ຫວຽດນາມເປັນເຈົ້າພາບຈັດຕັ້ງການເສັງກາຍຍະສິນ3ປະເທດຫວຽດນາມ-ລາວ-ກຳປູເຈຍ

ຫວຽດນາມເປັນເຈົ້າພາບຈັດຕັ້ງການເສັງກາຍຍະສິນ3ປະເທດຫວຽດນາມ-ລາວ-ກຳປູເຈຍ - ảnh 1
ການ​ປະ​ຊຸມ​ຂ່າວ​ໃນ​ຕອ​ນ​ເຊົ້າ​ວັນ​ທີ 01/12
(ພາບ: vietnamtourism)


(vovworld) - ການ​ເສັງ​ກາຍ​ຍະ​ສິນ 3 ປະ​ເທດ ຫວຽດ​ນາມ - ລາວ - ກຳ​ປູ​ເຈຍ ປີ 2015 ຈະ​ດຳ​ເນີນ​ໃນ​ລະ​ຫວ່າງວັນ​ທີ 08 – 12/12 ຢູ່​ໂຮງ​ຮຽນ​ຊັ້ນ​ກາງ​ສິ​ລະ​ປະ​ກາຍ​ຍະ​ສິນ ແລະ ເວ​ທີສະ​ແດງ​ຫວຽດ​ນາມ, ທີ່​ນະ​ຄອນ​ຫຼວ​ງ​ຮ່າ​ໂນ້ຍ. ການ​ເສັງ​ໂດຍ​ກົມ​ສິ​ລະ​ປະ​​ສະ​ແດງ ເປັນ​ເຈົ້າ​ພາບ​ເປັນ​ປະ​ທານ, ສົມ​ທົບ​ກັບ​ສະ​ມາ​ຄົມ​ນັກ​ສິ​ລະ​ປິນ​ເວ​ທີ​ການ​ສະ​ແດງ​ຫວຽດ​ນາມ, ໂຮງ​ຮຽນ​​ຊັ້ນ​ກາງ​ສິ​ລະ​ປະ​ກາຍ​ຍະ​ສິນ ແລະ ​ເວ​ທີ​ສະ​ແດງ​ຫວຽດ​ນາມ ແລະ ບັນ​ດາ​ຫົວ​ໜ່ວຍ​ກ່ຽວ​ຂ້ອງ​ຈັດ​ຕັ້ງ. ທີ່​ການ​ປະ​ຊຸມ​ຂ່າວ​ໃນ​ຕອ​ນ​ເຊົ້າ​ວັນ​ທີ 01/12, ຢູ່​ຮ່າ​ໂນ້ຍ, ຄະ​ນະ​ຈັດ​ຕັ້ງ​ໃຫ​້​ຮູ້​ວ່າ, ມີ 6 ຫົວ​ໜ່ວຍ​ສິ​ລະ​ປ​ະ​ກາຍ​ຍະ​ສິລວມ​ມືນ​ັກ​ສະ​ແດງກວ່າ 200 ຄົນທີ່​ມາ​ຈາກ 3 ປະ​ເທດ​ເຂົ້າ​ຮ່ວມການ​ເສັງ. ຄະ​ນະ​ຈັດ​ຕັ້ງ​ຈະ​ມອບ​ຫຼຽນ​ຄຳ, ຫຼຽນ​​ເງິນ ໃຫ້​ບັນ​ດາ​ນັກ​​ສະ​ແດງ ແລະ ກຸ່ມນັກ​​ສະ​ແດງ​ທີ່​ມີ​ຄວາມ​ສາ​ມາດ​​ພິ​ເສດ​ໃນ​ການສະ​ແດງ.

ຂ່າວ/ບົດ​ອື່ນ