ຫວຽດນາມເຂົ້າຮ່ວມກອງປະຊຸມລັດຖະມົນຕີຂະບວນການບໍ່ຮ່ວມກຸ່ມ

(VOVWORLD) -ກອງປະຊຸມຂັ້ນລັດຖະມົນຕີຂະບວນການບໍ່ຮ່ວມກຸ່ມ (NAM) ດ້ວຍຫົວຂໍ້ “ຊຸກຍູ້ ແລະ ປັບປຸງສັນຕິພາບ ຜ່ານການເຄົາລົບກົດໝາຍສາກົນ”, ຖືກດຳເນີນໃນລະຫວ່າງວັນທີ 20 – 21 ກໍລະກົດ, ຢູ່ເວເນຊູເອລາ.

ຄະນະຜູ້ແທນຫວຽດນາມ ໂດຍທ່ານເອກອັກຄະລັດຖະທູດ ດັ້ງດິ່ງກຸຍ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳສະຫະປະຊາຊາດ, ເປັນຫົວໜ້າຄະນະເຂົ້າຮ່ວມ.

        ກ່າວຄຳເຫັນທີ່ກອງປະຊຸມ, ທ່ານເອກອັກຄະລັດຖະທູດ ດັ້ງດິ່ງກຸຍ ໄດ້ຍົກອອກຂໍ້ສະເໜີຂອງຫວຽດນາມ ກ່ຽວກັບທິດທາງໃນອະນາຄົດຂອງ NAM. ນັ້ນແມ່ນຂະບວນການບໍ່ຮ່ວມກຸ່ມຄວນສືບຕໍ່ເສີມຂະຫຍາຍບົດບາດນຳໜ້າໃນການຊຸກຍູ້ການປະຕິບັດຕາມກົດບັດຂອງສະຫະປະຊາຊາດ ແລະ ກົດໝາຍສາກົນ.

        ເມື່ອເຕື້ອງເຖິງບັນຫາຢູ່ພາກພື້ນອາຊີຕາເວັນອອກສ່ຽງໃຕ້ ແລະ ສະພາບການຢູ່ທະເລຕາເວັນອອກ, ທ່ານເອກອັກຄະລັດຖະທູດຮຽກຮ້ອງໃຫ້ບັນດາປະເທດຈົ່ງລະງັບໃຈ, ບໍ່ມີການກະທຳເຮັດໃຫ້ສະພາບການສັບສົນຂຶ້ນຕື່ມ, ລວມທັງບັນດາການເຄື່ອນໄຫວພຽງລຳພັງຝ່າຍດຽວ ແລະ ຫັນເປັນການທະຫານຢູ່ທະເລຕາເວັນອອກ.

        ກອງປະຊຸມໄດ້ຮັບຮອງເອົາຖະແຫຼງການການເມືອງ Caracas, ຖະແຫຼງການການເມືອງຂອງຄະນະກຳມະການຂັ້ນລັດຖະມົນຕີບໍ່ຮ່ວມກຸ່ມ ກ່ຽວກັບປາແລັດສະຕິນ ແລະ ເອກະສານສຸດທ້າຍຂອງກອງປະຊຸມ.

ຕອບກັບ

ຂ່າວ/ບົດ​ອື່ນ