ຫວຽດນາມເຂົ້າຮ່ວມການ ປະຊຸມຄັ້ງທີ 25 ສະພາ ສິດທິມະນຸດ ສປຊ


ຫວຽດນາມເຂົ້າຮ່ວມການ ປະຊຸມຄັ້ງທີ 25 ສະພາ ສິດທິມະນຸດ ສປຊ - ảnh 1

ວາລະ​ປະຊຸມ​ຄັ້ງໜຶ່ງ​ຂອງສະພາ​ສິດທິ​ມະນຸດ ສປຊ

(ພາບ: AFP/TTXVN)

 (vovworld)- ​ໃນ​ການ​ປະຊຸມຄັ້ງທີ 25 ສະພາ​ສິດທິ​ມະນຸດ ສປຊ ດຳ​ເນີນ​ໄປ​ແຕ່​ວັນ​ທີ 3-28/3 ຢູ່​ເຊີ​ແນວ ປະ​ເທດ​ສະ​ວິດ, ຫວຽ​ດນາມ ມີ​ບົດກ່າວ​ຄຳ​ເຫັນ​ກ່ວາ 20 ບົດ ຊື່ງສະ​ແດງ​ໃຫ້​ເຫັນ​ທັດ​ສະ​ນະ​​ແຫ່ງຊາດ ຫຼື​ຕາງໜ້າ​ອາຊຽນ​ໃນ​ຖານະ​ແມ່ນ​ປະ​ເທດ​ປະສານ​ງານ​ຮ່ວມ​ອາ​ຊຽນ 2014.

   ​ໃນ​ການ​ປະຊຸມ​ຈັດ​ຂຶ້ນ​ເປັນ​ເວລາ 4 ອາທິດ, ຫວຽ​ດນາມ ​ໄດ້​​ເປັນ​ເຈົ້າການ​ເຂົ້າຮ່ວມ, ຕັ້ງໜ້າ​ປະກອບສ່ວນ​ເຂົ້າ​ໃນ​ວິວັດ​ການ​ປຶກສາ​ຫາລື ​ແລະ ຮັບຮອງ​ເອົາ​ບັນດາ​ມະຕິ, ຂໍ້​ຕົກລົງ​ໃນ​ການ​ປະຊຸມ​ຄັ້ງນີ້, ສົມ​ມົບກັບ​ບັນດາ​ສະມາຊິກ​​ໃນສະພາ​ຢ່າງ​ແໜ້ນ​ແຟ້ນ​ເພື່ອ​ຊຸກຍູ້​ການເພີ່ມ​ທະວີ​ການ​ເຈລະຈາ.

   ນອກຈາກ​ນັ້ນ, ຫວຽດນາມ ​ໄດ້​ເຂົ້າຮ່ວມ​ການ​ປົກ​ປ້ອງ​ຮ່ວມບັນດາ​ຮ່າງ​ມະຕິ​ກ່ຽວ​ກັບ​ການປະຕິບັດ​ບັນດາ​ສິດດ້ານ​ເສດຖະກິດ, ວັດທະນະທຳ, ສັງຄົມ, ກ່ຽວ​ກັບ​ການ​ສຳ​ພັດ​ດ້ານ​ກົດໝາຍ​ຂອງ​ເດັກ, ກ່ຽວ​ກັບ​ການ​ຕ້ານ​ການ​ໃຊ້​ຄວາມ​ຮຸນ​ແຮງ​ຕໍ່​ເດັກນ້ອຍ….

   ​ໃນວັນທີ 27-28/9, ສະພາ​ສິດທິ​ມະນຸດ ສປຊ ​ໄດ້​ດຳ​ເນີນ​ບັນດາ​ວາ​ລະ​ປຶກສາ​ຫາ​ລື​ສຸດທ້າຍ​ຂອງ​ກອງ​ປະຊຸມ​ຄັ້ງທີ 25 ດ້ວຍ​ການ​ຮັບຮອງ​ເອົາ​ມະຕິ​ກ່ວາ 30 ສະບັບ, ​ໃນ​ນັ້ນ, ມີ​ມະຕິ​ກ່ຽວ​ກັບ​ການປະຕິບັດ​ບັນດາ​ສິດດ້ານ​ເສດຖະກິດ, ວັດທະນະທຳ, ສັງຄົມ, ​ເພີ່ມ​ທະວີ​ການ​ຮ່ວມ​ມື​ສາກົນ, ສິ​ເສລີ​ໃນ​ການ​ປາກ​ເວົ້າ, ສາສະໜາ, ລົບ​ລ້າງ​ການ​ໃຊ້​ຄວາມ​ຮຸນ​ແຮງ​ຕໍ່​ເດັກນ້ອຍ…./.

ຂ່າວ/ບົດ​ອື່ນ