ຫວຽດນາມເຂົ້າຮ່ວມກອງປະຊຸມ SOM ອາຊຽນ - ອິນເດຍ ຄັ້ງທີ 19

ຫວຽດນາມເຂົ້າຮ່ວມກອງປະຊຸມ SOM ອາຊຽນ - ອິນເດຍ ຄັ້ງທີ 19 - ảnh 1
ກອງປະຊຸມ SOM ອາຊຽນ - ອິນເດຍ ຄັ້ງທີ 19
(ພາບ: BNG/VOV)

(vovworld) - ​ໃນ​ລະ​ຫວ່າງວັນ​ທີ 05 – 06/04, ກອງ​ປະ​ຊຸມ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ (SOM) ອາ​ຊຽນ - ອ​ິນ​ເດຍ ຄັ້ງ​ທີ 19 ຖືກ​ດຳ​ເນີນ​ຢູ່ນະ​ຄອນ​ຫຼວງ New Delhi ຂອງ​ອິນ​ເດຍ. ທ່ານ​ຮອງ​ລັດ​ຖະ​ມົນ​ຕີ​ການ​ຕ​່າງ​ປະ​ເທດ, ຫົວ​ໜ້າ SOM ອາ​ຊຽນ​ ຫວຽດ​ນາມ ຫງວຽນ​ກ໋ວກ​ຢຸງ ແລະ ທ່ານ​ຮອງ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ, ຫົວ​ໜ້າ SOM ອາ​ຊຽນ - ອິນ​ເດຍ Preeti Saran ໄດ້​ເປັນ​ປະ​ທາ​ນ​ຮ່ວມ.  ທີ່ກອງ​ປະ​ຊຸມ, 2 ຝ່າຍ​ໄດ້​ແລກ​ປ່ຽນ​ກ່ຽວ​ກັບ​ສະ​ພາບ​ການ​ສາ​ກົນ ແລະ ພາກ​ພື້ນ, ທົບ​ທວນ​ຄືນ​ການ​ຮ່ວມ​ມື​ອາ​ຊຽນ - ອິນ​ເດຍ ໃນ​ໄລ​ຍະ​ຜ່ານ​ມາ ກໍ​ຄື ທິດ​ທາງ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ໃນ​ໄລ​ຍະ​ຈະ​ມາ​ເຖິງ. ພ້ອມກັນ​ນັ້ນ, ບັນ​ດາ​ປະ​ເທດ​ກ​ໍ​ເປັນ​ເອ​ກະ​ພາບ​ນຳ​ກັນ​ໂດຍ​ພື້ນ​ຖານ​ບາງ​ບັນ​ຫາ​ກ່ຽວ​ກັບ​ການ​ເຄື່ອນ​ໄຫວ​ສະ​ເຫຼີມ​ສະ​ຫຼອງ 25 ປີ​ແຫ່ງ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ອາ​ຊຽນ - ອິນ​ເດຍ (1992 - 2017). ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ​, ດ້ວຍ​ຖາ​ນະ​ເປັນ​ປະ​ເທດ​ປະ​ສາ​ນ​ງານ​ການ​ພົວ​ພັນ​ອາ​ຊຽນ - ອິນ​ເດຍ, ຫົວ​ໜ້າ SOM ອາ​ຊຽນ ຫວຽດ​ນາມ ຢືນ​ຢັນ​ວ່າ, ດ້ວຍ​ບັນ​ດາ​​ສິ່ງ​ທີ່ຄ້າຍ​ຄື​ກັນ​ດ້ານ​ປະ​ຫວັດ​ສາດ, ວັດ​ທະ​ນະ​ທຳ ແລະ ສາ​ສະ​ໜາ, ອາ​ຊຽນ ແລະ ອິນ​ເດຍ ​ຄວນຊຸ​ກ​ຍູ້​ການ​​ເຄື່ອນ​ໄຫວ​ພົບ​ປະແລກ​ປ່ຽນ​ປະ​ຊາ​ຊົນ​ລະ​ຫວ່າງ 2 ປະ​ເທດກວ່າ​ອີກ, ເປັນ​ພື້ນ​ຖານ​ໃຫ້​ບັນ​ດາ​ການ​ພັດ​ທະ​ນາ​ໃໝ່​ໃນ​​ການ​ພົວ​ພັນ​ດ້ານ​ການ​ເມືອງ, ການ​ປ້ອງ​ກັນ​ຄວາມ​ສະ​ຫງົບ, ເສດ​ຖ​ະ​ກິດ ແລະ ວັດ​ທະ​ນະ​ທຳ​ສັງ​ຄົມ​ລະ​ຫວ່າງ​ອ​າ​ຊຽນ ແລະ ອິນ​ເດຍ.

        ກ່​ຽວ​ກັບ​ສະ​ພາບ​ການ​ຢູ່​ພາກ​ພື້ນ ແລະ ສາ​ກົນ, ທ່ານ​ຮອງ​ລັດ​ຖະ​ມົນ​ຕີ ຫວຽນ​ກ໋ວກ​ຢຸງ ຢືນ​ຢັນ​ວ່າ ​ບົດ​ບາດ​ໃຈ​ກາງ​ຂອງ​ອາ​ຊຽນ ສືບ​ຕໍ່​ໄດ້​ຮັບ​ການ​ປັບ​ປຸງ,  ບັນ​ດາ​ປະ​ເທດ​ຄູ່​ຮ່ວມ​ມື, ໂດຍ​ສະ​ເພາະ​ແມ່ນ​ບັນ​ດາ​ປະ​ເທດ​ໃຫຍ່​ສືບ​ຕໍ່​ຢືນ​ຢັນ​ຄວາມເຄົາ​ລົບ ແລະ ສະ​ໜັບ​ສະ​ໜູນ​ບົດ​ບາດ​ໃຈ​ກາງ​ຂອງ​ອາ​ຊຽນ ໃນ​ບັນ​ດາ​ວິ​ວັດ​ທະ​ນາ​ການ​​ພາກ​ພື້ນ​ໂດຍ​ອາ​ຊຽນ ສ້າງ​ຕັ້ງ ແລະ ນຳ​ພາ. ທ່ານ​ຮອງ​ລັດ​ຖະ​ມົນ​ຕີ​ເນັ້ນ​ໜັກ​ວ່າ,  ການ​ຮັກ​ສາ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ, ​ຄວາມສະ​ຫງົບ​ປອດ​ໄພ ແລະ ການ​ເດີນ​ທະ​ເລ​ຢ່າງ​ເສ​ລ​ີ ແລະ ການ​ບິນ​ຢູ່​ທະ​ເລ​ຕາ​ເວັນ​ອອກ ແມ່ນ​ຜົນ​ປະ​ໂຫຍດ ແລະ ​ຄວາມ​ຮັບ​ຜິດ​ຊອບ​ຂອງ​ທຸກ​ປະ​ເທດ, ໃນ​ນັ້ນ​ມີ​ອິນ​ເດຍ, ເຊິ່ງ​ແມ່ນ​ປະ​ເທດ​ມີ​ການ​ພົວ​ພັນ​ສະ​ໜິດ​ແໜ້ນ​ກັບ​ພາກ​ພື້ນ​ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ຜ່ານ​ການ​ຂົນ​ສົ່ງ​ທາງ​ທະ​ເລ. ຕາມນັ້ນ​ແລ້ວ, ບັນ​ດາ​ປະ​ເທດ​ຕ້ອງ​ຍົກ​ສູງ​ຈິດ​ໃຈ​ເຄົາ​ລົບ​ກົດ​ໝາຍ​ສາ​ກົນ, ໃນ​ນັ້ນ​ມີ​ສົນ​ທິ​ສັນ​ຍາ​ຂອງ​ສ​ະ​ຫະ​ປະ​ຊາ​ຊາດ​ກ່ຽວ​ກັບ​ກົດ​ໝາຍ​ວ່າ​ດ້ວຍ​ທະ​ເລ (UNCLOS) ປີ 1982 ແລະ ບັນ​ດາ​ວິ​ວັດ​ການ​ທາງ​ການ​ທູດ, ກົດ​ໝາຍ​ໃນ​ພາກ​ພື້ນ, ນັບ​ທັງ​​ການປະ​ຕິ​ບັດ​ຖະ​ແຫຼງ​ການ​ວ່າ​ດ້ວຍການປະ​ພຶດ​ຂອງ​ບັນ​ດາ​ຝ່າຍ​ຢູ່​ທະ​ເລ​ຕາ​ເວັນ​ອອກ (DOC) ຢ່າງ​ເຂັ້ມ​ງວດ ແລະ ຄົບ​ຖ້ວນ​.

ຕອບກັບ

ຂ່າວ/ບົດ​ອື່ນ