ຟ້າ​ມບິ່ງ​ມິ​ງ, ຫົວໜ້າ​ຄະນະ​ຜູ້​ແທນ​ຫວຽດນາມ ​ເຂົ້າ​ຮ່ວມ​ກອງ​ປະຊຸມ ​​​ໄດ້ເນັ້ນ​ໜັກ​​ເຖິງ​ຄວາມສຳຄັນ​ຂອງ​ການ​ເພີ່ມ​ທະວີ​ການ​ເຊື່ອມ​ຕໍ່​ພື້ນ​ຖານ​ໂຄງ​ລ່າງ, ພັດທະນາ​ແຫຼ່ງຊັບພະຍາກອນ​ມະນຸດ ທີ່​ມີ​ຕໍ່​ການ​ພັດທະນາ​ຂອງ​ອະນຸ​ພາກ​ພື້ນ​ແມ່​ນ້ຳຂອງ; ​ແບ່ງປັນ​ທັດສະນະ​ຕ້ອງ​ເອົາ​ໃຈ​ໃສ່​ເຖິງ​ການ​​ເຕີ​ບ​ໂຕ​ຂຽວ​ໃນ​ພາກ​ພື້ນ… ການ​ເຂົ້າ​ຮ່ວມ​ບັນດາ​ກອງ​ປະ​ຊຸມ​ຂອງ​ຫວຽດນາມ ​ໄດ້​ປະກອບສ່ວນ​ຊຸູກຍູ້​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ລະຫວ່າງ​ຫວຽດນາມ - ສ.​ເກົາຫຼີ ​ແລະ ການ​ພົວພັນ​ຮ່ວມ​ມື​ລະຫວ່າງ​ຫວຽດນາມ ກັບ​ບັນດາ​ປະ​ເທດ​​ແມ່​ນ້ຳຂອງ​ອື່ນໆ, ພ້​ອມທັງ​ຢືນຢັນ​ຄວາມ​ເອົາ​ໃຈ​ໃສ່ ​ແລະ ການ​ປະກອບສ່ວນ​ຂ​ອງຫວຽດນາມ ສຳລັບ​ກົນ​ໄກ​ຮ່ວມ​ມື​ແມ່​ນ້ຳຂອງ - ສ.​ເກົາຫຼີ. ຕາມ​ການ​ໝູນ​ວຽນ, ຫວຽດນາມ ຈະ​ພ້ອມ​ກັບສ.​ເກົາຫຼີ ​ເປັນ​ປະທານ​ບັນດາ​ກອງ​ປະຊຸມ​​ແມ່​ຂອງ - ສ.​ເກົາຫຼີ ​ໃນ​ປີ 2015.

        ຢູ່​ນອກ​ກອງ​ປະຊຸມ, ທ່ານ​ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ການ​ຕ່າງປະ​ເທດ ຟ້າ​ມບິ່ງ​ມິ​ງ ​ໄດ້​ມີ​ການ​ເຈລະຈາ​ກັບ​ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດສ.​ເກົາ​ຫຼີ Yun Bieng Se, ​ແລກປ່ຽນ​ບັນດາ​ມາດ​ຕະການ​ລະອຽດ ​ເພ່ືອ​ຜັນ​ຂະຫຍາຍ​ບັນດາ​ກຂໍ້​ຕົກລົງ​ທີ່​ບັນລຸ​ໄດ້​ລະຫວ່າງ​ການ​ນຳ 2 ປະ​ເທດ, ​ໃນ​ນັ້ນ​ມີ​ການ​ຊຸກຍູ້​ການ​ແລກປ່ຽນ​ຄະນະຜູ້​ແທນ ​ແລະ ການ​ພົບ​ປະ​ຂັ້ນ​ສູງ, ຍູ້​ແຮງ​ການ​ລົງທຶນ, ການ​ຄ້າ… ທ່ານ​ຮອງ​ນາຍົກລັດຖະມົນຕີ ຟ້ອມບິ່ງ​ມິ​ງ ສະ​ເໜີ​ໃຫ້​ຝ່າຍ​ສ.​ເກົາຫຼີ ຕັ້ງ​ໜ້າ​ສົມທົບ​ກັບ​ຫວຽດນາມ ​ເພື່ອ​ຜັນ​ຂະຫຍາຍຢ່າງ​ມີ​ປະສິດທິ​ຜົນ​ບັນດາ​ມາດ​ຕະການ​ເພື່ອ​ສະກັດ​ກັ້ນ​ສະພາບ​ຄົນ​ງານ​ຫວຽດນາມ ບໍ່​ກັບ​ເມື່ອ​ປະ​ເທດ​ຫຼັງ​ຈາກ​ສັນຍາ​ແຮງ​ງານ​ໝົດ​ກຳນົດ​, ພ້ອມ​ທັງ​ສະ​ເໜີ​ໃຫ້ 2 ຝ່າຍ​ລົງ​ນາມ “ບົດ​ບັນທຶກ​ຊ່ວຍ​ຈຳ​ທຳ​ມະ​ດາ” ກ່ຽວ​ກັບ​ໂຄງການ​ສະໜອງ​ການ​ອະນຸຍາດ​ວຽກ​​ເຮັດ​ງານ​ທຳ​ໃຫ້​ຄົນ​ງານ​ຕ່າງປະ​ເທດ.


ຂ່າວ/ບົດ​ອື່ນ