ຫວຽດນາມເຂົ້າຮ່ວມການເຄື່ອນໄຫວຊຸກຍູ້ການແລກປ່ຽນການຄ້າMercosur-ອາຊຽນ

ຫວຽດນາມເຂົ້າຮ່ວມການເຄື່ອນໄຫວຊຸກຍູ້ການແລກປ່ຽນການຄ້າMercosur-ອາຊຽນ - ảnh 1
ຄະນະຜູ້ແທນ ຫວຽດນາມ ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວ
ຊຸກຍູ້​ການ​ແລກປ່ຽນ​ດ້ານການ​ຄ້າ​ Mercosur - ອາ​ຊຽນ
(ພາບ: DieuHuong/vietnam+)

(vovworld) – ​ ​ ວັນ​ທີ 15/04, ຫວຽດນາມ ​​ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວ​ຊຸກຍູ້​ການ​ແລກປ່ຽນ​ດ້ານການ​ຄ້າ​ລະຫວ່າງ​ກຸ່ມ​ຕະຫລາດ​ລວມ ອາ​ເມ​ລິ​ກາ​ໃຕ້ (Mercosur) ​ແລະ ສະມາຄົມ​ປະຊາ​ຊາດ​ອາຊີ​ຕາ​ເວັນ​ອອກສ່ຽງ​ໃຕ້ (ອາ​ຊຽນ) ຢູ່​ແຂວງ Tucuman ພາກ​ເໜືອ ອາກຊັງ​ຕີນ ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ວິ​ສາ​ຫະກິດ ອາກຊັງ​ຕີ​ນ ​ແລະ ອູຣູກວາ​ຍ ຫລາຍ​ແຫ່ງ. ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ​ສຳ​ມະ​ນາ​ດ້ານການ​ຄ້າ, ທ່ານ​ນາງ ຫງວຽນ​ທິ​ແທງ​ເວີນ ທີ່​ປຶກສາ​ດ້ານການ​ຄ້າ ຫວຽດນາມ ປະຈຳ ອາກຊັງ​ຕິນ, ​ໄດ້ຫວນ​ຄືນ​ບັນດາຂີດ​ໝາຍ​ຕົ້ນຕໍ​ໃນ​ວິວັດ​​ແຫ່ງການ​ເຊື່ອມ​ໂຍງ​ເຈົ້າ​ກັບພາກ​ພື້ນ ​ແລະ ​ສາ​ກົນ, ພິ​ເສດ ​ແມ່ນ​ບົດບາດ ​ແລະ ການ​ເຂົ້າ​ຮ່ວມ​ຢ່າງ​ຕັ້ງໜ້າ​ຂອງ ຫວຽດ​ນາມ​ ໃນບັນດາ​ການ​ເຄື່ອນ​ໄຫວ​ຂອງ ອາ​ຊຽນ; ​ເນັ້ນ​ໜັກ​ເຖິງ​ບັນດາ​ຜົນງານ​ໃນ​ການ​ພັດທະນາ​ເສດຖະກິດ, ພິ​ເສດ​ແມ່ນ​ລະດັບ​ເຕີບ​ໂຕປານ​ກາງ​ແມ່ນ 6,7% ​ໃນ 2 ທົດ​ສະ​ວັດ​ຜ່ານ​ມາ. ວິ​ສາ​ຫະກິດ ອາກຊັງ​ຕິນ ​ແລະ ອູຣູກວາ​ຍ ຫລາຍ​ແຫ່ງ ​ໄດ້​ເຮັດ​ວຽກ​ກັບ​ຜູ້ຕາງໜ້າ​ການ​ຄ້າ ຫວຽດນາມ ​ເພື່ອ​ຊອກ​ຮູ້​ກົດໝາຍວ່າ​ດ້ວຍ​ການ​ລົງທຶນ​ຕ່າງປະ​ເທດ ກໍ່​ຄື​ຄວາມ​ສາມາດ​ນຳ​ເຂົ້າ ກາ​ເຟ, ຢ່າງພາລາ, ຕີນລົດ, ລົດຖີບ ​ແລ​ະ ລົດຈັກ…​ໂດຍ ຫວຽດນາມ ຜະລິດ, ກໍ່​ຄື​ສົ່ງ​ອອກ​​​ເຫຼົ້າ​ແ​ວງ, ຊີ້ນ​ງົວ, ​ແປ້ງ​ເຂົ້າ​ບະ​ເລ…​ໄປ​ຍັງ​ຕະຫລາດ ຫວຽດນາມ.

ຂ່າວ/ບົດ​ອື່ນ