ຫວຽດ​ນາມ​ເຂົ້າ​ຮ່ວມ​​ການປະ​ກວດ​ສີ​ມື​ແຮງ​ງານ​ໂລກ​ຄັ້ງ​ທີ 45 ຢູ່ ສະ​ຫະ​ພັນ​ລັດ​ເຊຍ

(VOVWORLD) -ຕອນຄ່ຳວັນທີ 22 ສິງຫາ, ການປະກວດສີມືແຮງງານໂລກ (Worldskills) ຄັ້ງທີ 45ໄດ້ໄຂຂຶ້ນ, ດ້ວຍການເຂົ້າຮ່ວມຂອງຜູ້ເຂົ້າປະກວດ 1,300 ຄົນທີ່ມາຈາກ 63 ປະເທດ ແລະ ເຂດແຄ້ວນ, ໃນນັ້ນມີຄະນະຫວຽດນາມ, ການປະກວດສີມືແຮງງານໂລກໄດ້ໄຂຂຶ້ນຢ່າງເປັນທາງການຢູ່ ສະຫະພັນລັດເຊຍ.
ຫວຽດ​ນາມ​ເຂົ້າ​ຮ່ວມ​​ການປະ​ກວດ​ສີ​ມື​ແຮງ​ງານ​ໂລກ​ຄັ້ງ​ທີ 45 ຢູ່ ສະ​ຫະ​ພັນ​ລັດ​ເຊຍ - ảnh 1ຜູ້ເຂົ້າປະກວດຫວຽດນາມທຳຄວາມລຶງເຄີຍກັບອຸປະກອນ (ພາບ: TTXVN) 

ນີ້ແມ່ນການປະກວດນຳມາເຊິ່ງສານທີ່ວ່າ “ຮ່ວມແຮງຮ່ວມໃຈພ້ອມກັບປະຊາຄົມທົ່ວໂລກເພື່ອປັບປຸງໂລກດ້ວຍກຳລັງແຮງຂອງທັກສະອາຊີບ”.ເຂົ້າຮ່ວມ Worldskills, ຄະນະຫວຽດນາມ ມີຜູ້ເຂົ້າປະກວດ 19 ຄົນ ແລະຈະກວດໃນ 18 ລາຍການອາຊີບພ້ອມກັບ ນັກຊ່ຽວຊານ ແລະ ການນຳຄະນະ 18 ຄົນ. ທ່ານ ຫງວຽນຮົ່ງມິງ, ຫົວໜ້າກົມໃຫຍ່ສຶກສາອາຊີບ, ຫົວໜ້າຄະນະໃຫ້ຮູ້ວ່າ: ເພື່ອກະກຽມໃຫ້ແກ່ການເຂົ້າຮ່ວມການປະກວດສີມືແຮງງານໂລກຄັ້ງນີ້, ຫວຽດນາມໄດ້ມີການກະກຽມຢ່າງລະອຽດພໍສົມຄວນ. ການຄັດເລືອກຜູ້ດີເດັ່ນເພື່ອເຂົ້າຮ່ວມການປະກວດໂລກໄດ້ດຳເນີນຜ່ານຫຼາຍຮອບ, ແຕ່ຂັ້ນໂຮງຮຽນ, ບັນດາແຂວງ, ບັນດາກະຊວງ, ຂະແໜງການຕະຫຼອດຮອດການປະກວດລະດັບຊາດ. ພາຍຫຼັງການປະກວດລະດັບຊາດ, ບັນດາຜູ້ເຂົ້າຮ່ວມທີ່ຖືກຄັດເລືອກແມ່ນສືບຕໍ່ໄດ້ຮັບການບຳລຸງສ້າງລະດັບສູງໃນໄລຍະ 6 ເດືອນ - 1 ປີກ່ອນທີ່ຈະເດີນທາງໄປຍັງສະຫະພັນລັດເຊຍ.

ຕອບກັບ

ຂ່າວ/ບົດ​ອື່ນ