ຫວຽດນາມເຂົ້າຮ່ວມກອງປະຊຸມລັດຖະມົນຕີຖະແຫຼງຂ່າວ-ສື່ສານ APEC

ຫວຽດນາມເຂົ້າຮ່ວມກອງປະຊຸມລັດຖະມົນຕີຖະແຫຼງຂ່າວ-ສື່ສານ APEC - ảnh 1
ຄະ​ນະ​ຜູ້​ແທນ​ຫວຽດ​ນາມ​ເຂົ້າ​ຮ່ວມກອງ​ປະ​ຊຸມ
ພາບ:vietnamplus.vn

(vovworld) – ​ກອງ​ປະຊຸມ​ລັດຖະມົນຕີ​ຖະ​ແຫຼ​ງຂ່າວ​-ສື່​ສານ ​ເວທີ​ປາ​ໄສ​ການ​ຮ່ວມ​ມື​ເສດຖະກິດ​ອາຊີ-ປາຊີ​ຝິກຄັ້ງ​ທີ 10 ( APEC TELMIN ) ​ໄດ້​ໄຂ​ຂຶ້ນ​ໃນ​ວັນ​ທີ 30/3 ຢູ່​ນະຄອນຫຼວງ ກົວ​ລາ​ລຳ​ເປີ ຂອງ​ປະ​ເທດມາ​ເລ​ເຊຍ. ເຂົ້າ​ຮ່ວມກອງ​ປະຊຸມມີ​​ຜູ້​ແທນເກືອບ 200 ທ່ານ ​ເຊິ່ງມາ​ຈາກ 19 ​ໃນ​ຈຳນວນ 21 ພື້ນຖານ​ເສດຖະກິດ​ສະມາຊິກ APEC. ຄະນະ​ຜູ້​ແທນ​ຫວຽດນາມ ໂດຍ​ທ່ານ​ລັດຖະມົນຕີຊ່ວຍ​ວ່າການ​ກະຊວງ​ຖະ​ແຫຼ​ງຂ່າວ ​ແລະ ສື່ສານ​ຫວຽດນາມ ຟາ​ມຮົງ​ຫາ​ຍ ນຳ​ໜ້າ. ​ໃນ​ສອງ​ວັນ​ດຳ​ເນີນ​ກອງ​ປະຊຸມ, ດ້ວຍ​ຫົວ​ຂໍ້ ” ​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວສານ ​ແລະ ສື່ສານ : ລົງທຶນ​ໃຫ້​ແກ່​ການ​ພັດທະນາ​ໃນ​ອະນາຄົດ ”, ບັນດາ​ລັດຖະມົນຕີ​ໄດ້​ປຶກສາ​ຫາລື ​ແລະ ຮັບຮອງ​ເອົາ​ແຜນການ​ດຳ​ເນີນ​ງານຍຸດ​ທະ​ສາດ ​ໃນ​ໄລຍະ 5ປີ ​ຄື​​ແຕ່ປີ 2016-2020, ສຸມ​ໃສ່​ເຂົ້າ​ໃນ​ບັນດາ​ຂົງ​ເຂດ​ບຸລິ​ມະ​ສິດ​ເປັນ​ຕົ້ນ​ແມ່ນ​  ພັດທະນາ​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວສານ ​ແລະ ສື່ສານ ​ແນ​ໃສ່​ຊຸກຍູ້​ການ​ເຕີບ​ໂຕ​ໃໝ່, ​ເພີ່ມ​ທະວີ​ບັນດາ​ການ​ເຄື່ອນ​ໄຫວ​ເສດຖະກິດ-​ສັງຄົມ​ ໂດຍ​ຜ່ານ​ການ​ນຳ​ໃຊ້​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວສານ ​ແລະ ສື່ສານ.

ຂ່າວ/ບົດ​ອື່ນ