ຫວຽດນາມເຂົ້າຮ່ວມເວທີປາໄສ “ການເຕີບໂຕ ຢູ່ອາຊີ“

ຫວຽດນາມເຂົ້າຮ່ວມເວທີປາໄສ “ການເຕີບໂຕ ຢູ່ອາຊີ“ - ảnh 1

(ພາບ: ອິນເຕີແນດ)

(vovworld) - ວັນ​ທີ 19/4, ລັດຖະມົນຕີ​ວ່າການ​ກະຊວງ​ກະ​ສີ​ກຳ ​ແລະ ພັດທະນາ​ຊົນນະບົດ​ຫວຽດນາມ ກາວ​ດຶກ​ຟາດ ​ໄດ້​ເຂົ້າ​ຮ່ວມ​ວາລະ​ໄຂ​ເວທີ​ປາ​ໄສ “ການ​ເຕີບ​ໂຕ​ຢູ່ອາຊີ“ ​ໃນ​ຂອບ​ເຂດ​ເວທີ​ປາ​ໄສ​ເສດຖະກິດ​ໂລກ WEF ອາຊີ​ຕາ​ເວັນ​ອອກ, ​ເຊິ່ງຈັດຕັ້ງຢູ່​ອິນ​ໂດ​ເນ​ເຊຍ. ກ່າວ​ຄວາມ​ເຫັນ​ໄຂ​​ເວທີ​ປາ​ໄສ, ທ່ານລັດຖະມົນຕີ​ວ່າການ​ກະຊວງ​ກະ​ສີ​ກຳ ​ແລະ ພັດທະນາ​ຊົນນະບົດ​ຫວຽດນາມ ກາວ​ດຶກ​ຟາດ ​ໄດ້​ລາຍ​ງານ​ກ່ຽວ​ກັບ​ໝາກຜົນ 5 ປີ​ແຫ່ງ​ການ​ປະຕິບັດ​ຂໍ້​ລິ​ເລີ່​ມ “ວິ​ໄສ​ທັດ​ໃໝ່​ໃນ​ຂົງ​ເຂດ​ກະ​ສີ​ກຳ“ ​ເຊິ່ງຫວຽດນາມ ​ໄດ້​ຜັນ​ຂະຫຍາຍ​ແຕ່​ປີ 2010 ທີ່​ເວທີ​ປາ​ໄສ​ເສດຖະກິດ​ອາຊີ, ​ເຊິ່ງຈັດ​ຕັ້ງ​ຢູ່​ນະຄອນ​ໂຮ່ຈີ​ມິນ. ຂໍ້​ລະ​ເລີ່​ມນີ້ບັນລຸ​ໄດ້​ບັນດາ​ຜົນງານທີ່​ດີ ​ແລະ ກາຍ​ເປັນ​ຮູບ​ແບບສຳ​ເລັດ​ຜົນ​ທີ່​ສຸດ​ໃນ​ຂໍ້​ລະ​ເລີ່​ມ “ວິ​ໄສ​ທັດ​ໃໝ່​ໃນ​ຂົງ​ເຂດ​ກະ​ສີ​ກຳ“ ຂອງເວທີປາໄສເສດຖະກິດໂລກຢູ່ອາຊີ. ດ້ວຍຜົນງານເຫຼົ່ານັ້ນ,ຜະລິດຕະພັນກະເສດຫຼາຍປະເພດຂອງຫວຽດນາມໄດ້ມີໜ້າຢູ່ບັນດາຕະຫຼາດສາກົນ, ຜ່ານເຄືອຂ່າຍບັນດາບໍລິສັດນາໆຊາດ.

        ແລະກໍ່ໃນວັນທີ 19/4, ທ່ານລັດຖະມົນຕີ​ວ່າການ​ກະຊວງ​ກະ​ສີ​ກຳ ​ແລະ ພັດທະນາ​ຊົນນະບົດ​ ກາວ​ດຶກ​ຟາດ ໄດ້ເປັນປະທານວາລະປຶກສາ ຫາລືຢູ່ເວທີປາໄສທີ່ສະຫງວນໃຫ້ແກ່ຫວຽດນາມ ກ່ຽວກັບຄູ່ນ່ວມມືພາກລັດ - ພາກເອກະຊົນ​ໃນ​ການ​ພັດທະນາ​ກະ​ສີ​ກຳ​ແບບ​ຍືນ​ຍົງ. ທ່ານ​ກໍ່​ໄດ້​ລາຍ​ງານ​ບົດຮຽນ​ຂອງ​ຫວຽດນາມ ​ໃນ​ການ​ຜັນ​ຂະຫຍາຍ​ຄູ່​ຮ່ວມ​ມື​ພາກ​ລັດ - ພາກ​ເອກະ​ຊົນ​ໃນ​ຂົງ​ເຂດ​ກະ​ສີ ​ໄລຍະ 5 ປີຜ່ານມາ.

ຂ່າວ/ບົດ​ອື່ນ