ຫວຽດນາມເຂົ້າຮ່ວມງານມະຫາກຳ”ສາຍຮູບເງົາສາກົນເປັນຄັ້ງທຳອິດ-ຟີລີບປີນ2016”

ຫວຽດນາມເຂົ້າຮ່ວມງານມະຫາກຳ”ສາຍຮູບເງົາສາກົນເປັນຄັ້ງທຳອິດ-ຟີລີບປີນ2016” - ảnh 1
ຮູບ​ເງົາ "ຊີ​ວິດ​ຂອງ ອຽນ"

(vovworld)- ຂະ​ແຫນງຮູບ​ເງົາ​ຫວຽດ​ນາມ ຈະ​ເຂົ້າ​ຮ່ວມ​ງານ​ມະ​ຫາ​ກຳ “ສາຍ​ຮູບ​ເງົາ​ສາ​ກົນ​ຄັ້ງ​ທຳ​ອິດ - ຟີ​ລີບ​ປີນ ປີ 2016” (World Premieres Film Festival  of Philippine ) ດຳ​ເນີນ​ແຕ່​ວັນ​ທີ 29/6- 11/7 ຢູ່ ມານ​ີ​ລາ ປະ​ເທດ ຟີ​ລີບ​ປີນ. ງານ​ມະ​ຫາ​ກຳ ຮູບ​ເງົາ ມີ 6 ປ​ະ​ເພດ: ຮູບ​ເງົາ​ເຂົ້າ​ຮ່ວມ​ການ​ເສັງ; ຮູບ​ເງົາ ຟີ​ລີບ​ປີນ ທັນ​ສະ​ໄຫມ; ຮູບ​ເງົາ ອາ​ຊີ ຕາ​ເວັນ​ອອກ​ສ່ຽງ​ໃຕ້; ຮູບ​ເງົາ​ໂລກ; ຈຸ​ດ​ເດັ່ນ​ຮູບ​ເງົາ​ແຫ່ງ​ຊາດ, ຮູບ​ເງົາ ຫວຽດ​ນາມ, ຮູບ​ເງົາ ລັດ​ເຊຍ. ໃນ​ລາຍ​ການ​ຂອງ​ງາ​ນ​ມະຫາ​ກຳ ​ຄັ້ງ​ນີ້ ຮູບ​ເງົາ​ເຂົ້າ​ຮ່ວມ​ການ​ເສັງ ແມ່ນ​ປະ​ເພດ​ສຳ​ຄັນ​ທີ່​ສຸດ. ມາດ​ຖານ​ເພື່ອ​ເລືອກ​ເຟັ້ນ​ຮູບ​ເງົາ​ເຂົ້າ​ຮ່ວມ​ການ​ເສັງ ແມ່ນ: ຮູບ​ເງົາ​ໃຫມ່, ເປັນ​ຄັ້ງ​ທຳ​ອິດ​ນຳ​ມາ​ສາຍ​ຢູ່​ເຫດ​ການ​ຮູບ​ເງົາ​ສາ​ກົນ, ສະ​ແດງ​ຄວາມ​ເປັນ​ຫລາຍ​ຮູບ​ຫລາຍ​ແບບ​ຂອງ​ສ​ີ​ສັນ​ວັດ​ທະ​ນະ​ທຳ, ສ່ອງ​ແສງ​ບັນ​ດາ​ບັນ​ຫາ​ກ່ຽວ​ກັບ​ມະ​ນຸດ ແລະ ສັງ​ຄົມ​ຢ່າງ​ເລິກ​ເຊິ່ງ. ຫວຽດ​ນາມ ໄດ້​ເລືອກ​ເຟັ້ນ​ຮູບ​ເງົາ “ຊີ​ວິດ​ຂອງ ອຽນ” ໂດຍ ດີງ​ຕວນ​ຫວູ ເປັນ​ຜູ້​ກຳ​ກັບ​ການ​ສະ​ແດງ ເພື່ອ​ນຳ​ມາ​ສາຍ​ໃນ​ເຫດ​ການນີ້. ຮູບ​ເງົາ​ເລື່ອງນີ້​ແມ່ນ​ເວົ້າ​ເຖິງ​ຊີ​ວິດ ແລະ ຊ​າ​ຕາ​ກຳ​ຂອງ​ແມ່​ຍິງ​ຫວຽດ​ນາມ​ໃນ​ເມື່ອກ​ອ່ນ, ສະ​ແດງ​ໃຫ້​ເຫັນ​ການ​ເສຍ​ສະ​ຫລະ ແລະ ກຳ​ລັງ​ແຮງ​ເພື່ອ​ຊ່ວຍ​ໃຫ້​ແມ່​ຍິງ​ຫວຽດ​ນາມ​ຜ່ານ​ຜ່າ​ທຸກ​ຄວາມ​ຫຍຸ້ງ​ຍາກ.

ຕອບກັບ

ຂ່າວ/ບົດ​ອື່ນ