ຫວຽດນາມເຂົ້າຮ່ວມງານປະກວດຮູບເງົາສາກົນແບກແລງຊິງລາງວັນໝີຄຳ

ຫວຽດນາມເຂົ້າຮ່ວມງານປະກວດຮູບເງົາສາກົນແບກແລງຊິງລາງວັນໝີຄຳ - ảnh 1

ນັກສິລະປິນ ມິງເຈົ້າໃນຮູບເງົາເລື່ອງ“Another city“
(ພາບ: ອິນເຕີແນດ)

(vovworld) - ຕອນ​ຄຳ່​ວັນ​ທີ 11/2, ງານ​ປະ​ກວດ​ຮູບ​ເງົາ​ສາກົນ​ແບກ​ແລງ ຄັ້ງ​ທີ 66 ຖືກ​ໄຂ​ຂຶ້ນ​ຢູ່​ນະຄອນຫຼວງ​ແບກ​ແລງ, ປະ​ເທດ ​ເຢັຍລະ​ມັນ. ​ເຂົ້າ​ຮ່ວມ​ງານ​ປະ​ກວດ​ມີ​ຮູບ​ເງົາ 430 ​ເລື່ອງ. ​ໃນ​ນັ້ນຫວຽດນາມ​ມີ​ຮູບ​ເງົາ​ເລື່ອງ “Another city“ ​ແປ​ວ່າ (ນະຄອນ​ອື່ນ) ຂອງ​ຜູ້​ກຳກັບ​ການສະ​ແດງ​ໜຸ່ມ ຟ້າ​ມງອກ​ເລິ​ນ. ປີ 2015, ຮູບ​ເງົາ​ເລື່ອງ “ພໍ່ ​ແລະ ລູກ ​ແລະ …“ ຂອງຜູ້​ກຳກັບ​ການສະ​ແດງ​ໜຸ່ມ ຟານ​ດັງ​ຢີ ​ແມ່ນ​ໜຶ່ງ​ໃນ​ຈຳນວນ​ຮູບ​ເງົາ 19 ​ເລື່ອງ​ດີ​ເດັ່ນ​ທີ່​ສຸດ​ຂອງ​ງານ​ປະ​ກວດ​ຮູບ​ເງົາ​ຊິງ​ລາງວັນ​​ໝີ​ຄຳ.

ວັນ​ທີ 20/2, ຄະນະ​ຈັດ​ຕັ້ງ​​ຈະ​ປະກາດລາງວັນ​ໝີ​ຄຳ ຄັ້ງ​ທີ 66 ​. ງານ​ປະ​ກວດ​ຮູບ​ເງົາ​ສາກົນ​ ແບກ​ແລງ​ ເລີ່​ມມີ​ມາ​ແຕ່​ປີ 1951 ​ແລະ ປະຈຸ​ບັນ​ໄດ້​ຮັບ​ຖື​ວ່າ​ ແມ່ນ​ໜຶ່ງ​ໃນ​ບັນດາ​ງານ​ປະ​ກວດ​ຮູບ​ເງົາ​​ມາ​ແຕ່​ດົນ​ນານ​ທີ່​ສຸດ ​ແລະ ມີ​ຊື່​ສຽງ​ຢູ່​​ໃນໂລກ.

ຂ່າວ/ບົດ​ອື່ນ