ຫວຽດນາມເຂົ້າຮ່ວມການພົບປະບໍ່ເປັນທາງການລັດຖະມົນຕີກະຊວງປ້ອງກັນປະເທດອາຊຽນ-ອາເມລິກາ


ຫວຽດນາມເຂົ້າຮ່ວມການພົບປະບໍ່ເປັນທາງການລັດຖະມົນຕີກະຊວງປ້ອງກັນປະເທດອາຊຽນ-ອາເມລິກາ - ảnh 1
​ທ່ານ​ພົນ​ເອກ ​ໂງ​ຊວນ​ລິກ ລັດຖະມົນຕີ​
ກະຊວງ​ປ້ອງ​ກັນ​ປະ​ເທດ ຫວຽດນາມ
(ພາບ:news.zing.vn)

(vovworld) - ​ ​ໂດຍ​ໄດ້​ຮັບ​ຄຳ​ເຊີນ​ຂອງ​ກະຊວງ​ປ້ອງ​ກັນ​ປະ​ເທດ ອາ​ເມ​ລິ​ກາ, ຄະນະ​ຜູ້​ແທນ​ການ​ທະຫານ​ຂັ້ນ​ສູງ ຫວຽດນາມ ​ໂດຍ​ທ່ານ​ພົນ​ເອກ ​ໂງ​ຊວນ​ລິກ ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ ຫວຽດນາມ ນຳ​ໜ​້າ​ເຂົ້າ​ຮ່ວມ​ການ​ພົບ​ປະ​ບໍ່​ເປັນ​ທາງ​ການ​ລະຫວ່າງ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ ອາ​ຊຽນ - ອາ​ເມ​ລິ​ກາ ຢູ່ Ha-Oai, ອາ​ເມລິ​ກາ ​ໃນ​ລະຫວ່າງ​ວັນ​ທີ 29/09 – 01/10. ຄະນະ​ຜູ້​ແທນ​ການ​ທະຫານ​ຂັ້ນ​ສູງ​ກອງ​ທັບ​ປະຊາຊົນ ຫວຽດນາມ ​ເຂົ້າ​ຮ່ວມ​ການ​ພົບ​ປະ ​ແມ່ນ​ສະ​ແດງ​​ໃຫ້​ເຫັນການ​ເຂົ້າ​ຮ່ວມ​ຢ່າງເປັນ​ເຈົ້າ​ການ, ມີ​ຄວາມ​ຮັບຜິດຊອບ​ຂອງ ຫວຽດນາມ ສຳລັບ​ບັນດາ​ການ​ເຄື່ອນ​ໄຫວ​ຂອງ ອາ​ຊຽນ. ພ້ອມ​ກັນ​ນັ້ນ ກໍ່​ຊຸກຍູ້​ການ​ພົວພັນ​ດ້ານປ້ອງ​ກັນຊາ​ດ 2 ຝ່າຍ​ກັບ​ບັນດາ​ປະ​ເທດ ​ໂດຍ​ຜ່ານ​ການ​ແລກປ່ຽນຢູ່ນອກການ​ພົບ​ປະ, ກໍ່​ຄື​ສະ​ແດງ​​ໃຫ້​ເຫັນ​ຄວາມ​ເຫັນ​ດີ​ເຫັນ​ພ້ອມສະໜັບສະໜູນ​ ລາ​ວ ​​ໃນ​ຖານະເປັນ​ປະ​ເທດ​ປະທານ ອາ​ຊຽນ ປະສານ​ງານ​ການ​ພົບ​ປະ.

 

 


ຂ່າວ/ບົດ​ອື່ນ