ຫວຽດນາມເຂົ້າຮ່ວມເວທີປາໄສກ່ຽວກັບກາລະໂອກາດແລະສິ່ງທ້າທາຍTPP ຢູ່ແມັກຊິໂກ

ຫວຽດນາມເຂົ້າຮ່ວມເວທີປາໄສກ່ຽວກັບກາລະໂອກາດແລະສິ່ງທ້າທາຍTPP ຢູ່ແມັກຊິໂກ - ảnh 1
​ເວ​ທີ​ປາ​ໄສ “​ເມັກ​ຊິກ​ໂກ ຕໍ່​ບັນ​ດາ​​ສິ່ງ​ທ້າ​ທາຍ​ແກ່ງແຍ້ງ​ ກັບ​ບັນ​ດາ​ຄູ່​ຮ່ວມ​ມື​ໃໝ່ ໃນ​ສັນ​ຍາ​ຄູ່​ຮ່ວມ​ມື​ຂ້າມ​ປາ​ຊີ​ຟິກ (TPP)”
(ພາບ: moit.gov.vn)

(vovworld)- ໃນ​ວັນ​ທີ 29/6, ທ່ານ ເລ​ລິງ​ລານ ເອກ​ອັກ​ຄະ​ລັດ​ຖະ​ທູດ​ຫວຽດນາມ ​​ ປະ​ຈຳສະ​ຫະ​ພັນ​ແມັກ​ຊິ​ໂກ ​ໄດ້ເຂົ້າ​ຮ່ວມ​ເວ​ທີ​ປາ​ໄສ “​ເມັກ​ຊິກ​ໂກ ຕໍ່​ບັນ​ດາ​​ສິ່ງ​ທ້າ​ທາຍ​ແກ່ງແຍ້ງ​ ກັບ​ບັນ​ດາ​ຄູ່​ຮ່ວມ​ມື​ໃໝ່ ໃນ​ສັນ​ຍາ​ຄູ່​ຮ່ວມ​ມື​ຂ້າມ​ປາ​ຊີ​ຟິກ (TPP)” ໂດຍ​ສະ​ພາ​ວິ​ສາ​ຫະ​ກິດ​​ການ​ຄ້າ​ຕ່າງ​ປະ​ເທດ, ລົງ​ທຶນ ແລະ​ ເຕັກ​ໂນ​ໂລ​ຢີ (COMCE) ປະ​ເທດ​ເຈົ້າ​ພາບ​ຈັດ​ຕັ້ງ ​ຢູ່​ສູນ​ກອງ​ປະ​ຊຸມ Banamex ຂື້ນ​ກັບ​ນະ​ຄອນຫຼວງ​ເມັກ​ຊິ​ກໂກ. ກ່າວ​ຄວາມ​ເຫັນ​ທີ່​ເວ​ທີ​ປາ​ໄສ, ທ່ານ ເລ​ລິງ​ລານ ເອກ​ອັກ​ຄະ​ລັດ​ຖະ​ທູດ ​ຍົກ​ອອກຈຸດ​ສຳ​ຄັນ ຂອງ TPP ສຳ​ລັບ​ຫວຽດ​ນາມ ແລະ ເມັກ​ຊິ​ກໂກ, ສອງ​ຊາດ​ພ້ອມ​ກັນ​ເຂົ້າ​ຮ່ວ​ມ ແລະ ລົງ​ນາມ, ເປັນ​ຕົ້ນ​ແມ່ນ ໃນພາບສ​ອງ​ປະ​ເທດ ​ໄດ້​ສ້າງ​ຕ​ັ້ງ​​ສາຍພົວ​ພັນການ​ທູດ​ມາ​ເປັນ​ເວ​ລາກວ່າ 40 ປີ​ແລ້ວ (19/5/1975-19/5/2016). ທ່ານ​ເອກອ​ັກ​ຄະ​ລັດ​ຖະ​ທູດ ໃຫ້​ຮູ້​ວ່າ ​ຢູ່ນອກ​ພິ​ທີ​ເຊັນ​ສັນ​ຍາ TPP ໃນວັນ​ທີ 4/2/2016 ຢູ່ ​ນີວ​ຊີ​ແລນ. ຜູ້​ຕາງ​ໜ້າ​ຂອງ​ສອງ​ປະ​ເທດ ຫວຽດ​ນາມ ແລະ ​ເມັກ​ຊິກ​ໂກ ​ໄດ້ລົງ​ນາມ​ໃນ​ຂໍ້​ຕົກ​ລົງ​ ສ້າງ​ຕັ້ງກຳ​ມ​ະ​​ການ​ປະ​ສົມ ກ່ຽວ​ກັບ​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ-ການ​ຄ້າ ແລະ ການ​ລົງ​ທຶນ. ເຫດ​ການນີ້​ແມ່ນ​ພື້ນ​ຖາ​ນ​ ໃນ​ການ​ຊຸກ​ຍູ້​ການ​ພົວ​ພັນ​ດ້ານ​ເສດ​ຖະ​ກິດ, ການ​ຄ້າ, ການ​ລົງ​ທຶນ ແລະ ການທ່ອງ​ທ່ຽວ ລະ​ຫວ່າງ ສອງ​ປະ​ເທດ. ​​ໃນ​ການ​ປຶກ​ສາ​ຫາ​ລື, ທ່ານ ເລ​ລິງ​ລານ ເອກອ​ັກ​ຄະ​ລັດ​ຖະ​ທູດ ຕອບ​ຄຳ​ຖາມ​ຂອງວິ​ສາ​ຫະ​ກິດ​ປະ​ເທດ​ປະ​ຈຳ​ຖິ່ນ ກ່ຽວ​ກັບ​ພື້ນ​ຖານ​ເສດ​ຖະ​ກິດການ​ຕະ ຫຼາດ ຢູ​່ຫວຽດ​ນາມ. ທ່ານ​ເອກອ​ັກ​ຄະ​ລັດ​ຖະ​ທູດ ໃຫ້​ຮູ້​ວ່າ: ປັດ​ຈຸ​ບັນ​ມີ 45 ປະ​ເທດ​ຮັບ​ຮອງ​ຫວຽດ​ນາມ ມີ​ພື້ນ​ຖານ​ເສດ​ຖະ​ກິດການ​ຕະຫຼາດ. ທ່ານ​ເລ​ລິງ​ລານ ເອກອ​ັກ​ຄະ​ລັດ​ຖະ​ທູດ ຮຽກ​ຮ້ອງ​ໃຫ້​ປະ​ຊາ​ຄົມ​ວິ​ສາ​ຫະ​ກິດ ​ເມັກ​ຊິກ​ໂກ ມາຫວຽດ​ນາມ ​ເພື່ອ​ສຳຫຼວດ​ຕະຫຼາດ, ຊອກ​​ຫາບັນ​ດາ​ກາ​ລະ​ໂອ​ກາດ​ດຳ​ເນີນທຸ​ລະ​ກິດ ແລະ ລົງ​ທຶນ ​ກັບ​ຫວຽດ​ນາມ, ກະ​ກຽມ​ຕ້ອນ​ຮັບ ເມື່ອ TPP ມີ​ຜົນ​ສັກ​ສິດ.


ຂ່າວ/ບົດ​ອື່ນ