ຫວຽດນາມເປັນຄັ້ງທຳອິດເປັນເຈົ້າພາບຈັດຕັ້ງ”ງານມະຫາກຳດົນຕີພື້ນເມືອງບັນດາປະເທດອາຊຽນ”

ຫວຽດນາມເປັນຄັ້ງທຳອິດເປັນເຈົ້າພາບຈັດຕັ້ງ”ງານມະຫາກຳດົນຕີພື້ນເມືອງບັນດາປະເທດອາຊຽນ” - ảnh 1

(vovworld)- ​ ​ງານ​ມະ​ຫາ​ກຳດົນ​ຕີ​ພື້ນ​ເມືອງ​ບັນ​ດາ​ປະ​ເທດ​ອາ​ຊ​ຽນ-ປີ 2015 ຈະ​ຖືກ​ຈັດ​ຂຶ້ນ​ເປັນ​ຄັ້ງ​ທຳ​ອິດ​ຢູ່​ຫວຽດ​ນາມ. ນີ້​ແມ່ນ​ການ​ເຄື່ອນ​ໄຫວ​ວັດ​ທະ​ນະ​ທຳ​ສິ​ລະ​ປະ​ນອນ​ໃນ​ລາຍ​ການ​ປີ​ທ່ອງ​ທ່ຽວ​ແຫ່ງ​ຊາດ 2015 ດ້ວຍ​ຫົວ​ຂໍ້ “ເຊືື່ອມ​ຈອດ​ບັນ​ດາ​ມໍ​ລະ​ດົກ​ໂລກ” ເພື່ອ​ໂຄ​ສະ​ນາ​ຄຸນ​ຄ່າ​ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ຂອງ​ຫວຽດ​ນາມ. ນີ້​ແມ່ນ​ການ​ເຄື່ອນ​ໄຫວ​ໂດຍ​ກະ​ຊວງວັດ​ທະ​ນະ​ທຳ, ກິ​ລາ ແລະ ທ່ອງ​ທ່ຽວ ຂ່ຳ​ນັບ​ຮັບ​ຕ້ອນ​ການ​ສ້າງ​ປະ​ຊາ​ຄົມ ອາ​ຊຽນ ໃນ​ທ້າຍ​ປີ 2015 ແລະ ກໍ​ແມ່ນ​ວັນ​ບຸນ​ດົນ​ດີ​ເພື່ອ​ໃຫ້​ບັນ​ດາ​ນັກ​ສິ​ລະ​ປິນ​ບັນ​ດາ​ປະ​ເທດ​ພົບ​ປະ, ແລກ​ປ່ຽນ​ບົດ​ຮຽນ​ໃນ​ຂົງ​ເຂດ​ສິ​ລະ​ປະ, ຮັບ​ເອົາ​ສິ່ງຍອດ​ຢ້ຽມ​ດົນ​ຕີ​ພື້ນ​ເມືອງ​ໃນ​ປະ​ຊາ​ຄົມ​ບັນ​ດາ​ປະ​ເທດ​ອາ​ຊຽນ. ຄາດ​ວ່າ ງານ​ມະ​ຫາ​ກຳ​ດັ່ງ​ກ່າວ​ຈະ​ດຳ​ເນີນ​ໄປ​ແຕ່​ວັນ​ທີ 1-6/8/2015 ຢູ່ ນະ​ຄອນ ແທງ​ຮ​ວາ ໂດຍ​ມີ​ການ​ເຂົ້າ​ຮ່ວມ​ຂອງ 12 ກອງ​ສິ​ລະ​ປະ ຂຶ້ນ​ກັບ​ບັນ​ດາ​ປະ​ເທດ​ອາ​ຊຽນ, ບັນ​ດາ​ປະ​ເທດ​ຄູ່​ຮ່ວມ​ມື​ຂອງ​ອາ​ຊຽນ ແລະ ກອງ​ສິ​ລະ​ປະ​ພື້ນ​ເມືອງ​ຂອງ​ຫວຽດ​ນາມ.

ຂ່າວ/ບົດ​ອື່ນ