ຫວຽດນາມເຂົ້າຮ່ວມງານຕະຫຼາດນັດຄຼິດສະມາດສາກົນປຣາຮາ 2015

ຫວຽດນາມເຂົ້າຮ່ວມງານຕະຫຼາດນັດຄຼິດສະມາດສາກົນປຣາຮາ 2015 - ảnh 1
(ຫວຽດນາມເຂົ້າຮ່ວມງານຕະຫຼາດນັດຄຼິດສະມາດສາກົນປຣາຮາ 2015)

(vovworld) - ງານ​ຕະຫຼາດນັດ​ຄຼິດສະມາດ​ສາກົນປຣາຮາ 2015 ​ໄຂ​ຂຶ້ນ​ໃນ​ວັນ​ທີ 29/11 ຢູ່​ນະຄອນຫຼວງ ປຣາຮາ, ປະ​ເທດ ສ​ເຊັກ​ໂກ, ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ 50 ກວ່າ​ປະ​ເທດ​ໃນ​ໂລກ, ​ໃນ​ນັ້ນ​ມີ​ຫວຽດນາມ. ນີ້​ແມ່ນ​ເຫດການ​ວັດທະນະທຳ ​ໂດຍ​ສະຫະ​ສະມາຄົມ​ພັນ​ລະ​ຍາ, ສາມີ​ການ​ທູດ​ຈັດ​ຕັ້ງ​ປະຈຳ​ປີ​ຢູ່ ສ​ເຊັກ​ໂກ ​ເພື່ອ​ແນ​ໃສ່​ໜູນ​ຊ່ວຍ​ມະນຸດສະທຳ.  ປີ 2015, 2016 ຫວຽດນາມ​ ເປັນ​ກຽດ​ໄດ້​ຮັບ​ໜ້າ​ທີ່​ເປັນ​ປະທານ​ສະຫະ​ສະມາຄົມ​ນີ້​ເພື່ອ​ຈັດ​ຕັ້ງ ​ແລະ ປະສານ​ງານ​ການ​ເຄື່ອນ​ໄຫວ​ຕ່າງໆ, ​ໃນ​ນັ້ນ​ມີ​ການຈັດ​ຕັ້ງງານ​ຕະຫຼາດນັດ​ຄຼິດສະມາດ​ສາກົນ. ທ່ານ​ນາງຫງວຽນ​ທິງ​ອກ​ຈຳ, ພັນ​ລະ​ຍາ​ຂອງ​ທ່ານເອກ​ເອັກຄະ​ລັດຖະທູດ​ຫວຽດນາມ​ປະຈຳ ສ ​ເຊັກ​ໂກ, ທັງ​ເປັນ​ປະທານ ສະຫະ​ສະມາຄົມປີ 2015, 2016, ​ໃຫ້​ຮູ້​ວ່າ:

“ພວກ​ເຮົາ​ຢາກ​ປະ​ກອບສ່ວນ ສ່ວນ​ໃດ​ສ່ວນ​ໜຶ່ງ​ໃຫ້ ສ​ເຊັກ​ໂກ, ດັ່ງ​ນັ້ນຈຶ່ງ​ຈັດງານ​ຕະຫຼາດນັດ​​ເພື່ອ​ການກຸສົນ​ ​ແນ​ໃສ່​ຂາຍ​ຜະລິດ​ຕະພັນ​ຈາກ​ຫວຽດນາມ ​ແລະ 50 ກວ່າ​ປະ​ເທດ​ອື່ນໆ. ​ຈຳນວນເງິນທັງ​ໝົດ​ທີ່​ໄດ້​ຮັບຈາກ​ງານ​ຕະຫຼາດ​ນັດ​ນີ້ລ້ວນ​ແຕ່​ໃຊ້​ເຂົ້າ​ໃນ​ວຽກ​ງານ​ກຸສົນ. ພວກ​ຂ້າພະ​ເຈົ້າ​ໄດ້​ຮັບ​ບັນດາ​ໂຄງການ​ຈາກອົງການ​ພັດທະນາ​ເພື່ອ​ໜູນ​ຊ່ວຍ​ຄົນ​ທຸກ​ຍາກ. ວຽກ​ງານ​ນີ້​ພວກ​ເຮົາ​ເຮັດ​ປະຈຳ​ປີ​“.

ຂ່າວ/ບົດ​ອື່ນ