ຫວຽດນາມເປັນເຈົ້າພາບຈັດຕັ້ງພິທີສະເຫຼີມສະຫຼອງວັນອາຊຽນຢູ່ອາກຊັງຕິນ

ຫວຽດນາມເປັນເຈົ້າພາບຈັດຕັ້ງພິທີສະເຫຼີມສະຫຼອງວັນອາຊຽນຢູ່ອາກຊັງຕິນ - ảnh 1
ຫວຽດນາມເປັນເຈົ້າພາບຈັດຕັ້ງ
ພິທີສະເຫຼີມສະຫຼອງວັນອາຊຽນຢູ່ອາກຊັງຕິນ
(ພາບ: vietnamplus.vn)

(vovworld) - ສະ​ຖານ​ທູດ​ຫວຽດ​ນາມ ປະ​ຈຳ​ອາກ​ຊັງ​ຕິນ ໄດ້​ເປັນ​ເຈົ້າ​ພາບ​ພິ​ທີ​ສະ​ເຫຼີມ​ສະ​ຫຼອງ 49 ປີ​ແຫ່ງວັນ​ສ້າງ​ຕ​ັ້ງສະ​ມາ​ຄົມ​ປະ​ຊາ​ຊາດ​ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ (ອາ​ຊຽນ) ຢູ່​ນະ​ຄອນ​ຫຼວງ Buenos Aires ໃນ​ວັນ​ທີ 08/08, ດ້ວຍ​ການ​ເຂົ້າ​ຮ່ວມ​ຂ້ອງ​ແຂກ​ຖືກ​ເຊີນກວ່າ 300 ທ່ານ, ເຊິ່ງ​ລວມ​ມີ​ຜູ້​ຕາງ​ນ້າ​ລັດ​ຖະ​ບານ, ສະ​ພາ​ແຫ່ງ​ຊາດ​ອາ​ກ​ຊັງ​ຕິນ ແລະ ຄະ​ນະທູ​ຕາ​ນຸ​ທູດ. ຕາງ​ໜ້າ​ໃຫ້ບັນ​ດາ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ອາ​ຊຽນ, ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ຫວຽດ​ນາມ ຫງວຽນ​ດິ່ງ​ທ​າວ ກ່າວ​ຄຳ​ເຫັນ​ເນັ້ນ​ໜັກ​ວ່າ, ດ້ວຍ​ການ​ສ້າງ​ຕັ້ງ​ປະ​ຊາ​ຄົມ​ເສດ​ຖະ​ກິດ​ອາ​ຊຽນ, ແຕ່​ຕົ້ນ​ປີ 2016, ອາຊຽນ ພວມ​ມີ​ຕະ​ຫຼາດ​ເສດ​ຖະ​ກິດ​ດ້ວ​ຍ​ພົນ​ລະ​ເມືອງ​ເກືອບ 630 ຄົນ, ຍອດ GDP ຄາດ​ວ່າ​ບັນ​ລຸກວ່າ 2.600 ຕື້ USD ແລະ ແມ່ນ​ເຂດ​ເສດ​ຖະ​ກິດ​ທີ່​ຂະ​ຫຍັນ​ຂັນ​ເຄື່ອນ​ອັນ​ດັບ​ໜຶ່ງ​ໃນ​ໂລກ. ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຫງວຽນ​ດິ່ງ​ທາວ ຢືນ​ຢັນ​ແຜນ​ນະ​ໂຍ​ບາຍ​ຂອງ​ອາ​ຊຽນ​ ແມ່ນ​ເປີດກວ້າງ​ການ​ພົວ​ພັນ​ກັບ​ທຸກໆ​ຄູ່​ຮ່ວມ​ມືສາ​ກົນ, ເພື່ອ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ ແລະ ຄວາມ​ວັດ​ທະ​ນາ​ຖາ​ວອນ​ຢູ່​ພາ​ກ​ພື້ນ ແລະ ໃນ​ໂລ​ກ. ຍາມ​ໃດ​ອາ​ຊຽນ ກໍ່​ປາດ​ຖະ​ໜາ​ຢາ​ກ​ຊຸກ​ຍູ້​ການ​ພົວ​ພັນ​ຮ່ວມ​ມື​ກັບ​ບັນ​ດາ​ປະ​ເທດ​ຢູ່​ພາກ​ພື້ນອາ​ເມ​ລິ​ກາ​ໃຕ້, ພິ​ເສດ​ແມ່ນ​ອາກ​ຊັງ​ຕິນ, ເຊິ່ງ​ແມ່ນ​ປະ​ເທດ​ມີ​ອິດ​ທິ​ພົນ​ຊື່​ສຽງ, ມີ​ຜົນ​ສະ​ທ້ອນ​ຢູ່​ພາກ​ພື້ນ​ອາ​ເມ​ລິ​ກາ​ລາ​ຕິງ.

ຂ່າວ/ບົດ​ອື່ນ