ຫວຽດນາມເຂົ້າຮ່ວມກອງປະຊຸມຂັ້ນສູງສິນໃນນ້ຳອາຊີຕາເວັນອອກສຽງໃຕ້-ປາຊີຟິກ

ຫວຽດນາມເຂົ້າຮ່ວມກອງປະຊຸມຂັ້ນສູງສິນໃນນ້ຳອາຊີຕາເວັນອອກສຽງໃຕ້-ປາຊີຟິກ - ảnh 1
(ພາບ​ປະ​ກອບ: vneconomy.vn)

(vovworld)- ​ໃນ​ວັນ​ທີ 28/7, ອິນ​ໂດ​ເນ​ເຊຍ ຈັດ​ກອງ​ປະ​ຊຸມ​ຂັ້ນ​ສູງ​ຊັບ​ພະ​ຍາ​ກອນ​ທາງ​ນ້ຳ​ອາ​ຊີ​ຕາ​ເວັນ​ອອກ ແລະ ປາ​ຊີ​ຟິກ. ນີ້​ແມ່ນ​ການ​ພົບ​ປະ​ສົນ​ທະ​ນາຫຼາຍ​ຂະ​ແໜງລະ​ຫວ່າງ​ ບັນ​ດາ​ຝ່າຍ​ຂັ້ນ​ສູງ​ທີ່ກ່ຽວ​ຂ້ອງ​ເຖິງ​ຂະ​ແໜງ​​ສິນ​ໃນ​ນ້ຳ ກັບ​ບັນ​ດາ​ຜູ້​ຕາງ​ໜ້າ​ລັດ​ຖະ​ບານ, ບໍ່​ຂື້ນ​ກັບ​ລັດ​ຖະ​ບານ, ອົງ​ການ​ການ​ເງິນ ແລະ ວິ​ທະ​ຍາ​ສາດ. ກອງ​ປະ​ຊຸມ​ແມ່ນໂອ​ກາດ ​ເພື່ອ​ໃຫ້​ແຕ່​ລະ​ຝ່າຍ ໄດ້ສະ​ແດງ​ທັດ​ສະ​ນະ ແລະ ບັນ​ດາມາດ​ຕະ​ການ​ແກ້​ໄຂ​ທີ່​ຈຳ​ເປັນ ເພື່ອ​ແນ​ໃສ່​ປ່ຽນ​ແປງ, ພັດ​ທະ​ນາ​ອາ​ຊີບ​ຫາ​ປາ​ແບບ​ຍືນ​ຍົງ, ທັງ​ກ່ຽວ​ກັບຂໍ້​ກຳ​ນົດ ແລະ ​ການລົງ​ທຶນ. ຄະ​ນະ​ຜູ້​ແທນ​ຫວຽດ​ນາມ ໂດຍ ​ທ່ານ ຫວູ​ວັນ​​ຕ້າມ ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ກະ​ສິ​ກຳ ແລະ ພັດ​ທະ​ນາ​ຊົນ​ນະ​ບົດ ນຳ​ໜ້າ​​ໄດ້ເຂົ້າ​ຮ່ວມ.

        ທີ່ກອງ​ປະ​ຊຸ​ມ, ບັນ​ດາ​ຜູ້​ແທນ​ເຫັນ​ດີ​ເປັນ​ເອ​ກະ​ພາບ ​ການ​ປະ​ຕິ​ຮູບ​ຊີບ​ຫາ​ປາ​ທີ​ອາດສາ​ມາດ​ຊຸກ​ຍູ້​ບັນ​ດາ​ຜົນ​ງານ ​ຂອງ​ຂະ​ແໜງ​ສິນ​ໃນ​ນ້ຳ​​ອາ​ຊີພາກ​ພື້ນ​ອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້-ປາ​ຊີ​ຟິກ ແລະ ຊຸກ​ຍູ້​ຂະ​ແໜງນີ້ ໃຫ້​ພັດ​ທະ​ນາ​ແບບ​ຍືນ​ຍົງ. ຄຽງ​ຄູ່​​ກັບບັນ​ດາ​ຄວາມ​ມາ​ນະ​ພະ​ຍາ​ຍາມ ເພື່ອ​ປະ​ເຊີນ​ໜ້າ​ກັບ​​ການ​ຈັບຫາ​ປາຢ່າງ​ຜິດກົດ​ໝາຍ, ບັນ​ດາ​ລັດ​ຖະ​ບານ ​ຈຳ​ເປັນ​ຕ້ອງ​ຄຸ້ມ​ຄອງ​ ຢ່າງ​ແໜ້ນ​ແຟ້ນ  ເພື່ອຫຼີກ​ຫຼ້ຽງ​ສະ​ພາບ​ການ​​ຂຸດ​ຄົ້ນ​ສິນ​ທະ​ເລ​ເກີນ​ຂອບ​ເຂດ ຫຼື​ ນຳ​ໃຊ້​ບັນ​ດາ​ມາດ​ຕະ​ການ​ຂຸດ​ຄົ້ນ​ແບບ​ດັບ​ສູນ, ແນ​ໃສ່​ສະ​ກັດ​ກັ້ນການ​ທຳ​ລາຍ​ ລະ​ບົບ​ນິ​ເວດ​ທາງ​ທະ​ເລ. ໃນ​ໂອ​ກາດນີ້, ບັນ​ດາ​ເຈົ້າ​ໜ້າ​ທີ່ກໍ່​ປຶກ​ສາ​ຫາ​ລື ​ກ່ຽວ​ກັບ​ບັນ​ຫາ​ຢັ້ງ​ຢືນຕົ້ນ​ກຳ​ເນີດ​ຂອງ​ຜະ​ລິດ​ຕະ​ພັນ​ສິນ​ໃນ​ນ້ຳ, ໃນ​ນັ້ນ ​ມີກ​ານ​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ຕໍ່​ຕ້ານ​ການ​ຈັບ​ຫາ​ປາ​ຢ່າງ​ຜິດ​ກົດ​ໝາຍ (IUU).

ຂ່າວ/ບົດ​ອື່ນ