ຫວຽດນາມເຂົ້າຮ່ວມກອງປະຊຸມຂັ້ນລັດຖະມົນຕີກ່ຽວກັບການຮັກສາສັນຕິພາບໃນສະພາບແວດລ້ອມນຳໃຊ້ພາສາຝຣັ່ງ

ຫວຽດນາມເຂົ້າຮ່ວມກອງປະຊຸມຂັ້ນລັດຖະມົນຕີກ່ຽວກັບການຮັກສາສັນຕິພາບໃນສະພາບແວດລ້ອມນຳໃຊ້ພາສາຝຣັ່ງ - ảnh 1
ກອງ​ປະ​ຊຸມ​ຂັ້ນ​ລັດ​ຖະ​ມົນ​ຕີ​ກ່ຽວ​ກັບ​ການ
​ຮັກ​ສາ​ສັນ​ຕິ​ພາບ​ໃນ​ສະ​ພາ​ບ​ແວດ​ລ້ອມ​ນຳ​ໃຊ້ພາ​ສາ​ຝ​ຣັ່ງ
(ພາບ: TTXVN)

(vovworld)-ໂດຍ​ໄດ້​ຮັບ​ຄຳ​ເຊີນ ​ຂອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການຕ່າງ​ປະ​ເທດ ແລະ ​ລັດ​ຖະ​ມົນ​ຕີກະ​ຊວງ​ປ້ອງ​ກັນ​ປະ​ເທດຝ​​ຣັ່ງ, ຫວຽດ​ນາມ ໄດ້​ສົ່ງ​ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ ໂດຍ​ທ່ານ ​ພົນ​ໂທ ຫວໍ​ວັນ​ຕ໋ວນ, ຮອງ​ ຫົວ​ໜ້າ​ເສ​ນາ​ທິ​ການ​ໃຫ​ຍ່ ​ ​ກອງ​ທັບ​ປະ​ຊາ​ຊົນ​ຫວຽດ​ນາມ, ຮອງ​ຫົວ​ໜ້າ​ຄະ​ນະ​ຊີ້​ນຳ​ກະ​ຊວງ​ປ້ອງ​ກັນ​ປະ​ເທດຫວຽດ​ນາມ ກ່ຽວ​ກັບການ​ເຂົ້າ​ຮ່ວມ​ເຄື່ອນ​ໄຫວ​ ​ຮັກ​ສາ​ສັນ​ຕິ​ພາບ​ສະ​ຫະ​ປະ​ຊາ​ຊາດນຳ​ໜ້າ​ຄະ​ນະ, ເຂົ້າ​ຮ່ວມກອງ​ປ​ະ​ຊຸມ​​​ຂັ້ນ​ລັດ​ຖະ​ມົນ​ຕີ​ ກ່ຽວ​ກັບ​ການ​ຮັກ​ສາ​ສັນ​ຕິ​ພາບ​ ໃນ​ສະ​ພາ​ບ​ແວດ​ລ້ອມນຳ​ໃຊ້ພາ​ສາ​ຝ​ຣັ່ງ. ກອງ​ປະ​ຊຸມ​ໄດ້​ດຳ​ເນີນ ​ໃນລະ​ຫວ່າງວັນ​ທີ 26-27/10 ຢູ່​ນະ​ຄອນຫຼວງ Paris. ນີ້​ແມ່ນ​ຄັ້ງ​ທຳ​ອິດ​ທີ່​ຝ​ຣັ່ງ ​ເປັນ​ເຈົ້າ​ພາບ​ຈັດ​ຕັ້ງ​ກອງ​ປະ​ຊຸມ​ ກ່ຽວ​ກັບ​ການ​ຮັກ​ສາ​ສັນ​ຕິ​ພາບ​ຂອງ​ສະ​ຫະ​ປະ​ຊາ​ຊາດໃນ​ສະ​ພາ​ບ​ແວດ​ລ້ອມນຳ​ໃຊ້ພາ​ສາ​ຝ​ຣັ່ງ. ເນື້ອ​ໃນ​ຈຸດ​ສຸມ​ ຂອງກອງ​ປະ​ຊຸມ​ແມ່ນ​ ປຸກ​ລະ​ດົມ​ການ​ເຂົ້າ​ຮ່ວມ​ ຂອງ​ປະ​ຊາ​ຄົມ​ສາ​ກົນ ຢ່າງ​ຕັ້ງ​ໜ້າ ເພື່ອ​ແນ​ໃສ່​ຍົກ​ສູງ​​ກຳ​ລັງຄວາມ​ສາ​ມາດ ​ຂອງ​ບັນ​ດາຝ່າຍ​ ​ຂອງ​ສະ​ຫະ​ປະ​ຊາ​ຊາດກ່ຽວ​ກັບ​ການ​ຮັກ​ສາ​ສັນ​ຕິ​ພາບ, ປັບ​ປຸງ​ປະ​ສິດ​ທິ​ຜົນ​ຂອງ​ບັນ​ດາ​ບັ້ນ​ຮົບຮັກ​ສາ​ສັນ​ຕິ​ພາບ ຢູ່​ບັນ​ດາ​ປະ​ເທດ ເວົ້າ​ພາ​ສາ​ຝ​ຣັ່ງ, ພ້ອມ​ທັງ ​ຊອກ​ມາດ​ຕະ​ການແກ້​ໄຂ ສິ່ງທ້າ​ທາຍ​ຕ່າງໆ ທີ່​ພວມ​ວາງ​ອອກ ​ໃນ​​ປັດ​ຈຸ​ບັນ​ຄື: ການ​ເພີ່ມ​​ຂື້ນ​ຂອງ​ສົງ​ຄາມ ແລະ ​ເກີດການ​ປະ​ທະ​ກັນ ຢູ່ຫຼາຍ​ພາກ​ພື້ນ​ໃນ​ໂລກ. ກອງ​ປະ​ຊຸມ​ໄດ້​ດຶງ​ດູດ​ການ​ເຂົ້າ​ຮ່ວມ​ຂອງ 56 ປະ​ເທດ ແລະ ອົງ​ການ​ຈັດ​ຕັ້ງ​ສາ​ກົນ.

ຂ່າວ/ບົດ​ອື່ນ